• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ.
(ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ, ຫົວໜ້າຮ່ວມອະນຸກຳມະການເນື້ອໃນ)

ຕອນບ່າຍວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາງ ຫວຽນມິງຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫງວຽນຊິນເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 1 ຂອງອະນຸກຳມະການເນື້ອໃນ ຂຶ້ນກັບຄະນະກຳມະການແຫ່ງຊາດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2027).

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ, ຫົວໜ້າຮ່ວມອະນຸກຳມະການເນື້ອໃນ, ເນັ້ນໜັກວ່າ:

“ພວກເຮົາຕ້ອງກະກຽມເພື່ອໃຫ້ປີ APEC ບັນລຸຜົນສຳເລັດ, ດ້ວຍຫຼາຍຂໍ້ລິເລີມ, ຫຼາຍເນື້ອໃນ. ພວກເຮົາປຶກສາຫາລື 3 ວຽກງານຈຸດສຸມ: ທີ 1ແມ່ນສ້າງຄວາມດຸ່ນດ່ຽງດ້ານເນື້ອໃນ. ທີ 2, ສະເໜີໃຫ້ບັນດາກະຊວງ, ຂະແໜງການຍົກອອກຂໍ້ລິເລີມບົນຈິດໃຈຄວາມເປັນໄປໄດ້ສູງ ແລະ ພິເສດແມ່ນໃນສະພາບການຂອງປະເທດຊາດ. ທີ 3, ຈາກຈຸດນັ້ນ ພວກເຮົາຈະສາມາດສ້າງ ແລະ ຍົກອອກບັນດາເນື້ອໃນໃຫ້ແກ່ 2027 ແລະ ຊຸມປີຕໍ່ໄປຢ່າງສົມບູນ”.

ຕາມ ທ່ານນາງ ຫງວຽນມິງຮັ່ງ ແລ້ວ, ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມື APEC ມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ໄທ ແລະ ກຳປູເຈຍ ເຫັນດີເປັນເອກະພາບບົນຫຼັກການກ່ຽວກັບຄຳສັ່ງຢຸດຍິງ

ໄທ ແລະ ກຳປູເຈຍ ເຫັນດີເປັນເອກະພາບບົນຫຼັກການກ່ຽວກັບຄຳສັ່ງຢຸດຍິງ

ຂອບເຂດຂໍ້ຕົກລົງເຊິ່ງ 2 ຄະນະເລຂານຸການຊາຍແດນຮ່ວມບັນລຸໄດ້ພາຍຫຼັງດຳເນີນການເຈລະຈາເປັນເວລາ 3 ວັນແມ່ນຍັງສອດຄ່ອງກັບຂໍ້ຕົກລົງ Kuala Lumpur ເຊິ່ງ ໄທ ແລະ ກຳປູເຈຍ ໄດ້ເຊັນໃນວັນທີ 26 ຕຸລາ.

Top