• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ARF ສືບຕໍ່ສ້າງຄວາມເຊື່ອໝັ້ນ, ຮັບປະກັນສັນຕິພາບ, ສະຖຽນລະພາບແບບຍືນຍົງໃນພາກພື້ນ

      ວັນທີ 12 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 27 ຕາມຮູບການທາງອອນລາຍ. ພາຍຫຼັງທີ່ສິ້ນສຸດກອງປະຊຸມ, ທ່ານ ຫວູໂຮ່, ຫົວໜ້າກົມ ອາຊຽນ - ກະຊວງການຕ່າງປະເທດຫວຽດນາມ ໄດ້ມີການແລກປ່ຽນກັບສື່ມວນຊົນກ່ຽວກັບບາງໝາກຜົນຂອງກອງປະຊຸມ ARF 27.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກ່າວຄຳເຫັນທີ່  ARF 27 (ພາບປະກອບ: TTXVN)
      ທ່ານຫົວໜ້າກົມ ອາຊຽນ ຫວູໂຮ່ ໃຫ້ຮູ້ວ່າ ARF 27 ໄດ້ຖືກຈັດຂຶ້ນຢ່າງສຳເລັດຜົນ, ໂດຍໄດ້ສະແດງອອກຜ່ານ 4 ຈຸດທີ່ພົ້ນເດັ່ນ. ຜົນສຳເລັດທີ່ສຸດຂອງກອງປະຊຸມ ແມ່ນເຖິງວ່າຖືກຈັດຂຶ້ນຜ່ານທາງອອນລາຍກໍຕາມ ແຕ່ລັດຖະມົນຕີ, ຜູ້ຕາງໜ້າບັນດາປະເທດສະມາຊິກ ARF ລ້ວນແຕ່ມີໂອກາດສະແດງທຸກໆບັນຫາທີ່ມີຄວາມສົນໃຈ ແລະ ສະແດງຄວາມຫວັງຂອງຕົນທີ່ມີຕໍ່ການພັດທະນາຂອງເວທີປາໄສ. ບັນດາລັດຖະມົນຕີ ARF ຍັງສະແດງໃຫ້ເຫັນແຈ້ງຄວາມຕັດສິນໃຈສືບຕໍ່ເຈລະຈາ, ຮ່ວມມືຮັກສາບັນດາບາດກ້າວເດີນທີ່ໄດ້ວາງອອກຂອງເວທີປາໄສ. ຈຸດທີ່ພົ້ນເດັ່ນອື່ນໆຂອງກອງປະຊຸມ ARF ຄັ້ງນີ້, ນັ້ນແມ່ນບັນດາລັດຖະມົນຕີການຕ່າງປະເທດ ໄດ້ຮັບຮອງເອົາເອກະສານ 8 ສະບັບ ແລະ ຖະແຫຼງການ.
          ທ່ານ ຫວູໂຮ່ ໃຫ້ຮູ້ວ່າ ຢູ່ທີ່ ARF 27, ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີການຕ່າງປະເທດ ARF ໄດ້ສືບຕໍ່ຮຽກຮ້ອງໃຫ້ທຸກໆຝ່າຍ ຈົ່ງລະງັບໃຈ, ແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
(ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top