ນັກຈິດຕະກອນ ວັນເຢືອງແທ່ງ - ຜູ້ເປັນຂົວຕໍ່ ດ້ານວັດທະນະທໍາ ດ້ວຍສິລະປະ ການແຕ້ມຮູບ

ພາບຊີວິດ

ນັກຈິດຕະກອນ ວັນເຢືອງແທ່ງ - ຜູ້ເປັນຂົວຕໍ່ ດ້ານວັດທະນະທໍາ ດ້ວຍສິລະປະ ການແຕ້ມຮູບ

ໂດຍ​​ຮັບ​ຮູ້​ວ່າ ເປັນໜຶ່ງ​ໃນ​ບັນດາ​ນັກ​ຈິດຕະກອນ ຜູ້ມີຄວາມສາມາດ ຂອງ ​ອາຊີ, ປັດຈຸ​ບັນ, ຜົນງານ​ຂອງ ​ນັກຈິດຕະກອນ ວັນເຢືອງ ແທ່ງ ໄດ້ຖືກວາງສະ​ແດງ ​ຢູ່​ຫໍພິພິທະ​ພັນ​ສິລະ​ປະ​ ສາກົນ 16 ​ແຫ່ງ​ໃນ​ທົ່ວ​ໂລກ.

ໂດຍ​​ຮັບ​ຮູ້​ວ່າ ເປັນໜຶ່ງ​ໃນ​ບັນດາ​ນັກ​ຈິດຕະກອນ ຜູ້ມີຄວາມສາມາດ ຂອງ ​ອາຊີ, ປັດຈຸ​ບັນ, ຜົນງານ​ຂອງ ​ນັກຈິດຕະກອນ ວັນເຢືອງ ແທ່ງ ໄດ້ຖືກວາງສະ​ແດງ ​ຢູ່​ຫໍພິພິທະ​ພັນ​ສິລະ​ປະ​ ສາກົນ 16 ​ແຫ່ງ​ໃນ​ທົ່ວ​ໂລກ.

ນັກຈິດຕະກອນ ວັນເຢືອງແທ່ງ ​ໄດ້​ເປັນທີ່​ຮູ້ຈັກ​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນ ດາ​ນັກ​ຈິດຕະກອນ​ຍິງ ​ທີ່​ມີ​ພອນ​ສະຫວັນ​ຂອງ ​ອາຊີ.

ຈາກ​ການ​ພົບພໍ້ກັນ ຂອງນາງ​ນ້ອຍນັກຮຽນ​ຜູ້​ທຸກ​ຍາກ ​ກັບນັກ ຈິດຕະກອນ ຂັ້ນອາຈານ ກ່ຽວກັບ​ສິລະປະແຕ້ມຮູບ ​ຫວຽດ​ນາມ...

ເມື່ອ​ອາຍຸ 12 ປີ, ນັກແຕ້ມ ວັນເຢືອງແທ່ງ ເຂົ້າຮຽນ ຢູ່ ມະຫາວິທະ ຍາໄລ ​ວິຈິດ​ສິນ​ ຫວຽດນາມ. ​ໃນ​ຖານະ​ທີ່​ເປັນ​ຜູ້​ຮັກມັກ​ວັນນະຄະດີ​ມາ​ແຕ່​ຍັງ​ນ້ອຍ, ເພາະສະນັ້ນ ວັນເຢືອງແທ່ງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ໜັງສືພິມ ວັນເງ້ (ວັນນະສິນ). ຍ້ອນຈຳນວນ ພິມຈຳໜ່າຍ ມີ ຈຳກັດ, ແຕ່ມີຜູ້ສັ່ງຊື້ຫຼາຍ ເພາະສະນັ້ນລາຄາຂອງ ໜັງສືພິມ ແມ່ນ ບໍ່ຖືກ, ໂດຍສະເພາະ ສໍາລັບນັກຮຽນທຸກຍາກຄື ວັນເຢືອງແທ່ງ.

ໂດຍ​ບັງ​ເອີນ, ມີຄັ້ງໜຶ່ງ ໄດ້ຖື ​ໜັງສືພິມ​ໃນ​ມື, ​ເປັນ​ຄັ້ງ​ທຳ​ອິດ, ວັນ ເຢືອງ​ແທ່ງ ​ໄດ້​ເຫັນ​​ຮູບ​ແຕ້ມ ​ຂອງ ​ບັນດາ​ນັກ​ແຕ້ມ​ ຂັ້ນອາຈານ ຂອງ ຫວຽດນາມ, ​ເຖິງ​ວ່າເປັນ​ພຽງຮູບ​ແຕ້ມອະພິປາຍເທົ່າ​ນັ້ນ. ທ່ານນາງ ວັນເຢືອງແທ່ງ ໄດ້ຫວນ​ຄືນ​ວ່າ: “ເມື່ອ​ໄດ້​ເຫັນ​ບັນ​ດາ​ຮູບ​ແຕ້ມອະພິປາຍ ​ຂອງ ນັກຈິດຕະກອນ ບຸ່ຍ​ຊວນ​ຟ໋າຍ, ວັນກາວ, ຫງວຽນຊ໋າງ,... ຂ້າພະເຈົ້າຮູ້ສຶກນິຍົມທີ່ສຸດ. ຂ້າພະເຈົ້າໄດ້ປະຍັດ ເງິນໄວ້ ເພື່ອຊື້ໜັງສືພິມ ວັນເງ້. ຫຼັງ​ຈາກ​ອ່ານ​ແລ້ວ​ກໍ​ຕັດ​ຮູບ​ແຕ້ມ​ຂອງ​ບັນດາຄູ​ອາ​ຈານ ຕິດ​ໃສ່​ໃນ​ປຶ້ມ​ບັນ​ທຶກ​ໄວ້ເພື່ອ​ເປັນ​ທີ່​ລະ​ນຶກ”.

ຜູ້​ຊົມ​ໄດ້​ພົບປະແລກປ່ຽນ ກັບ​ນັກຈິດຕະກອນ ວັນເຢືອງແທ່ງ ຜ່ານຜົນງານຂອງທ່ານນາງ.

ເວລາຜ່ານໄປ, ເມື່ອອາຍຸ 17 ປີ, ວັນເຢືອງແທ່ງ ໄດ້ອ້າຍຂອງຕົນ ພາໄປຢາມໝູ່. “ໃນ​ການ​ພົບ​ປະ​ຄັ້ງ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄົນ​ໆ ໜຶ່ງ ທີ່ຈ່ອຍຜອມ, ດັງ​ໂດ່ງ, ໜ້າໂວກ ແຕ່ ​ສາຍຕາ​ທີ່​ສົດ​ໃສ, ງາມ​ຄື​ກັບ​ຕາ​ຂອງ ນັກຈິດຕະກອນ Van Gogh. ຂ້າ​ພະ​ເຈົ້າ​ຮູ້​ທັນ​ທີ ນັ້ນ​ແມ່ນ ນັກຈິດຕະກອນ ບຸ່ຍຊວນຟ໋າຍ​. ຂ້າ​ພະ​ເຈົ້າ​ໄດ້ທັກທາຍ ແລະ ເອີ້ນ​ຊື່ເພິ່ນຢ່າງຈະແຈ້ງ,” ນັກ​ແຕ້ມ ວັນເຢືອງແທ່ງ ​ໄດ້ຫວນ​ຄືນຫຼັງ​ການ​ພົບ​ປະ​ທີ່​ສຳ​ຄັນ ​ໃນສາຍການເດີນທາງເປັນນັກແຕ້ມ ຂອງ ຕົນ.

ວັນເຢືອງແທ່ງ ​ແມ່ນ​ນັກ​ຈິດຕະກອນຍິງ​ ໜຸ່ມ​ທີ່​ສຸດ ມີຮູບແຕ້ມໄດ້​ວາງສະ​ແດງ ​ຢູ່​ຫໍ​ພິພິທະ​ພັນ​ວິຈິດ​ສິນ​ແຫ່ງ​ຊາດ ຫວຽດນາມ ຕັ້ງ​ແຕ່​ອາຍຸ 20 ປີ, ນັ້ນ​ແມ່ນ​ຮູບ​ແຕ້ມ​ສີນ້ຳມັນ “ດອກ​ເບັນຈະມາດ​ຂາວ”.

 ໃນ​ເວລາ​ນັ້ນ, ນັກຈິດຕະກອນ ບຸ່ຍຊວນຟ໋າຍ ​ແປກ​ໃຈ​ຫຼາຍ ​ແລະ ​ໄດ້​ຖາມ ວັນເຢືອງແທ່ງ ​ວ່າ: “​ເປັນ​ຫຍັງ​ຫຼານ​ຈຶ່ງ​ຮູ້ຈັກລຸງ?”. ນາງ ນ້ອຍ​ ວັນ​ເຢືອງ​ແທ່ງ​ ຕອບ​ວ່າ: ຍ້ອນ​ຫຼານ​ອົດ​ອາຫານ​ເຊົ້າ​ເພື່ອ​ຊື້​ໜັງສືພິມ ວັນເງ້. ຫຼານ​ໄດ້​ຕັດ​ຮູບ​ແຕ້ມ​ ຂອງ​ລຸງ ແລະ ​ໝູ່ ຂອງ ລຸງ ເພື່ອ ​ການ​ສະສົມ. ຫຼານມັກມັນແທ້ໆ”. ​ເມື່ອ​ນັກ​ຈິດ​ຕະກອນ ບຸ່ຍ​ຊວນ​ຟ໋າ​ຍ ​ໄດ້​ຍິນ​ຄຳແນະນຳ ນາງນ້ອຍ ​ວັນ​ເຢືອງ​ແທ່ງ ວ່າເປັນ ນັກຮຽນໂຮງຮຽນ​ສິລະ​ປະ ລະບົບ 12 ປີ, ເພິ່ນບໍ່​ໄດ້​ເວົ້າ​ຫຍັງ. “ງຽບ ໄປຊົ່ວໄລຍະໜຶ່ງ, ນໍ້າຕາ ຂອງ ເພິ່ນຄໍເປົ້າ. ໃນເວລານັ້ນ ເພິ່ນທຸກ ຍາກຫຼາຍ, ບໍ່ມີວຽກເຮັດ, ຄອບຄົວ ຂອງເພິ່ນ 7 ຄົນຕ້ອງໃຊ້ຊີວິດ ຢູ່ໃນຫ້ອງໜຶ່ງ ມີລວງກວ້າງ ພຽງ 252. ແຕ່ເພິ່ນ​ບໍ່ຄິດເຖິງເລີຍວ່າ​ ຈະ​ມີ​ນັກ​ຮຽນ ຄົນໜຶ່ງ ​ຢູ່​ໂຮງຮຽນ​ສິລະ​ປະ​​ ໄດ້​ນິຍົມເພິ່ນເຖິງຂັ້ນ ອົດອາຫານ ເພື່ອຊື້ ໜັງສືພິມ ທີ່ມີຮູບແຕ້ມຂອງຕົນ”. ທ່ານນາງ ວັນເຢືອງແທ່ງ ​ໄດ້​ຫວນ​ຄືນ​ຄວາມ​ຊົງ​ຈຳ​ ຂອງ​ການ​ພົບ​ປະ​ຄັ້ງ​ທຳ​ອິດ ​ກັບ​ນັກ​ແຕ້ມ​ຂັ້ນອາຈານຂອງ ​ຫວຽດນາມ, ຜູ້​ທີ່​ຕໍ່​ມາ​ ໄດ້​ມີ ຜົນສະທ້ອນຕໍ່ຊີວິດ ແລະ ອາຊີບຂອງ ທ່ານນາງ.

 

ນັກຈິດຕະກອນ ວັນເຢືອງແທ່ງ ໄດ້ໄຂຄວາມໃນໃຈອອກມາວ່າ ພາຍຫຼັງ​ການ​ພົບພໍ້ກັນໃນ​ປີ​ນັ້ນ, ທ່ານນາງ ​ວັນ​ເຢືອງ​ແທ່ງ ຍາມ​ໃດ​ກໍ່​ຖື​ວ່າ​ ຕົນ​ເອງ​ແມ່ນລູກສິດ ຂອງ​ ນັກ​ຈິດ​ຕະ​ກອນ ບຸ່ຍ​ຊວນ​ຟ໋າຍ. ສຳລັບ​ທ່ານນາງ, ນັກຈິດຕະກອນ ບຸ່ຍຊວນຟ໋າຍ ​ແມ່ນຍິ່ງ​ກ່ວາ​ອາ ຈານຜູ້ໜຶ່ງ, ນັ້ນ​ແມ່ນ​ອາຈານ ​ທາງດ້ານຈິດໃຈ ​ຂອງທ່ານ​ນາງ, ​ເຖິງ​ແມ່ນ​ວ່າ ທ່ານ​ນາງ​ ບໍ່​ເຄີຍ​ໄດ້​ຮ່ຳຮຽນ​ໂດຍ​ກົງ.ເຕັກນິກ ການແຕ້ມ ຮູບ, ປະສົມສີ, ວິທີຮັບຮູ້ສິລະປະ... ແຕ່ສູງກວ່າສິ່ງອື່ນໃດ ແມ່ນ ມູມມອງ ກ່ຽວກັບຊີວິດ, ການໃຊ້ຊີວິດ ຂອງນັກສິລະປິນ, ມານະ ຈິດຂອງນັກຈິດຕະກອນ ເມື່ອເຮັດວຽກ ໃນຂົງເຂດ ຈິດຕະກຳ, ອຸ ທິດຕະຫຼອດຊີວິດ ໃຫ້ອຸດົມການ ທີ່ຕົນເອງໄດ້ເລືອກ. ນັ້ນແມ່ນສິ່ງ ທີ່ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ອາຈານ ບຸ່ຍຊວນຟ໋າຍ

ເຖິງຄວາມມຸ່ງມາດປາດຖະໜາ ຂອງ ວັນເຢືອງແທ່ງ 

ປີ 1980, ນັກຈິດຕະກອນ ວັນເຢືອງແທ່ງ ເຮັດວຽກ ຢູ່ສະຖາບັນ ຄົ້ນຄວ້າ ວັດທະນະທຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) . ຫຼັງຈາກນັ້ນ, ນາງໄດ້ຖືກສົ່ງໄປຮຽນ ລະດັບ ປະລິນຍາໂທຂະແໜງ ພາສາຢູ່ປະເທດ ຊູແອດ. ພາຍຫຼັງ​ຮຽນ​ຈົບ, ທ່ານນາງ ວັນເຢືອງແທ່ງ ​ໄດ້​ກາຍ​ເປັນ​ອາ​ຈານ ​ອາ​ຊີ ​ຜູ້​ທຳ​ອິດ ​ທີ່​ສອນ​ວິ​ຈິດ​ສິນ​ດ້ວຍພາສາ ​ຊູ​ແອດ. ວັນເຢືອງແທ່ງ ແມ່ນ​ນັກ​ຈິດ​ຕະກອນ​ ຜູ້​ທຳ​ອິດຂອງ ຫວຽດນາມ ​ທີ່​ໄດ້​ຮັບ​ຄວາມ​ຮັກ​ແພງ ​ແລະ ​​ຊື່ນຊົມ ຈາກນັກສຶກສາ ຕ່າງປະເທດ ແລະ ໄດ້ສ້າງ​ຕັ້ງ​ສະມາຄົມ​ ສິລະ​ປະ ຕາມຊື່ນາງ: ແທ່ງ-Gruppen.

ຍ້ອນມີຄວາມຮູ້ດ້ານພາສາຕ່າງປະເທດ ຢ່າງຊໍານານ, ມີຄວາມສາ ມາດ ດ້ານເຕັກນິກການແຕ້ມຮູບ, ຮູບແຕ້ມຂອງ ວັນເຢືອງແທ່ງ ໄດ້ ສ້າງຊື່ສຽງ ຢູ່ຫຼາຍປະເທດ ທົ່ວໂລກ. ບັນດາຮູບແຕ້ມ ທີ່ປ່ຽມລົ້ມ ໄປດ້ວຍຈິດວິນຍານ ແຫ່ງຊາດຫວຽດ ຂອງ ທ່ານນາງ ໄດ້ຮັບການ ວາງສະແດງຢູ່ 16 ຫໍພິພິທະພັນ ແຫ່ງຊາດໃນທົ່ວໂລກ, ໄດ້ຮັບ ຫຼາຍລາງວັນ ອັນຊົງກຽດ ໃຫ້ນັກຈິດຕະກອນຍິງ, ໃນນັ້ນ ພິເສດ ຕ້ອງກ່າວເຖິງລາງວັນ “ສິລະປະດີເດັ່ນສາກົນ” ຂອງ CFMI, ປີ 1995.

 

ຮູບແຕ້ມຂອງ ວັນເຢືອງແທ່ງ ແມ່ນການປະສົມກົມກຽວ ລະຫວ່າງ ຮູບແບບ ຂອງ ອາຊີ ແລະ ເອີຣົບ, ໃນນັ້ນບັນດາເຕັກນິກ ການ ແຕ້ມຮູບແບບ ຕາເວັນຕົກ ທີ່ທັນສະໄໝ ໄດ້ນຳໃຊ້ ຢ່າງລະອຽດ ແນບນຽນ. ການຈັດໂຄງຮ່າງ​ທີ່​ສົມ​ດູ​ນ, ສີ​ສັນ​ທີ່ສົດ​ໃສ, ການ​ສະ​ແດງ​ອາລົມຈິດທີ່ມີຊີວິດຊີວາ, ມີລັກສະນະດົນຕີສູງ ປະສົມກັບ ສິລະປະ ທີ່ບໍ່ມີຕົນຕົວເປັນເລັກນ້ອຍ - ຊ່ຶ່ງແມ່ນຂີດໝາຍ ທີ່ພົ້ນ ເດັ່ນ ສ້າງເປັນ ແບບລີລາສະເພາະຂອງ ວັນເຢືອງແທ່ງ. 

ນັກຈິດຕະກອນ ວັນເຢືອງແທ່ງ ​ແມ່ນ​ຊາວ ຫວຽດນາມ ຄົນ​ທຳ​ອິດ​ທີ່​ໄດ້​ຮັບ​​ເລືອກ​ເຂົ້າ​ຮ່ວມ​ໂຄງການ​ສິລະ​ປະ​ ດີ​ເດັ່ນ​ສາກົນ CFM - Snecma, ສ ອາ​ເມ​ລິ​ກາ - ຝຣັ່ງ 2 ຄັ້ງ ​ໃນ​ປີ 1995 ​ແລະ 1997 (International Excellence of Arts) ​ແລະ “ເຊີດຊູແຜ່ນດິນ ຫວຽດ” ​ໃນ​ປີ 2007 ຢູ່ ວັນມ໋ຽວ - ກວັກຕືຢາມ, ໄດ້ຮັບລາງວັນ ຈາກເວທີຜູ້ນຳແມ່ຍິງ ສາກົນ ໃນປີ 2018 ແລະ 2019..

ດ້ວຍສີສັນຂອງ ຮູບແຕ້ມ ທີ່ນຸ້ມນວນ ເຖິງ​ສົດຊື່ນ, ແຕ່ລາຍແຕ້ມ ທີ່ ອ່ອນໂຍນ ເຖິງມີພະລັງ, ປະສານເຂົ້າກັນຢ່າງຄ່ອງແຄ້ວ ລະຫວ່າງ ວັດທະນະທຳ ພື້ນເມືອງ ແລະ ສິລະປະທີ່ ບໍ່ມີຕົວຕົນ, ຮູບແຕ້ມ ຂອງ ວັນເຢືອງແທ່ງ ​ແມ່ນປ່ຽມລົ້ມໄປດ້ວຍ ອາລົມ​ຈິດ, ຄວາມຖະ ໜອມຮັກ ​ແລະ ຄວາມ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ. ນີ້​​ແມ່ນ​ແຮງ​ບັນ​ດານ​ໃຈ​ຕົ້ນ​ຕໍ​ໃນບັນດາຜົນງານ ປະດິດແຕ່ງ ຂອງ ວັນເຢືອງ ແທ່ງ. ລັກສະນະ ຫວຽດ​, ​ວິນ​ຍານ​ ຫວຽດ​ ສະແດງໃຫ້ເຫັນ ໃນແຕ່ ລະລາຍແຕ້ມ ຢູ່ສະເໝີ, ເພາະສະ​ນັ້ນ ວັນເຢືອງແທ່ງ ຈິ່ງໄດ້​ຮັບຂະ ໜານ​ນາມ​ວ່າ ເປັນ “ທູດ​ວັດ​ທະ​ນະ​ທຳ ​ຫວຽດ​ນາມ”.

 

ລາຍຊິດປາກກາສີດຳສຸດທີ່ບາງ ແລະ ເໜັງໃນຮູບແຕ້ມຂອງ ວັນ ເຢືອງແທ່ງ ບໍ່ສາມາດສ້າງຄືນໃໝ່ໄດ້ເທື່ອທີສອງ.  ນັ້ນແມ່ນ ເຫດ ຜົນ ເຮັດໃຫ້ຮູບແຕ້ມຂອງ ວັນເຢືອງແທ່ງ ຖືກເກັບກຳ ໃຫ້ບັນດາ ກິດຈະກຳສາທາລະນະເຊັ່ນ: ໂຮງແຮມ D.I.C. Star Hotel, ຕຶກ Pacific Place, Vinacapital, Galery Piony & Iris ແລະ ນັກ ສະສົມທັງພາຍໃນ ແລະ ຕ່າງປະເທດ

ຜ່ານ​ຮູບ​ແຕ້ມ 1.800 ແຜ່ນ ​ແລະ 85 ງານວາງສະແດງ ສ່ວນບຸກ ຄົນ, ນັກຈິດຕະກອນ ວັນເຢືອງແທ່ງ ​ໄດ້ເຮັດໃຫ້ ການພົວພັນ ມິດ ຕະພາບ ແລະ ຄວາມເຂົ້າໃຈ ກ່ຽວກັບ ຫວຽດນາມ ຕໍ່ເພື່ອນມິດສາ ກົນດີຍິ່ງຂຶ້ນ. ມີຊື່ສຽງ ​ແຕ່ ວັນເຢືອງແທ່ງ ບໍ່​ໃຊ້ຊີວິດ ໃນໂລກສະ ເພາະ ທີ່ແຍກອອກ ຈາກຊີວິດຈິງ. ຄວາມມຸ່ງມາດ ປາດຖະຫນາ ຂອງ ທ່ານນາງ ແມ່ນເພື່ອປະກອບສ່ວນ ເຂົ້າໃນ ການບຳລຸງສ້າງຜູ້ ມີຄວາມສາມາດ ໃນດ້ານສິລະປະ. ໂຮງ​ແຕ້ມ​ຮູບ “ດອກ​ບົວ​ຂາວ” ຕັ້ງຢູ່ເຮືອນເລກທີ C29 ຮ່ອມບ້ານ 210, ຖະໜົນ ງີຕ່າມ (ຮ່າ​ໂນ້ຍ) ແມ່ນ​ບ່ອນ​ທີ່​ທ່ານນາງ ​ໄດ້​ເປີດ​ຫ້ອງ​ຮຽນ​ແຕ້ມ​ຮູບ ສຳລັບເດັກ​ນ້ອຍ ຜູ້ມີ​ພອນ​ສະ​ຫວັນ ​ດ້ານ​ສິ​ລະ​ປະ. ມາຮອດປັດຈຸບັນ, ນັກຮຽນ ຂອງ ທ່ານນາງ ຫຼາຍຄົນໄດ້ກາຍເປັນ ນັກສຶກສາ ຂອງ ມະຫາວິທະຍາ ໄລສາກົນ ຫຼາຍແຫ່ງ. ເປັນເວລາ ຫຼາຍທົດສະວັດ ຜ່ານມາ, ວັນ ເຢືອງແທ່ງ ໄດ້ຈັດຕັ້ງຂາຍປະມູນ ຫຼາຍຜົນງານ ຂອງ ຕົນ ເພື່ອສ້າງ ຕັ້ງກອງທຶນ ສໍາລັບເດັກນ້ອຍ ຜູ້ດ້ອຍໂອກາດ, ເປີດ ຫ້ອງວາງສະ ແດງ ຮູບແຕ້ມ ທີ່ບໍ່ຫວັງຜົນກຳໄລ ເປັນເວລາ 3 ປີ ໃຫ້ ໂຄງການ ລົບລ້າງ ຄວາມອຶດຫິວ-ຫຼຸດຜ່ອນຄວາມທຸກຍາກ ຂອງ ອົງການ ສະ ຫະປະຊາຊາດ (UNDP) ຢູ່ ຮ່າໂນ້ຍ ຫຼື ມອບຮູບແຕ້ມ ເພື່ອຂາຍ ປະມູນ, ສ້າງກອງທຶນການສຶກສາ ໃຫ້ບັນດານັກສຶກສາ ຫວຽດນາມ ຜູ້ມີຄວາມສາມາດ ຢູ່ ສ ອາເມລິກາ…

 
 

ວັນເຢືອງແທ່ງ ປາດ​ຖະໜາ​ຢາກ​ຖ່າຍທອດແຮງບັນດານໃຈ ໃຫ້​ກັບເດັກໆ ​ຄື​ ແທ່ງ ​ໃນ​ເມື່ອ​ກ່ອນ, ມີ​ພອນ​ສະຫວັນ​ ໃນ​ການ​ແຕ້ມ​ຮູບ, ແຕ່ມີ​ສະພາບ​ການ​ຄອບຄົວທີ່​ຫຍຸ້ງຍາກ​: ​ນາງນ້ອຍ ວັນເຢືອງ ແທ່ງ ​ໄດ້​ຜ່ານ​ຜ່າ ​ສະພາບ​ການ ເພື່ອ​ໃຫ້​ປະສົບ​ຜົນສຳ​ເລັດ, ​ບັນດາ ເດັກໆ ກໍ່​ຈະ​ເຮັດໄດ້​ຄື​ກັນ, ພຽງແຕ່ກ້າຕາມຫາຄວາມ​ໄຝ່ຝັນ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ”, ນັກ​ແຕ້ມ ວັນເຢືອງແທ່ງ ​ໄດ້​ແບ່ງປັນ​ ກ່ຽວ​ກັບ​ເຫດຜົນ​ທີ່​ຈະ​ກັບ​ຄືນ ​ຫວຽດນາມ ​ເພື່ອປະຕິບັດ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ຂອງ​ ຕົນຄືແນວນັ້ນ.

ບົດ: ຖາວວີ -​ ພາບ: ແທງຢາງ ແລະ ເອກະສານ/VNP - ແປໂດຍ: ບິກລຽນ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top