ທ່ານນາງ ຟ້າມທູຮັ່ງ ກໍ່ໃຫ້ຮູ້ວ່າ, ທີ່ກອງປະຊຸມນີ້, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)
ຕອນບ່າຍວັນທີ 23 ກໍລະກົດ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ຈັດຂຶ້ນຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມທີ່ວ່າ ຫວຽດນາມ ຕັ້ງຄວາມຫວັງຄືແນວໃດທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM- 59) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງພວມຈັດຂຶ້ນຢູ່ ຟີລິບປິນ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:
“ທີ່ບັນດາກອງປະຊຸມ, ບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືໄດ້ເນັ້ນໜັກເຖິງບຸລິມະສິດຮັບປະກັນໃຫ້ ອາຊຽນ ສາມັກຄີ, ເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍບົດບາດໃຈກາງໃນເຄືອຂ່າຍການພົວພັນຄູ່ຮ່ວມມືທີ່ນັບມື້ນັບແທ້ຈິງ ແລະ ເປີດກວ້າງຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ກໍ່ຢືນຢັນຈະສືບຕໍ່ສຸມໃສ່ປະຕິບັດບັນດາຄຳໝັ້ນສັນຍາຂອງກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 48 ແລະ ຍູ້ໄວຄວາມຄືບໜ້າການຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ, ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ”.
ທ່ານນາງ ຟ້າມທູຮັ່ງ ກໍ່ໃຫ້ຮູ້ວ່າ, ທີ່ກອງປະຊຸມນີ້, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ; ເຄົາລົບກົດໝາຍສາກົນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວີທີ ບົນພື້ນຖານກົດໝາຍສາກົນ. ບັນດາປະເທດ ອາຊຽນ ແລະ ຈີນ ກໍ່ຢືນຢັນຄວາມມານະພະຍາຍາມໃນປີນີ້ຈະສຳເລັດການເຈລະຈາກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທ້ຈິງ ແລະ ມີປະສິດທິຜົນ.