• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2024: APEC ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືຫຼາຍ​ຝ່າຍ, ປະ​ຕິຮູບ WTO

ບັນດາການນຳ APEC ໄດ້ຮັບຮູ້ບັນດາການປ່ຽນແປງໃຫ່ຍຫຼວງ ສົ່ງຜົນກະທົບຕໍ່ບັນດາຂົງເຂດການຄ້າ, ການລົງທຶນ, ສິ່ງແວດລ້ອມ, ການຄ້ຳປະກັນສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ.
(ພາບ: THX/TTXVN)

ວັນທີ 17 ພະຈິກ, ການນຳບັນດາພື້ນຖານເສດຖະກິດສະມາຊິກເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ໄດ້ອອກຖະແຫຼງການຮ່ວມ ໂດຍຮຽກຮ້ອງການຮ່ວມມືຫຼາຍຝ່າຍຢ່າງມີປະສິດທິຜົນ ເພື່ອຮັບມືກັບບັນດາສິ່ງທ້າທາຍ ໃນບັນດາຂົງເຂດການຄ້າ, ການລົງທຶນ, ສິ່ງແວດລ້ອມ, ການຄ້ຳປະກັນສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ.

  ຕາມຖະແຫຼງການ Machu Picchu ທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມສຸດຍອດ APEC ຄັ້ງທີ 31 ຢູ່ Lima (Peru), ບັນດາການນຳ APEC ໄດ້ຮັບຮູ້ບັນດາການປ່ຽນແປງໃຫ່ຍຫຼວງ ສົ່ງຜົນກະທົບຕໍ່ບັນດາຂົງເຂດການຄ້າ, ການລົງທຶນ, ສິ່ງແວດລ້ອມ, ການຄ້ຳປະກັນສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ. ບັນດາການນຳ APEC ໄດ້ຢ້ຳຄືນຄຳໝັ້ນສັນຍາຊຸກຍູ້ການເຊື່ອມໂຍງເສດຖະກິດຢູ່ ອາຊີ-ປາຊີຟິກ, ກໍ່ຄືສືບຕໍ່ປັບປຸງສະພາບແວດລ້ອມການຄ້າ ແລະ ການລົງທຶນຢູ່ພາກພື້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກທີ່ຫາກໍ່ພົ້ນເດັ່ນຂຶ້ນ. ເພື່ອສົ່ງເສິມແຜນການນີ້, ບັນດາການນຳ APEC ໄດ້ຮັບຮອງເອົາ “ຖະແຫຼງການ  Ichma ກ່ຽວກັບໂສມໜ້າໃໝ່ຂອງເຂດການຄ້າເສລີ” ໃນໂຄງການດຳເນີນງານ ອາຊີ-ປາຊີຟິກ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top