• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AMM – 59 ຢືນຢັນຄວາມສາມັກຄີ, ຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍບົດບາດໃຈກາງໃຫ້ມີປະສິດທິຜົນ

ທ່ານນາງ ຟ້າມທູຮັ່ງ ກໍ່ໃຫ້ຮູ້ວ່າ, ທີ່ກອງປະຊຸມນີ້, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 23 ກໍ​ລະ​ກົດ, ທີ່ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຈັດ​ຂຶ້ນຢ​ູ່ ຮ່າ​ໂນ້ຍ, ເມື່ອ​ຕອບ​ຄຳ​ຖາມ​ທີ່​ວ່າ ຫວຽດ​ນາມ ຕັ້ງ​ຄວາມ​ຫວັງ​ຄື​ແນວ​ໃດ​ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 (AMM- 59) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​​ເຊິ່ງພວມ​ຈັດ​ຂຶ້ນ​ຢູ່ ຟີ​ລິບ​ປິນ, ທ່ານ​ນາງ ຟ້າມ​ທູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢືນ​ຢັນ​ວ່າ:

“ທີ່​ບັນ​ດາ​ກອງ​ປະ​ຊຸມ, ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ຄູ່​ຮ່ວມ​ມື​ໄດ້​ເນັ້ນ​ໜັກ​ເຖິງ​ບຸ​ລິ​ມະ​ສິດ​ຮັບ​ປະ​ກັນ​ໃຫ້ ອາ​ຊຽນ ສາ​ມັກ​ຄີ, ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ໃນ​ເຄືອ​ຂ່າຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ແ​ທ້​ຈິງ ແລະ ເປີດກວ້າງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພ້ອມ​ກັນ​ນັ້ນ, ກໍ່ຢື​ນຢ​ັນ​​ຈະສືບ​ຕໍ່​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ຂອງກອງ​ປະ​ຊຸມ​ຂັ້​ນ​ສູງ ອາ​ຊຽນ ຄັ້ງ​ທີ 48 ແລະ ຍູ້​ໄວ​ຄວາມ​ຄືບ​ໜ້າ​ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດປະ​ຊາ​ຄົມ ອາ​ຊຽນ, ກໍ່​ຄື​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ, ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ”.

ທ່ານ​ນາງ ຟ້າມ​ທູ​ຮັ່ງ ກໍ່​ໃຫ້​ຮູ້​ວ່າ, ທີ່ກອງ​ປະ​ຊຸມນີ້, ທ່ານ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ຄູ່​ຮ່ວມ​ມື​ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ເຄົາ​ລົບ​ກົດ​ໝາຍ​ສ​າ​ກົນ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສ​ັນ​ຕິ​ວີ​ທີ ບົນ​ພື້ນ​ຖ​ານ​ກົດ​ໝາຍ​ສາ​ກົນ. ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ຈີນ ກໍ່​ຢືນ​ຢັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ປີນີ້​​ຈະສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ ກົດແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ແທ​້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ການຮ່ວມມືດ້ານເສດຖະກິດ, ການຄ້າແມ່ນພື້ນຖານສຳຄັນໃນການພົວພັນ ຫວຽດນາມ - ອາເມລິກາ

ການຮ່ວມມືດ້ານເສດຖະກິດ, ການຄ້າແມ່ນພື້ນຖານສຳຄັນໃນການພົວພັນ ຫວຽດນາມ - ອາເມລິກາ

ວັນທີ 23 ກໍລະກົດ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM – 59), ຢູ່ ມານີລາ, ຟີລິບປິນ.

Top