• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC: ສືບຕໍ່ບັນດາກອງປະຊຸມໃນຂອບເຂດກອງປະຊຸມ SOM 2

      ໃນຂອບເຂດກອງປະຊຸມຄັ້ງທີ 2 ບັນດາເຈົ້າໜ້າທີ່ອາວຸໂສ (SOM2) APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 10/5, ຢູ່ຮ່າໂນ້ຍໄດ້ສືບຕໍ່ດຳເນີນບັນດາກອງປະຊຸມກ່ຽວກັບການຂຸດຄົ້ນແຮ່ທາດ, ຄົນພິການ, ນະໂຍບາຍກ່ຽວກັບແມ່ຍິງ ແລະ ເສດຖະກິດ, ພ້ອມກັນນັ້ນ ກໍ່ເລີ່ມດຳເນີນກອງປະຊຸມຂອງກຸ່ມຄູ່ເຈລະຈາກ່ຽວກັບອຸດສາຫະກຳລົດໂອໂຕ. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ບັນດາກອງປະຊຸມໂດຍບັນດາກະຊວງ, ຂະແໜງການຂອງຫວຽດນາມເປັນປະທານຄື: ກະຊວງແຜນການ ແລະ ການລົງທຶນ ເປັນປະທານກອງປະຊຸມ ກຸ່ມປະຕິບັດງານກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ກຸ່ມເພື່ອນມິດກ່ຽວກັບຄົນພິການ. ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເປັນປະທານກອງປະຊຸມ ກຸ່ມຄູ່ຮ່ວມມືນະໂຍບາຍກ່ຽວກັບແມ່ຍິງ ແລະ ການພັດທະນາ. ບັນດາຜູ້ແທນໄດ້ເນັ້ນໜັກເຖິງບົດບາດຂອງແມ່ຍິງໃນການຊຸກຍູ້ພັດທະນາເສດຖະກິດ-ສັງຄົມ ກໍ່ຄືບັນດານະໂຍບາຍສ້າງເງື່ອນໄຂສະດວກໃຫ້ແມ່ຍິງເຂົ້າຮ່ວມວິວັດທະນາການເຊື່ອມໂຍງເຂົ້າກັບສາກົນໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ. ກອງປະຊຸມ SOM2 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແມ່ນກອງປະຊຸມທີ່ມີຂອບຂະໜາດໃຫຍ່ຄັ້ງທີ 2 ຂອງປີ APEC 2017 ເພື່ອແນໃສ່ສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຮ່ວມມືຫຼັກແຫຼ່ງຂອງ APEC ແລະ ບັນດາບຸລິມະສິດທີ່ໄດ້ຮັບຮອງເອົາທີ່ກອງປະຊຸມ SOM 1; ພ້ອມທັງເຫັນດີເປັນເອກະພາບມຸ່ງໄປເຖິງການສ້າງບັນດາເອກະສານຍື່ນສະເໜີຕໍ່ການນຳຂັ້ນສູງໃນເດືອນ 11/2017 ແລະ ບັນດາກອງປະຊຸມຂັ້ນລັດຖະມົນຕີ 2017 ຮັບຮອງເອົາ.
(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top