ຂ່າວສານ

BRICS ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ New Delhi, ບັນ​ລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຫຼາຍ​ບັນ​ຫາ​ສຳ​ຄັນ

ທີ່ກອງ​ປ​ະ​ຊຸມ, ບັນ​ດາ​ການ​ນຳ BRICS ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ New Delhi 2026, ໃນ​ນັ້ນ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນສາ​ກົນ​ໂດຍ​ສັນ​ຕິ​ວິ​ທີ.
  ການ​ນຳ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ BRICS (ພາບ: ຊິນຮວາ/VNA)  

ຕອນ​ບ່າຍ​ວັນ​ທີ 12 ກັນ​ຍາ, ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18 ໄດ້​ໄຂ​ຂຶ້ນ​ຢູ່​ອິນ​ເດຍ, ດ້ວຍ​ການ​ເຂົ້າ​ຮ່​ວມ​ຂອງ​ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ດ້ວຍ​ຫົວ​ຂໍ້ “ສ້າງ​ບັນ​ດາ​ພື້ນ​ຖານ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວ​ຍ​ຕົນ​ເອງ, ນະ​ວັດ​ຕະ​ກຳ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”, ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ; ເພີ່ມ​ທະ​ວີ​ລັດ​ທິຫຼາຍ​ຝ່າຍ, ປັບ​ປຸງ​ລະ​ບົບ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທົ່ວ​ໂລກ, ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ເງິນ…

ທີ່ກອງ​ປ​ະ​ຊຸມ, ບັນ​ດາ​ການ​ນຳ BRICS ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ New Delhi 2026, ໃນ​ນັ້ນ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນສາ​ກົນ​ໂດຍ​ສັນ​ຕິ​ວິ​ທີ ແລະ ຍົກ​ສູງ​ສຽງ​ເວົ້າ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທົ່ວ​ໂລກ. ເອ​ກະ​ສານ​ລວມ​ມີ 140 ຈຸດ, ສ່ອງ​ແສງ​ໂຄງ​ການ​ດຳ​ເນີນ​ງານເປີດກວ້າງ ຂອງ BRICS ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ແລະ ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.


top