ນັກຈິດຕະກອນ ວັນເຢືອງແທ່ງ - ຜູ້ເປັນຂົວຕໍ່ ດ້ານວັດທະນະທໍາ ດ້ວຍສິລະປະ ການແຕ້ມຮູບ
ໂດຍຮັບຮູ້ວ່າ ເປັນໜຶ່ງໃນບັນດານັກຈິດຕະກອນ ຜູ້ມີຄວາມສາມາດ ຂອງ ອາຊີ, ປັດຈຸບັນ, ຜົນງານຂອງ ນັກຈິດຕະກອນ ວັນເຢືອງ ແທ່ງ ໄດ້ຖືກວາງສະແດງ ຢູ່ຫໍພິພິທະພັນສິລະປະ ສາກົນ 16 ແຫ່ງໃນທົ່ວໂລກ.
ຈາກການພົບພໍ້ກັນ ຂອງນາງນ້ອຍນັກຮຽນຜູ້ທຸກຍາກ ກັບນັກ ຈິດຕະກອນ ຂັ້ນອາຈານ ກ່ຽວກັບສິລະປະແຕ້ມຮູບ ຫວຽດນາມ...
ເມື່ອອາຍຸ 12 ປີ, ນັກແຕ້ມ ວັນເຢືອງແທ່ງ ເຂົ້າຮຽນ ຢູ່ ມະຫາວິທະ ຍາໄລ ວິຈິດສິນ ຫວຽດນາມ. ໃນຖານະທີ່ເປັນຜູ້ຮັກມັກວັນນະຄະດີມາແຕ່ຍັງນ້ອຍ, ເພາະສະນັ້ນ ວັນເຢືອງແທ່ງ ຍາມໃດກໍ່ເອົາໃຈໃສ່ເຖິງໜັງສືພິມ ວັນເງ້ (ວັນນະສິນ). ຍ້ອນຈຳນວນ ພິມຈຳໜ່າຍ ມີ ຈຳກັດ, ແຕ່ມີຜູ້ສັ່ງຊື້ຫຼາຍ ເພາະສະນັ້ນລາຄາຂອງ ໜັງສືພິມ ແມ່ນ ບໍ່ຖືກ, ໂດຍສະເພາະ ສໍາລັບນັກຮຽນທຸກຍາກຄື ວັນເຢືອງແທ່ງ.
ໂດຍບັງເອີນ, ມີຄັ້ງໜຶ່ງ ໄດ້ຖື ໜັງສືພິມໃນມື, ເປັນຄັ້ງທຳອິດ, ວັນ ເຢືອງແທ່ງ ໄດ້ເຫັນຮູບແຕ້ມ ຂອງ ບັນດານັກແຕ້ມ ຂັ້ນອາຈານ ຂອງ ຫວຽດນາມ, ເຖິງວ່າເປັນພຽງຮູບແຕ້ມອະພິປາຍເທົ່ານັ້ນ. ທ່ານນາງ ວັນເຢືອງແທ່ງ ໄດ້ຫວນຄືນວ່າ: “ເມື່ອໄດ້ເຫັນບັນດາຮູບແຕ້ມອະພິປາຍ ຂອງ ນັກຈິດຕະກອນ ບຸ່ຍຊວນຟ໋າຍ, ວັນກາວ, ຫງວຽນຊ໋າງ,... ຂ້າພະເຈົ້າຮູ້ສຶກນິຍົມທີ່ສຸດ. ຂ້າພະເຈົ້າໄດ້ປະຍັດ ເງິນໄວ້ ເພື່ອຊື້ໜັງສືພິມ ວັນເງ້. ຫຼັງຈາກອ່ານແລ້ວກໍຕັດຮູບແຕ້ມຂອງບັນດາຄູອາຈານ ຕິດໃສ່ໃນປຶ້ມບັນທຶກໄວ້ເພື່ອເປັນທີ່ລະນຶກ”.
ເວລາຜ່ານໄປ, ເມື່ອອາຍຸ 17 ປີ, ວັນເຢືອງແທ່ງ ໄດ້ອ້າຍຂອງຕົນ ພາໄປຢາມໝູ່. “ໃນການພົບປະຄັ້ງນັ້ນ, ຂ້າພະເຈົ້າໄດ້ເຫັນຄົນໆ ໜຶ່ງ ທີ່ຈ່ອຍຜອມ, ດັງໂດ່ງ, ໜ້າໂວກ ແຕ່ ສາຍຕາທີ່ສົດໃສ, ງາມຄືກັບຕາຂອງ ນັກຈິດຕະກອນ Van Gogh. ຂ້າພະເຈົ້າຮູ້ທັນທີ ນັ້ນແມ່ນ ນັກຈິດຕະກອນ ບຸ່ຍຊວນຟ໋າຍ. ຂ້າພະເຈົ້າໄດ້ທັກທາຍ ແລະ ເອີ້ນຊື່ເພິ່ນຢ່າງຈະແຈ້ງ,” ນັກແຕ້ມ ວັນເຢືອງແທ່ງ ໄດ້ຫວນຄືນຫຼັງການພົບປະທີ່ສຳຄັນ ໃນສາຍການເດີນທາງເປັນນັກແຕ້ມ ຂອງ ຕົນ.
ວັນເຢືອງແທ່ງ ແມ່ນນັກຈິດຕະກອນຍິງ ໜຸ່ມທີ່ສຸດ ມີຮູບແຕ້ມໄດ້ວາງສະແດງ ຢູ່ຫໍພິພິທະພັນວິຈິດສິນແຫ່ງຊາດ ຫວຽດນາມ ຕັ້ງແຕ່ອາຍຸ 20 ປີ, ນັ້ນແມ່ນຮູບແຕ້ມສີນ້ຳມັນ “ດອກເບັນຈະມາດຂາວ”.
ໃນເວລານັ້ນ, ນັກຈິດຕະກອນ ບຸ່ຍຊວນຟ໋າຍ ແປກໃຈຫຼາຍ ແລະ ໄດ້ຖາມ ວັນເຢືອງແທ່ງ ວ່າ: “ເປັນຫຍັງຫຼານຈຶ່ງຮູ້ຈັກລຸງ?”. ນາງ ນ້ອຍ ວັນເຢືອງແທ່ງ ຕອບວ່າ: ຍ້ອນຫຼານອົດອາຫານເຊົ້າເພື່ອຊື້ໜັງສືພິມ ວັນເງ້. ຫຼານໄດ້ຕັດຮູບແຕ້ມ ຂອງລຸງ ແລະ ໝູ່ ຂອງ ລຸງ ເພື່ອ ການສະສົມ. ຫຼານມັກມັນແທ້ໆ”. ເມື່ອນັກຈິດຕະກອນ ບຸ່ຍຊວນຟ໋າຍ ໄດ້ຍິນຄຳແນະນຳ ນາງນ້ອຍ ວັນເຢືອງແທ່ງ ວ່າເປັນ ນັກຮຽນໂຮງຮຽນສິລະປະ ລະບົບ 12 ປີ, ເພິ່ນບໍ່ໄດ້ເວົ້າຫຍັງ. “ງຽບ ໄປຊົ່ວໄລຍະໜຶ່ງ, ນໍ້າຕາ ຂອງ ເພິ່ນຄໍເປົ້າ. ໃນເວລານັ້ນ ເພິ່ນທຸກ ຍາກຫຼາຍ, ບໍ່ມີວຽກເຮັດ, ຄອບຄົວ ຂອງເພິ່ນ 7 ຄົນຕ້ອງໃຊ້ຊີວິດ ຢູ່ໃນຫ້ອງໜຶ່ງ ມີລວງກວ້າງ ພຽງ 25 ມ2. ແຕ່ເພິ່ນບໍ່ຄິດເຖິງເລີຍວ່າ ຈະມີນັກຮຽນ ຄົນໜຶ່ງ ຢູ່ໂຮງຮຽນສິລະປະ ໄດ້ນິຍົມເພິ່ນເຖິງຂັ້ນ ອົດອາຫານ ເພື່ອຊື້ ໜັງສືພິມ ທີ່ມີຮູບແຕ້ມຂອງຕົນ”. ທ່ານນາງ ວັນເຢືອງແທ່ງ ໄດ້ຫວນຄືນຄວາມຊົງຈຳ ຂອງການພົບປະຄັ້ງທຳອິດ ກັບນັກແຕ້ມຂັ້ນອາຈານຂອງ ຫວຽດນາມ, ຜູ້ທີ່ຕໍ່ມາ ໄດ້ມີ ຜົນສະທ້ອນຕໍ່ຊີວິດ ແລະ ອາຊີບຂອງ ທ່ານນາງ.
ນັກຈິດຕະກອນ ວັນເຢືອງແທ່ງ ໄດ້ໄຂຄວາມໃນໃຈອອກມາວ່າ ພາຍຫຼັງການພົບພໍ້ກັນໃນປີນັ້ນ, ທ່ານນາງ ວັນເຢືອງແທ່ງ ຍາມໃດກໍ່ຖືວ່າ ຕົນເອງແມ່ນລູກສິດ ຂອງ ນັກຈິດຕະກອນ ບຸ່ຍຊວນຟ໋າຍ. ສຳລັບທ່ານນາງ, ນັກຈິດຕະກອນ ບຸ່ຍຊວນຟ໋າຍ ແມ່ນຍິ່ງກ່ວາອາ ຈານຜູ້ໜຶ່ງ, ນັ້ນແມ່ນອາຈານ ທາງດ້ານຈິດໃຈ ຂອງທ່ານນາງ, ເຖິງແມ່ນວ່າ ທ່ານນາງ ບໍ່ເຄີຍໄດ້ຮ່ຳຮຽນໂດຍກົງ. “ເຕັກນິກ ການແຕ້ມ ຮູບ, ປະສົມສີ, ວິທີຮັບຮູ້ສິລະປະ... ແຕ່ສູງກວ່າສິ່ງອື່ນໃດ ແມ່ນ ມູມມອງ ກ່ຽວກັບຊີວິດ, ການໃຊ້ຊີວິດ ຂອງນັກສິລະປິນ, ມານະ ຈິດຂອງນັກຈິດຕະກອນ ເມື່ອເຮັດວຽກ ໃນຂົງເຂດ ຈິດຕະກຳ, ອຸ ທິດຕະຫຼອດຊີວິດ ໃຫ້ອຸດົມການ ທີ່ຕົນເອງໄດ້ເລືອກ. ນັ້ນແມ່ນສິ່ງ ທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກອາຈານ ບຸ່ຍຊວນຟ໋າຍ”.
… ເຖິງຄວາມມຸ່ງມາດປາດຖະໜາ ຂອງ ວັນເຢືອງແທ່ງ
ປີ 1980, ນັກຈິດຕະກອນ ວັນເຢືອງແທ່ງ ເຮັດວຽກ ຢູ່ສະຖາບັນ ຄົ້ນຄວ້າ ວັດທະນະທຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) . ຫຼັງຈາກນັ້ນ, ນາງໄດ້ຖືກສົ່ງໄປຮຽນ ລະດັບ ປະລິນຍາໂທຂະແໜງ ພາສາຢູ່ປະເທດ ຊູແອດ. ພາຍຫຼັງຮຽນຈົບ, ທ່ານນາງ ວັນເຢືອງແທ່ງ ໄດ້ກາຍເປັນອາຈານ ອາຊີ ຜູ້ທຳອິດ ທີ່ສອນວິຈິດສິນດ້ວຍພາສາ ຊູແອດ. ວັນເຢືອງແທ່ງ ແມ່ນນັກຈິດຕະກອນ ຜູ້ທຳອິດຂອງ ຫວຽດນາມ ທີ່ໄດ້ຮັບຄວາມຮັກແພງ ແລະ ຊື່ນຊົມ ຈາກນັກສຶກສາ ຕ່າງປະເທດ ແລະ ໄດ້ສ້າງຕັ້ງສະມາຄົມ ສິລະປະ ຕາມຊື່ນາງ: ແທ່ງ-Gruppen.
ຍ້ອນມີຄວາມຮູ້ດ້ານພາສາຕ່າງປະເທດ ຢ່າງຊໍານານ, ມີຄວາມສາ ມາດ ດ້ານເຕັກນິກການແຕ້ມຮູບ, ຮູບແຕ້ມຂອງ ວັນເຢືອງແທ່ງ ໄດ້ ສ້າງຊື່ສຽງ ຢູ່ຫຼາຍປະເທດ ທົ່ວໂລກ. ບັນດາຮູບແຕ້ມ ທີ່ປ່ຽມລົ້ມ ໄປດ້ວຍຈິດວິນຍານ ແຫ່ງຊາດຫວຽດ ຂອງ ທ່ານນາງ ໄດ້ຮັບການ ວາງສະແດງຢູ່ 16 ຫໍພິພິທະພັນ ແຫ່ງຊາດໃນທົ່ວໂລກ, ໄດ້ຮັບ ຫຼາຍລາງວັນ ອັນຊົງກຽດ ໃຫ້ນັກຈິດຕະກອນຍິງ, ໃນນັ້ນ ພິເສດ ຕ້ອງກ່າວເຖິງລາງວັນ “ສິລະປະດີເດັ່ນສາກົນ” ຂອງ CFMI, ປີ 1995.
ຮູບແຕ້ມຂອງ ວັນເຢືອງແທ່ງ ແມ່ນການປະສົມກົມກຽວ ລະຫວ່າງ ຮູບແບບ ຂອງ ອາຊີ ແລະ ເອີຣົບ, ໃນນັ້ນບັນດາເຕັກນິກ ການ ແຕ້ມຮູບແບບ ຕາເວັນຕົກ ທີ່ທັນສະໄໝ ໄດ້ນຳໃຊ້ ຢ່າງລະອຽດ ແນບນຽນ. ການຈັດໂຄງຮ່າງທີ່ສົມດູນ, ສີສັນທີ່ສົດໃສ, ການສະແດງອາລົມຈິດທີ່ມີຊີວິດຊີວາ, ມີລັກສະນະດົນຕີສູງ ປະສົມກັບ ສິລະປະ ທີ່ບໍ່ມີຕົນຕົວເປັນເລັກນ້ອຍ - ຊ່ຶ່ງແມ່ນຂີດໝາຍ ທີ່ພົ້ນ ເດັ່ນ ສ້າງເປັນ ແບບລີລາສະເພາະຂອງ ວັນເຢືອງແທ່ງ.
ນັກຈິດຕະກອນ ວັນເຢືອງແທ່ງ ແມ່ນຊາວ ຫວຽດນາມ ຄົນທຳອິດທີ່ໄດ້ຮັບເລືອກເຂົ້າຮ່ວມໂຄງການສິລະປະ ດີເດັ່ນສາກົນ CFM - Snecma, ສ ອາເມລິກາ - ຝຣັ່ງ 2 ຄັ້ງ ໃນປີ 1995 ແລະ 1997 (International Excellence of Arts) ແລະ “ເຊີດຊູແຜ່ນດິນ ຫວຽດ” ໃນປີ 2007 ຢູ່ ວັນມ໋ຽວ - ກວັກຕືຢາມ, ໄດ້ຮັບລາງວັນ ຈາກເວທີຜູ້ນຳແມ່ຍິງ ສາກົນ ໃນປີ 2018 ແລະ 2019..
ດ້ວຍສີສັນຂອງ ຮູບແຕ້ມ ທີ່ນຸ້ມນວນ ເຖິງສົດຊື່ນ, ແຕ່ລາຍແຕ້ມ ທີ່ ອ່ອນໂຍນ ເຖິງມີພະລັງ, ປະສານເຂົ້າກັນຢ່າງຄ່ອງແຄ້ວ ລະຫວ່າງ ວັດທະນະທຳ ພື້ນເມືອງ ແລະ ສິລະປະທີ່ ບໍ່ມີຕົວຕົນ, ຮູບແຕ້ມ ຂອງ ວັນເຢືອງແທ່ງ ແມ່ນປ່ຽມລົ້ມໄປດ້ວຍ ອາລົມຈິດ, ຄວາມຖະ ໜອມຮັກ ແລະ ຄວາມຄິດເຖິງບ້ານເກີດເມືອງນອນ. ນີ້ແມ່ນແຮງບັນດານໃຈຕົ້ນຕໍໃນບັນດາຜົນງານ ປະດິດແຕ່ງ ຂອງ ວັນເຢືອງ ແທ່ງ. ລັກສະນະ ຫວຽດ, ວິນຍານ ຫວຽດ ສະແດງໃຫ້ເຫັນ ໃນແຕ່ ລະລາຍແຕ້ມ ຢູ່ສະເໝີ, ເພາະສະນັ້ນ ວັນເຢືອງແທ່ງ ຈິ່ງໄດ້ຮັບຂະ ໜານນາມວ່າ ເປັນ “ທູດວັດທະນະທຳ ຫວຽດນາມ”.
ລາຍຊິດປາກກາສີດຳສຸດທີ່ບາງ ແລະ ເໜັງໃນຮູບແຕ້ມຂອງ ວັນ ເຢືອງແທ່ງ ບໍ່ສາມາດສ້າງຄືນໃໝ່ໄດ້ເທື່ອທີສອງ. ນັ້ນແມ່ນ ເຫດ ຜົນ ເຮັດໃຫ້ຮູບແຕ້ມຂອງ ວັນເຢືອງແທ່ງ ຖືກເກັບກຳ ໃຫ້ບັນດາ ກິດຈະກຳສາທາລະນະເຊັ່ນ: ໂຮງແຮມ D.I.C. Star Hotel, ຕຶກ Pacific Place, Vinacapital, Galery Piony & Iris ແລະ ນັກ ສະສົມທັງພາຍໃນ ແລະ ຕ່າງປະເທດ…
ຜ່ານຮູບແຕ້ມ 1.800 ແຜ່ນ ແລະ 85 ງານວາງສະແດງ ສ່ວນບຸກ ຄົນ, ນັກຈິດຕະກອນ ວັນເຢືອງແທ່ງ ໄດ້ເຮັດໃຫ້ ການພົວພັນ ມິດ ຕະພາບ ແລະ ຄວາມເຂົ້າໃຈ ກ່ຽວກັບ ຫວຽດນາມ ຕໍ່ເພື່ອນມິດສາ ກົນດີຍິ່ງຂຶ້ນ. ມີຊື່ສຽງ ແຕ່ ວັນເຢືອງແທ່ງ ບໍ່ໃຊ້ຊີວິດ ໃນໂລກສະ ເພາະ ທີ່ແຍກອອກ ຈາກຊີວິດຈິງ. ຄວາມມຸ່ງມາດ ປາດຖະຫນາ ຂອງ ທ່ານນາງ ແມ່ນເພື່ອປະກອບສ່ວນ ເຂົ້າໃນ ການບຳລຸງສ້າງຜູ້ ມີຄວາມສາມາດ ໃນດ້ານສິລະປະ. ໂຮງແຕ້ມຮູບ “ດອກບົວຂາວ” ຕັ້ງຢູ່ເຮືອນເລກທີ C29 ຮ່ອມບ້ານ 210, ຖະໜົນ ງີຕ່າມ (ຮ່າໂນ້ຍ) ແມ່ນບ່ອນທີ່ທ່ານນາງ ໄດ້ເປີດຫ້ອງຮຽນແຕ້ມຮູບ ສຳລັບເດັກນ້ອຍ ຜູ້ມີພອນສະຫວັນ ດ້ານສິລະປະ. ມາຮອດປັດຈຸບັນ, ນັກຮຽນ ຂອງ ທ່ານນາງ ຫຼາຍຄົນໄດ້ກາຍເປັນ ນັກສຶກສາ ຂອງ ມະຫາວິທະຍາ ໄລສາກົນ ຫຼາຍແຫ່ງ. ເປັນເວລາ ຫຼາຍທົດສະວັດ ຜ່ານມາ, ວັນ ເຢືອງແທ່ງ ໄດ້ຈັດຕັ້ງຂາຍປະມູນ ຫຼາຍຜົນງານ ຂອງ ຕົນ ເພື່ອສ້າງ ຕັ້ງກອງທຶນ ສໍາລັບເດັກນ້ອຍ ຜູ້ດ້ອຍໂອກາດ, ເປີດ ຫ້ອງວາງສະ ແດງ ຮູບແຕ້ມ ທີ່ບໍ່ຫວັງຜົນກຳໄລ ເປັນເວລາ 3 ປີ ໃຫ້ ໂຄງການ ລົບລ້າງ ຄວາມອຶດຫິວ-ຫຼຸດຜ່ອນຄວາມທຸກຍາກ ຂອງ ອົງການ ສະ ຫະປະຊາຊາດ (UNDP) ຢູ່ ຮ່າໂນ້ຍ ຫຼື ມອບຮູບແຕ້ມ ເພື່ອຂາຍ ປະມູນ, ສ້າງກອງທຶນການສຶກສາ ໃຫ້ບັນດານັກສຶກສາ ຫວຽດນາມ ຜູ້ມີຄວາມສາມາດ ຢູ່ ສ ອາເມລິກາ…
“ວັນເຢືອງແທ່ງ ປາດຖະໜາຢາກຖ່າຍທອດແຮງບັນດານໃຈ ໃຫ້ກັບເດັກໆ ຄື ແທ່ງ ໃນເມື່ອກ່ອນ, ມີພອນສະຫວັນ ໃນການແຕ້ມຮູບ, ແຕ່ມີສະພາບການຄອບຄົວທີ່ຫຍຸ້ງຍາກ: ນາງນ້ອຍ ວັນເຢືອງ ແທ່ງ ໄດ້ຜ່ານຜ່າ ສະພາບການ ເພື່ອໃຫ້ປະສົບຜົນສຳເລັດ, ບັນດາ ເດັກໆ ກໍ່ຈະເຮັດໄດ້ຄືກັນ, ພຽງແຕ່ກ້າຕາມຫາຄວາມໄຝ່ຝັນ ແລະ ຄວາມມຸ່ງມາດປາດຖະໜາ”, ນັກແຕ້ມ ວັນເຢືອງແທ່ງ ໄດ້ແບ່ງປັນ ກ່ຽວກັບເຫດຜົນທີ່ຈະກັບຄືນ ຫວຽດນາມ ເພື່ອປະຕິບັດ ຄວາມມຸ່ງມາດປາດຖະໜາ ຂອງ ຕົນຄືແນວນັ້ນ.
ບົດ: ຖາວວີ - ພາບ: ແທງຢາງ ແລະ ເອກະສານ/VNP - ແປໂດຍ: ບິກລຽນ