• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

AMM 55: ສາມັກຄີ, ຮັບຜິດຊອບໃນການຮ່ວມມື, ຮັກສາບົດບາດເປັນໃຈກາງ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 (AMM-55) ພວມຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ, ປະເທດ ກຳປູເຈຍ. ໄປຄຽງຄູ່ກັບຄຳຢຶນຢັນຕັດສິນໃຈຜັນຂະຫຍາຍແຜນການກໍ່ສ້າງປະຊາຄົມ, ສ້າງວິໄສທັດ ອາຊຽນ ຫຼັງປີ 2025, ອາຊຽນ ສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບ, ຮັກສາຄວາມສາມັກຄີ, ຮັກສາບົດບາດເປັນໃຈກາງໃນການຮ່ວມມື, ສ້າງສັນ ແລະ ປົກປັກຮັກສາສັນຕິພາບ.
  ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນເຂົ້າຮ່ວມກອງປະຊຸມ (ພາບ:Tuấn Anh)  

ດ້ວຍຈິດໃຈ “ອາຊຽນ ກະທຳ: ພ້ອມກັນຮັບມືກັບສິ່ງທ້າທາຍລວມ”, ຄຽງຄູ່ກັບການຮ່ວມມືພາຍໃນກຸ່ມ, AMM 55 ໄດ້ເນັ້ນໜັກເຖິງການຮັບມືກັບສິ່ງທ້າທາຍລວມໃນສະພາບການທີ່ພາກພື້ນ ແລະ ສາກົນທີ່ພວມມີຫຼາຍການຜັນແປທີ່ສັບສົນ, ຍາກທີ່ ຄາດຄະເນລ່ວງໜ້າໄດ້.

ຫຼັກໝັ້ນຂອງ ອາຊຽນ ໃນບັນດາບັນຫາພາກພື້ນ ແລະ ສາກົນ

ໄລຍະຜ່ານມາ, ອາຊຽນ ເວົ້າລວມ, ບັນດາປະເທດສະມາຊິກ ອາຊຽນ ເວົ້າສະເພາະ ຍາມໃດກໍ່ກຳນົດບໍ່ເລືອກຢູ່ຝ່າຍໃດ, ເລືອກແຕ່ຜົນປະໂຫຍດຂອງ ອາຊຽນ. ດ້ວຍທັດສະນະຈະແຈ້ງຄືແນວນັ້ນ, ອາຊຽນ ຍາມໃດກໍ່ມີຫຼັກໝັ້ນສະພາບໃນບັນດາບັນຫາສາກົນ ແລະ ພາກພື້ນ. ໃນການພົວພັນກັບບັນດາຄູ່ຮ່ວມມື, ອາຊຽນ ສະເໜີໃຫ້ຄູ່ຮ່ວມມືເສີມຂະຫຍາຍທ່າແຮງຢ່າງສູງສຸດຈາກບັນດາການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຍຸດທະສາດຮອບດ້ານນຳມາໃຫ້, ຮ່ວມມືກັບ ອາຊຽນ ສ້າງປະຊາຄົມ, ພ້ອມກັນສູ້ຊົນເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສິວິໄລລວມ. ບັນດາຄູ່ຮ່ວມມືໄດ້ສະເໜີຫຼາຍມາດຕະການຮ່ວມມືຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ຫຼາຍຮູບຫຼາຍແບບເພື່ອໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ຍູ້ແຮງການຟື້ນຟູ, ມຸ່ງໄປເຖິງການພັດທະນາແບບຍືນຍົງ. ໃນຈຳນວນບັນດາຂໍ້ລິເລີ່ມນີ້, ໄລຍະຜ່ານມາໄດ້ປະກົດມີຫຼາຍເນື້ອໃນຍຸດທະສາດ, ຍາວນານຄືການແລກປ່ຽນດ້ານການຄ້າ, ການເຊື່ອມຕໍ່ລະຫວ່າງເຂດ, ຮັດແຄບຊ່ອງຫວ່າງ, ປ່ຽນໃໝ່ມີຫົວຄິດປະດິດສ້າງ, ຫັນປ່ຽນດີຈີຕອນ, ພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີຂຽວ ແລະ ຍືນຍົງ… ພ້ອມນັ້ນ, ບັນດາປະເທດໄດ້ເຕື້ອງເຖິງບັນດາມາດຕະການທີ່ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຄືການຮ່ວມມືດ້ານສາທາລະນະສຸກ, ຄວາມໝັ້ນຄົງທາງທະເລ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ.

ທີ່ກອງປະຊຸມຄັ້ງນີ້, ຕໍ່ໜ້າບັນດາບັນຫາທີ່ພວມພົ້ນເດັ່ນ,  ອີກເທື່ອໜຶ່ງ, ອາຊຽນ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍກ່ຽວກັບບັນດາບັນຫາທະເລຕາເວັນອອກ, ມຽນມາ, ຢູແກຼນ, ແຫຼມ ເກົາຫຼີ, ຄວາມເຄັ່ງຕຶງລະຫວ່າງບັນດາປະເທດໃຫຍ່… ພ້ອມນັ້ນ, ໄດ້ຮຽກຮ້ອງໃຫ້ບັນດາປະເທດເຊີດຊູກົດໝາຍສາກົນ, ກົດບັດ ສປຊ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982) ແລະ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC). ບັນດາປະເທດ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຄວນຮັກສາການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຖືສັນຕິພາບເປັນເປົ້າໝາຍ, ການຮ່ວມມືເປັນເຄື່ອງມື, ເຄົາລົບກົດລະບຽບກົດໝາຍ, ລະງັບໃຈ, ຫຼີກລ້ຽງບໍ່ໃຫ້ຄວາມບໍ່ລົງລອຍກັນ, ກາຍເປັນການປະທະກັນ. ອາຊຽນ ກໍ່ແບ່ງປັນກັບບັນດາຄູ່ຮ່ວມມືບັນດາການກະທຳຂອງຕົນໃນການປະຕິບັດ ຂໍ້ຕົກລົງເຫັນດີເຫັນພ້ອມ 5 ຂໍ້ກ່ຽວກັບ ມຽນມາ, ຄວາມຄືບໜ້າໃນການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ມຸ່ງໄປເຖິງການສ້າງທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.

ອາຊຽນ ໄດ້ອອກຖະແຫຼງການກ່ຽວກັບບັນດາການຜັນແປຢູ່ຊ່ອງແຄມທະເລ ໄຕ້ຫວັນ, ສະແດງຄວາມວິຕົກວັງວົນກ່ຽວກັບໄພຂາດສະຖຽນລະພາບ, ຜົນຮ້າຍແຮງ ແລະ ຍາກທີ່ຄາດຄະເນສຳລັບພາກພື້ນໄດ້. ຖະແຫຼງການຮຽກຮ້ອງຕ້ອງລະງັບໃຈຢ່າງ ສຸດຂີດ, ເຄົາລົບບັນດາຫຼັກການກົດບັດ ສປຊ ແລະ TAC. ບັນດາປະເທດ ອາຊຽນ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນນະໂຍບາຍ “ປະເທດ ຈີນດຽວ”; ຍົກສູງຄວາມສຳຄັນຂອງການຮ່ວມມື, ພ້ອມກັນຄົງຕົວໂດຍສັນຕິ ແລະ ແກ່ງແຍ້ງແບບປອດໄສເພື່ອເປົ້າໝາຍສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການພັດທະນາແບບກວມລວມ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)


Top