• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ASEM ໂອ້ລົມສົນທະນາຂັ້ນສູງກ່ຽວກັບການຊຸກຍູ້ສິດອຳນາດດ້ານເສດຖະກິດຂອງແມ່ຍິງ

      ມີຜູ້ແທນເກືອບ 130 ທ່ານ ຢູ່ ສະຖານທີ່ເຊື່ອມຕໍ່ກ່ວາ 40 ແຫ່ງ ຈາກ 41 ປະເທດສະມາຊິກ ASEM ແລະ 7 ອົງການຈັດຕັ້ງສາກົນ ແລະ ພາກພື້ນ ເຂົ້າຮ່ວມການໂອ້ລົມສົນທະນາ.

ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນໄຂ ໂອ້ລົມສົນທະນາ
      ຕອນບ່າຍວັນທີ 12 ເດືອນຕຸລາ 2020, ການໂອ້ລົມສົນມະນາຂັ້ນສູງຂອງ ເວທີປາໄສການຮ່ວມມືລະຫວ່າງ ອາຊຽນ - ເອີລົບ (ASEM) ກ່ຽວກັບ ການ “ຊຸກຍູ້ສິດອຳນາດດ້ານເສດຖະກິດຂອງແມ່ຍິງໃນສະພາບການເກີດໂລກລະບາດ Covid - 19” ໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມຈັດຕັ້ງ ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ມີຜູ້ແທນເກືອບ 130 ທ່ານ ຢູ່ ສະຖານທີ່ເຊື່ອມຕໍ່ກ່ວາ 40 ແຫ່ງ ຈາກ 41 ປະເທດສະມາຊິກ ASEM ແລະ 7 ອົງການຈັດຕັ້ງສາກົນ ແລະ ພາກພື້ນ ເຂົ້າຮ່ວມການໂອ້ລົມສົນທະນາ.
            ກ່າວຄຳເຫັນທີ່ວາລະໄຂການໂອ້ລົມສົນທະນາ, ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2020 ແມ່ນປີສ້າງຂີດໝາຍໃນການປະຕິບັດຫັນເປົ້າໝາຍກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຍົກສູງສິດອຳນາດຂອງແມ່ຍິງ ໃຫ້ປະກົດຜົນເປັນຈິງ, ສ້າງຂີດໝາຍ 25 ປີແຫ່ງການປະຕິບັດຖະແຫຼງການປັກກິ່ງ ແລະ ພື້ນຖານການກະທຳຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, 20 ປີແຫ່ງວັນປະຕິບັດມະຕິເລກທີ 1325 ຂອງ ສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ທ່ານໂຕແອງຢຸງ ໄດ້ສະເໜີໃຫ້ ASEM ຈົ່ງເພີ່ມທະວີການຮ່ວມມືເຊື່ອມຕໍ່ ອາຊີ - ເອີລົບ ໃຫ້ຫຼາຍກ່ວາອີກ, ເຫັນດີເປັນເອກະພາບຄວາມຮັບຮູ້ເພື່ອມີບັນດານະໂຍບາຍສົມທົບກັນເພື່ອຍົກສູງສິດອຳນາດຂອງແມ່ຍິງ ເພື່ອແນໃສ່ບັນລຸໄດ້ “ເປົ້າໝາຍຄວບຄູ່” ໃນການຮັບມື, ຫຼຸດຜ່ານຜົນສະທ້ອນ ແລະ ຟື້ນຟູ ເສດຖະກິດພາຍຫຼັງໂລກລະບາດ Covid – 19. ອາຊຽນຕ້ອງນຳໜ້າໃນການປະຕິບັດການຫັນເປົ້າໝາຍບໍ່ປະໃຫ້ຜູ້ໃດ ແລະ ແມ່ຍິງໃດຖືກຕົກຢູ່ທາງຫຼັງ.
(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຊີ້​ແຈ້ງວ່າ​ພັກ ແລະ ລັດ​ໄດ້​ກຳ​ນົດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ.

Top