• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ແລະ ກຳປູເຈຍ ເຫັນດີເປັນເອກະພາບບົນຫຼັກການກ່ຽວກັບຄຳສັ່ງຢຸດຍິງ

ຂອບເຂດຂໍ້ຕົກລົງເຊິ່ງ 2 ຄະນະເລຂານຸການຊາຍແດນຮ່ວມບັນລຸໄດ້ພາຍຫຼັງດຳເນີນການເຈລະຈາເປັນເວລາ 3 ວັນແມ່ນຍັງສອດຄ່ອງກັບຂໍ້ຕົກລົງ Kuala Lumpur ເຊິ່ງ ໄທ ແລະ ກຳປູເຈຍ ໄດ້ເຊັນໃນວັນທີ 26 ຕຸລາ.
(ພາບປະກອບ)

ຕອນເຊົ້າວັນທີ 27 ທັນວາ, ຢູ່ດ່ານຊາຍແດນ Ban Phakkad, ແຂວງ ຈັນທະບູຣີ, ໄທ, ທ່ານພົນເອກ Natthaphon Narkphanit, ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ແລະ ທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີປ້ອງກັນປະເທດ ກຳປູເຈຍ, ໄດ້ຕາງໜ້າໃຫ້ 2 ປະເທດລົງນາມໃນຂໍ້ຕົກລົງຢຸດຍິງ ເພື່ອແນໃສ່ຟື້ນຟູສະຖຽນລະພາບ, ອະນຸຍາດໃຫ້ສາມັນຊົນທີ່ດຳລົງຊີວິດຢູ່ໃກ້ກັບເຂດຊາຍແດນໄດ້ກັບເມືອບ້ານ ແລະ ສະກັດກັ້ນສະພາບການປະທະກັນເຄັ່ງຕຶງຂຶ້ນ.

        ກ່ອນໜ້ານັ້ນ, ພາຍຫຼັງການດຳເນີນການເຈລະຈາທີ່ເຄັ່ງຕຶງເປັນເວລາ 3 ວັນ, ກອງປະຊຸມຂັ້ນເລຂານຸການຂອງຄະນະກຳມະການຊາຍແດນຮ່ວມລະຫວ່າງ ໄທ ແລະ ກຳປູເຈຍ ທີ່ຈັດຂຶ້ນຢູ່ແຂວງ ຈັນທະບຸຣີ (ໄທ) ໄດ້ກ້າວໄປເຖິງຄວາມເຫັນດີເປັນເອກະພາບບັນດາມາດຕາຂອງຂໍ້ຕົກລົງຢຸດຍິງໃນເບື້ອງຕົ້ນ, ໂດຍມີຜົນສັກສິດນັບແຕ່ວັນທີ 27 ທັນວາ ນີ້. ພາຍຫຼັງກອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 26 ທັນວາ, ທ່ານ ອະນຸທິນ ຊານວິຣະກຸນ, ນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພາຍໃນ ໄທ ໃຫ້ຮູ້ວ່າ ຂອບເຂດຂໍ້ຕົກລົງເຊິ່ງ 2 ຄະນະເລຂານຸການຊາຍແດນຮ່ວມບັນລຸໄດ້ພາຍຫຼັງດຳເນີນການເຈລະຈາເປັນເວລາ 3 ວັນແມ່ນຍັງສອດຄ່ອງກັບຂໍ້ຕົກລົງ Kuala Lumpur ເຊິ່ງ ໄທ ແລະ ກຳປູເຈຍ ໄດ້ເຊັນໃນວັນທີ 26 ຕຸລາ, ຢູ່ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ. ກ່ຽວກັບຂໍ້ສະເໜີຢຸດຍິງພາຍໃນເວລາ 72 ຊົ່ວໂມງໂດຍ ໄທ ຍົກອອກມາ, ທ່ານໃຫ້ຮູ້ວ່າ ນີ້ແມ່ນເງື່ອນໄຂທີ່ ບາງກອກ ສະເໜີໃຫ້ ພະນົມເປັນ ເຫັນດີ. ທ່ານຢືນຢັນວ່າ ຖ້າເກີດການຍິງປືນໃດໃນເວລາດັ່ງກ່າວ, ໄທ ອາດຈະໂຕ້ຕອບເພື່ອປົກປ້ອງອະທິປະໄຕ ແລະ ຜືນແຜ່ນດິນຂອງຕົນ.

(ແຫຼ່ງຄັດຈາກ VOV)

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ.

Top