ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ.
(ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ, ຫົວໜ້າຮ່ວມອະນຸກຳມະການເນື້ອໃນ)
ຕອນບ່າຍວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາງ ຫວຽນມິງຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫງວຽນຊິນເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 1 ຂອງອະນຸກຳມະການເນື້ອໃນ ຂຶ້ນກັບຄະນະກຳມະການແຫ່ງຊາດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2027).
ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ, ຫົວໜ້າຮ່ວມອະນຸກຳມະການເນື້ອໃນ, ເນັ້ນໜັກວ່າ:
“ພວກເຮົາຕ້ອງກະກຽມເພື່ອໃຫ້ປີ APEC ບັນລຸຜົນສຳເລັດ, ດ້ວຍຫຼາຍຂໍ້ລິເລີ່ມ, ຫຼາຍເນື້ອໃນ. ພວກເຮົາປຶກສາຫາລື 3 ວຽກງານຈຸດສຸມ: ທີ 1ແມ່ນສ້າງຄວາມດຸ່ນດ່ຽງດ້ານເນື້ອໃນ. ທີ 2, ສະເໜີໃຫ້ບັນດາກະຊວງ, ຂະແໜງການຍົກອອກຂໍ້ລິເລີ່ມບົນຈິດໃຈຄວາມເປັນໄປໄດ້ສູງ ແລະ ພິເສດແມ່ນໃນສະພາບການຂອງປະເທດຊາດ. ທີ 3, ຈາກຈຸດນັ້ນ ພວກເຮົາຈະສາມາດສ້າງ ແລະ ຍົກອອກບັນດາເນື້ອໃນໃຫ້ແກ່ 2027 ແລະ ຊຸມປີຕໍ່ໄປຢ່າງສົມບູນ”.
ຕາມ ທ່ານນາງ ຫງວຽນມິງຮັ່ງ ແລ້ວ, ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມື APEC ມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.