ນີ້ແມ່ນການໃຫ້ຂໍ້ສັງເກດຂອງທ່ານນາງ Estefanía Lucila Rouco, ສະມາຊິກກຸ່ມໄວໜຸ່ມ ຂຶ້ນກັບສະພາການພົວພັນສາກົນ ອັງຊັງຕິນ (CARI) ໃນການສຳພາດກັບນັກຂ່າວຫວ່າງແລ້ວນີ້.
ຕາມທ່ານນາງ Estefanía Lucila Rouco ແລ້ວ, ເລື່ອງເປັນເຈົ້າພາບຈັດ APEC 2027 ໄດ້ນຳມາໃຫ້ ຫວຽດນາມ ກາລະໂອກາດສຳຄັນເພື່ອຫັນປ່ຽນໂຄງປະກອບການຜະລິດ ແລະ ຍົກສູງສະມັດຕະພາບ, ຊຸກຍູ້ການຄ້າ ແລະ ການລົງທຶນ, ເພີ່ມທະວີຄວາມສາມາດທົນທານຂອງບັນດາພື້ນຖານເສດຖະກິດ. ທ່ານໄດ້ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ໄດ້ກຳນົດນະວັດຕະກຳ, ຫັນເປັນດີຈີຕອນ ແລະ ພັດທະນາບັນດາກຳລັງໜູນເຕີບໂຕໃໝ່ ແມ່ນບັນດາຈຸດສຸມໃນການກຳນົດທິດຮ່ວມມືຂອງປະເທດເຈົ້າພາບປີ 2027. ນີ້ແມ່ນບັນດາຂົງເຂດທີ່ມີຄວາມໝາຍແທດຈິງໃນສະພາບການພາກພື້ນພວມຊອກຫາບັນດາກຳລັງໜູນໃໝ່ເພື່ອຮັກສາການເຕີບໂຕ ແລະ ປັບຕົວໃຫ້ເຂົ້າກັບການຜັນແປຂອງເສດຖະກິດໂລກ.
ນັກຄົ້ນຄ້ວາຊາວ ອັກຊັງຕິນ ກໍ່ໃຫ້ຂໍ້ສັງເກດວ່າ APEC 2027 ອາດຈະສ້າງຂີດໝາຍໃນການຍົກສູງພາບພົດ ແລະ ລະດັບການມີໜ້າຂອງ ຫວຽດນາມ ບົນເວທີສາກົນ. ເວທີປາໄສ ໄດ້ເຕົ້າໂຮມຫຼາຍການນຳການເມືອງ, ຜູ້ຕາງໜ້າວິສາຫະກິດ , ບັນດາອົງການສາກົນ, ພ້ອມທັງດຶງດູດຄວາມສົນໃຈນັບມື້ນັບຫຼາຍຈາກສື່ມວນຊົນທົ່ວໂລກ. ດັ່ງນັ້ນ, ນີ້ແມ່ນໂອກາດເພື່ອໃຫ້ປະເທດເຈົ້າພາບໂຄສະນາພາບພົດ ແລະ ເພີ່ມທະວີການມີໜ້າສາກົນ.






