ຂ່າວສານ ASEAN Bazaar ປະຈຳ ເມັກຊີໂກ: ແຜ່ກະຈາຍສີສັນອາຊີຕາເວັນອອກສ່ຽງໃຕ້, ຢັ້ງຢືນບົດບາດຂອງ ຫວຽດນາມ 01/12/2025 ວັນທີ 29 ພະຈິກ, ໃນບັນຍາກາດທີ່ຄຶກຄື້ນຂອງ “ງານບຸນທີ່ເຕັມໄປດ້ວຍສີສັນ, ດົນຕີ ແລະ ລົດຊາດ” ຢູ່ເມືອງ Iztapalapa, ບ່ອນທີ່ໄດ້ຮັບຖືວ່າ ແມ່ນຫົວໃຈວັດທະນະທຳຂອງນະຄອນຫຼວງ Mexico City, ຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ ໄດ້ໄຂເຫດການວັດທະນະທຳ ແລະ ອາຫານການກິນ ພາຍໃຕ້ຫົວຂໍ້ ASEAN Bazaar 2025. ປະຊາຊົນເມືອງ Iztapalap ມາຊິມອາຫານ ຫວຽດນາມ (ພາບ: TTXVN)ບັນດາສະຖານທູດ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ ປະຈຳ ເມັກຊີໂກ ໄດ້ແນະນຳບັນດາສີສັນທີ່ເປັນເອກະລັກຂອງ ອາຊີຕາເວັນອອກສ່ຽງໃຕ້: ນັບແຕ່ຊຸດອາພອນທີ່ເປັນມູນເຊື້ອ, ເຄື່ອງຫັດຖະກຳ ຕະຫຼອດຮອດບັນດາເຍື່ອງອາຫານທີ່ມີລົດຊາດເປັນເອກະລັກຄື ແນມຂອງ ຫວຽດນາມ, ພັດໄທ... ໄປຄຽງຄູ່ກັນນັ້ນ, ລາຍການສະແດງສິລະປະຂອງນັກຮຽນ ໂຮງຮຽນປະຖົມ ສາທາລະນະລັດສັງຄົມນະຍົມ ຫວຽດນາມ ໄດ້ນຳເອົາຄວາມຮູ້ສຶກຕື້ນຕັນໃຈ, ຄືດັ່ງຄຳສະບາຍດີທີ່ແສນອົບອຸ່ນຈາກ Iztapalapa ຝາກເຖິງ ອາຊຽນ. ດ້ວຍບົດບາດອັນຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ສວມບົດບາດສຳຄັນໃນຄວາມມານະພະຍາຍາມລວມຂອງ ອາຊຽນ ໃນການເພີ່ມທະວີການຮ່ວມມືກັບບັນດາປະເທດ ອາເມລິກາ ລາຕິງ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຜ່ານນັ້ນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງພາກພື້ນ. (ແຫຼ່ງຄັດຈາກ VOV)

ວັນທີ 29 ພະຈິກ, ໃນບັນຍາກາດທີ່ຄຶກຄື້ນຂອງ “ງານບຸນທີ່ເຕັມໄປດ້ວຍສີສັນ, ດົນຕີ ແລະ ລົດຊາດ” ຢູ່ເມືອງ Iztapalapa, ບ່ອນທີ່ໄດ້ຮັບຖືວ່າ ແມ່ນຫົວໃຈວັດທະນະທຳຂອງນະຄອນຫຼວງ Mexico City, ຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ ໄດ້ໄຂເຫດການວັດທະນະທຳ ແລະ ອາຫານການກິນ ພາຍໃຕ້ຫົວຂໍ້ ASEAN Bazaar 2025. ປະຊາຊົນເມືອງ Iztapalap ມາຊິມອາຫານ ຫວຽດນາມ (ພາບ: TTXVN)ບັນດາສະຖານທູດ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ ປະຈຳ ເມັກຊີໂກ ໄດ້ແນະນຳບັນດາສີສັນທີ່ເປັນເອກະລັກຂອງ ອາຊີຕາເວັນອອກສ່ຽງໃຕ້: ນັບແຕ່ຊຸດອາພອນທີ່ເປັນມູນເຊື້ອ, ເຄື່ອງຫັດຖະກຳ ຕະຫຼອດຮອດບັນດາເຍື່ອງອາຫານທີ່ມີລົດຊາດເປັນເອກະລັກຄື ແນມຂອງ ຫວຽດນາມ, ພັດໄທ... ໄປຄຽງຄູ່ກັນນັ້ນ, ລາຍການສະແດງສິລະປະຂອງນັກຮຽນ ໂຮງຮຽນປະຖົມ ສາທາລະນະລັດສັງຄົມນະຍົມ ຫວຽດນາມ ໄດ້ນຳເອົາຄວາມຮູ້ສຶກຕື້ນຕັນໃຈ, ຄືດັ່ງຄຳສະບາຍດີທີ່ແສນອົບອຸ່ນຈາກ Iztapalapa ຝາກເຖິງ ອາຊຽນ. ດ້ວຍບົດບາດອັນຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ສວມບົດບາດສຳຄັນໃນຄວາມມານະພະຍາຍາມລວມຂອງ ອາຊຽນ ໃນການເພີ່ມທະວີການຮ່ວມມືກັບບັນດາປະເທດ ອາເມລິກາ ລາຕິງ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຜ່ານນັ້ນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງພາກພື້ນ.
ບັນດາບົດຕໍ່ໄປ ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ 01/12/2025ຂ່າວສານສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ. ສະຫາຍ ເລຂາທິການໃຫຍ່ ເລີ່ມເດີນທາງມາຢ້ຽມຢາມ ສປປ ລາວ ແລະ ຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ01/12/2025ຂ່າວສານການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນຄວາມເຄົາລົບນັບຖືເປັນພິເສດ ຂອງ ຫວຽດນາມ ທີ່ມີຕໍ່ ລາວ01/12/2025ຂ່າວສານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບຸກລະດົມບັ້ນເຄື່ອນໄຫວກໍ່ສ້າງເຮືອນໂດຍດ່ວນໃຫ້ແກ່ປະຊາຊົນຜູ້ທີ່ຖືກເສຍຫາຍຍ້ອນພາຍຸນ້ຳຖ້ວມ01/12/2025ຂ່າວສານອາເມລິກາ ຢຸດຕິການອອກວິຊາໃຫ້ແກ່ພົນລະເມືອງ ອາບການິດສະຖານ ທັງໝົດ01/12/2025ຂ່າວສານຄວາມເຄັ່ງຕຶງ ອາເມລິກາ - ເວເນຊູເອລາ ເພີ່ມຂຶ້ນ ພາຍຫຼັງຖະແຫຼງການປິດປະຕູເຂດນ່ານຟ້າຂອງທ່ານ ປະທານາທິບໍດີ Donald Trump01/12/2025ຂ່າວສານຈັດແບ່ງເງິນຈຳນວນ 150 ຕື້ດົ່ງໃຫ້ແກ່ 4 ແຂວງແຄັງຮວ່າ, ດັກລັກ, ຢາລາຍ ແລະ ເລີມດົ່ງ01/12/2025ຂ່າວສານ ອ່ານເພີ່ມ