• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AMMTC 18: ຫວຽດ​ນາມຍົກ​ອອກຫຼາຍ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ

ບັນດາປະເທດໃນກຸ່ມ ອາຊຽນ ຕ້ອງເພີ່ມທະວີການແບ່ງປັນ ແລະ ໜູນຊ່ວຍການເກັບກຳຂໍ້ມູນກ່ຽວກັບອາດຊະຍາກຳ; ຊຸກຍູ້ການສົມທົບກັນສືບສວນລວມ, ສ້າງກຸ່ມຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດປະເທດຕ່າງໆ.
ກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 18 (AMMTC 18) (ພາບ: VOV)

ວັນທີ 29 ສິງຫາ, ໃນຂອບເຂດກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 18 (AMMTC 18) ທີ່ໄດ້ດຳເນີນຢູ່ນະຄອນຫຼວງວຽງຈັນ, ລາວ ທ່ານພົນໂທ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ຍົກອອກຫຼາຍຂໍ້ສະເໜີກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.

ຕາມທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງແລ້ວ, ບັນດາປະເທດໃນກຸ່ມ ອາຊຽນ ຕ້ອງເພີ່ມທະວີການແບ່ງປັນ ແລະ ໜູນຊ່ວຍການເກັບກຳຂໍ້ມູນກ່ຽວກັບອາດຊະຍາກຳ; ຊຸກຍູ້ການສົມທົບກັນສືບສວນລວມ, ສ້າງກຸ່ມຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດປະເທດຕ່າງໆ; ຈັດສົ່ງຄະນະປະຕິບັດງານສົມທົບກັນຢັ້ງຢືນ, ສືບສວນ, ຈັບບັນດາເປົ້າໝາຍອາດຊະຍາກຳຢູ່ປະເທດນີ້ໜີໄປປະເທດອື່ນ; ຈັດການລາດຕະເວນລວມ, ສົມທົບກັນຈັດຕັ້ງຜັນຂະຫຍາຍການບຸກໂຈມຕີ, ປາບປາມອາດຈະຍາກຳຂ້າມຊາດ ທີ່ມີຈຸດສຸມລວມຂັ້ນອາຊຽນ ເປັນຕົ້ນແມ່ນລະຫວ່າງບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມກັນ.

ກອງປະຊຸມ AMMTC 18 ໄດ້ອອກຖະແຫຼງການຮ່ວມ ວຽງຈັນ ກ່ຽວກັບການເພີ່ມທະວີການຮ່ວມມືປະຕິບັດ ກົດໝາຍປ້ອງກັນ, ຕ້ານການສໍ້ໂກງຫາວຽກງານແບບທາງໄກ, ພ້ອມທັງ ເຫັນດີເປັນເອກະພາບເນື້ອໃນຖະແຫຼງການຂອງບັນດາການນຳອາຊຽນກ່ຽວກັບການເພີ່ມທະວີການຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳຄ້າຂາຍຢາເສບຕິດ  ແລະ ສານປຸງແຕ່ງຢາເສບຕິດ ເພື່ອແນໃສ່ເພີ່ມທະວີ ຄຳໝັ້ນສັນຍາລວມກ່ຽວກັບການປ້ອງກັນ, ຕ້ານ, ຕໍ່ສູ້ກັບການຜະລິດ, ແກ້ໄຂ ການຄ້າຂາຍຢາເສບຕິດ ແລະ ສວຍໃຊ້ຢາເສບຕິດຫຼາຍ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top