• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AMM-53 ສະແດງໃຫ້ເຫັນທັດສະນະຢ່າງຈະແຈ້ງກ່ຽວກັບບັນຫາທະເລຕາເວັນອອກ

      ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 53, ເຊິ່ງຫາກໍ່ດຳເນີນໃນລະຫວ່າງວັນທີ 09 – 12 ກັນຍາ ຕາມຮູບແບບທາງອອນລາຍ, ພາຍໃຕ້ການເປັນປະທານປະສານງານຂອງປະເທດປະທານອາຊຽນ 2020 - ຫວຽດນາມ ນັ້ນ, ອີກຄັ້ງໜຶ່ງບັນຫາທະເລຕາເວັນອອກພັດກາຍເປັນບັນຫາຈຸດສຸມ.

(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ)
      ເປັນທີ່ຈະແຈ້ງແລ້ວວ່າ, ບັນດາການຜັນແປທີ່ເຄັ່ງຕຶງຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກແມ່ນສາຍເຫດພາໄປເຖິງຄວາມສົນໃຈຂອງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ.
        ໃນສະພາບການໂລກຂາດຄວາມສະຖຽນລະພາບນັບມື້ນັບເພີ່ມຂຶ້ນ, ໃນນັ້ນມີໂລກລະບາດໂຄວິດ-19, ຄວາມສ່ຽງທາງດ້ານເສດຖະກິດຖືກຊຸດໂຊມ, ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ຖືກເພີ່ມຂຶ້ນ… ນັ້ນ, AMM-53 ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ເປັນກາງ, ໃນນັ້ນຖືກົດໝາຍສາກົນເປັນສຳຄັນ.
ທັດສະນະຢ່າງຈະແຈ້ງຈາກປະເທດປະທານອາຊຽນ 2020
        ທີ່ກອງປະຊຸມ AMM-53, ດ້ວຍຖານະຕຳແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ແບ່ງປັນຢ່າງກົງໄປກົງມາກ່ຽວກັບບັນດາການຜັນແປທີ່ສັບສົນ, ເຫດການຮ້າຍແຮງທີ່ເກີດຂຶ້ນໃນໄລຍະຜ່ານມາຢູ່ທະເລຕາເວັນອອກ, ສະເໜີໃຫ້ອາຊຽນ ຈົ່ງຮັກສາຄວາມສາມັກຄີ ແລະ ຫຼັກໝັ້ນຫຼັກການ, ໃນນັ້ນຄວນສືບຕໍ່ຖືການປະຕິບັດຕາມກົດໝາຍສາກົນເປັນສຳຄັນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ຫວຽດນາມ ຖືວ່າ, ບັນດາການເຄື່ອນໄຫວຫັນເປັນການທະຫານຢູ່ທະເລຕາເວັນອອກ ຫວ່າງມໍ່ໆມານີ້ແມ່ນໄປຝືນກັບບັນດາສິດຜົນປະໂຫຍດອັນຖືກຕ້ອງກັບກົດໝາຍຂອງບັນດາປະເທດຢູ່ເຂດແຄມທະເລ ກໍຄືກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ບັນດາການກະທຳດັ່ງກ່າວໄດ້ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດລົງ, ເຮັດໃຫ້ຄວາມເຄັ່ງຕຶງຖືກເພີ່ມຂຶ້ນ, ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ກົດໝາຍຢູ່ພາຍໃນພາກພື້ນ.
        ທັດສະນະຂອງຫວຽດນາມ ແລະ ອາຊຽນ ໃນບັນຫານີ້ແມ່ນສະເໝີຕົ້ນສະເໝີປາຍ ແລະ ຈະແຈ້ງ, ນັ້ນແມ່ນເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລວມ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນໃນບັນດາການເຄື່ອນໄຫວຂອງຕົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີອີງຕາມກົດໝາຍສາກົນ, ລວມທັງ UNCLOS 1982 - ເຊິ່ງໄດ້ຮັບຖືວ່າແມ່ນພື້ນຖານເພື່ອກຳນົດສິດຜົນປະໂຫຍດອັນຖືກຕ້ອງກັບກົດໝາຍຂອງບັນດາປະເທດຢູ່ເຂດແຄມທະເລ ກໍຄືການຜັນຂະຫຍາຍບັນດາການເຄື່ອນໄຫວຢູ່ທະເລ. ອາຊຽນ ຈະມານະພະຍາຍາມເພື່ອປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ຄົບຖ້ວນ ແລະ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສົມບູນແບບ ຢ່າງມີປະສິດທິຜົນ, ຮອບດ້ານ ແລະ ຖືກຕ້ອງຕາມກົດໝາຍສາກົນ, ໃນນັ້ນມີ UNCLOS 1982 ແລະ ຫວັງວ່າ ບັນດາການເຈລະຈາກ່ຽວກັບ COC ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ກັບຈີນ ໂດຍໄວ.
        ບົນຈິດໃນນັ້ນ, ຫຼາຍປະເທດໄດ້ສະໜັບສະໜູນທັດສະນະຂອງຫວຽດນາມ, ມີບັນດາຖະແຫຼງການຢ່າງຈະແຈ້ງ, ສະແດງໃຫ້ເຫັນທັດສະນະຢ່າງຕັ້ງໜ້າເພື່ອແນໃສ່ແກ້ໄຂບັນດາການຜັນແປທີ່ເຄັ່ງຕຶງໃນພື້ນທີ່ຕົວຈິງຢູ່ທະເລຕາເວັນອອກ.
        ບັນດາປະເທດສືບຕໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ ແລະ ການບິນ, ບໍ່ຫັນເປັນການທະຫານ, ອົດກັ້ນບໍ່ໃຫ້ມີບັນດາການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ຫຼື ເພີ່ມຄວາມເຄັ່ງຕຶງ, ແກ້ໄຂບັນດາການຂັດແຂ້ງກັນໂດຍສັນຕິວິທີໃຫ້ສອດຄ່ອງກັບກົດໝາຍສາກົນ, ລວມທັງ UNCLOS 1982, ສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ 2020 (DOC) ແລະ ສ້າງ COC ຢູ່ທະເລຕາເວັນອອກຢ່າງມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982 ໃຫ້ສຳເລັດໂດຍໄວ.
        ໃນຂະນະນັ້ນ, ບັນດາຄູ່ຮ່ວມມືຂອງອາຊຽນ ບໍ່ພຽງແຕ່ສະໜັບສະໜູນອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາວ່າ ອາຊຽນ ຈະສວມບົດບາດເປັນເຈົ້າການ, ຕັ້ງໜ້າ ແລະ ເປັນໃຈກາງຢູ່ພາກພື້ນອິນເດຍ - ປາຊີຟິກ ກວ່າອີກດ້ວຍ.
ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ມີສະຖຽນລະພາບນອນໃນເປົ້າໝາຍຂອງທຸກໆປະເທດ
        ອາດເວົ້າໄດ້ວ່າ, ເລື່ອງບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືສະໜັບສະໜູນການເຈລະຈາ, ຮ່ວມມື ມຸ່ງໄປເຖິງການແກ້ໄຂຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ຜ່ານບັນດາມາດຕະການໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ໃນນັ້ນມີ UNCLOS 1982 ແມ່ນທ່າອ່ຽງໃໝ່ທີ່ມີຄວາມຕັ້ງໜ້າຫຼາຍຢ່າງຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM) ຄັ້ງທີ 53. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນບົດບາດພົ້ນເດັ່ນຂອງ ຫວຽດນາມ  ປະເທດປະທານອາຊຽນ 2020 ໃນການປະສານສົບທົບແກ້ໄຂໜຶ່ງໃນບັນດາບັນຫາສຳຄັນທີ່ສຸດຢູ່ພາກພື້ນ, ແນໃສ່ມຸ່ງໄປເຖິງອະນາຄົດອັນດີງາມກວ່າ.
        ຈິດໃຈກວມລວມຂອງກອງປະຊຸມແມ່ນ ບັນດາປະເທດລ້ວນແຕ່ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບລວມໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ອີງໃສ່ບົນຫຼັກການເສລີ ແລະ ເປີດເຜີຍ, ຄວາມເປັນລະບຽບຮຽບຮ້ອຍອີງໃສ່ວິໄສທັດຂອງອາຊຽນ ຢູ່ພາກພື້ນອິນເດຍ - ປາຊີຟິກ. ຮັບປະກັນ ອາຊີຕາເວັນອອກສ່ຽງໃຕ້ທີ່ມີສະຖຽນລະພາບນອນໃນເປົ້າໝາຍຂອງທຸກໆປະເທດຢູ່ພາຍໃນພາກພື້ນ ແລະ ນອກພາກພື້ນ. ບັນດາຄູ່ຮ່ວມມືຂອງອາຊຽນ ລ້ວນແຕ່ຢືນຢັນຈະຍົກອອກບັນດາການກະທຳຢ່າງລະອຽດເພື່ອໜູນຊ່ວຍອາຊຽນ ປະຕິບັດເປົ້າໝາຍຂອງຕົນ.
        ໃນສະພາບການແກ່ງແຍ້ງລະຫວ່າງອາເມລິກາ - ຈີນ ພວມຫຍຸ້ງເຫຍືອງ ແລະ ຮອບດ້ານໃນທຸກຂົງເຂດກວ່າເວລາໃດໝົດ, ອາຊຽນ ພວມມານະພະຍາຍາມເພື່ອຮັກສາບົດບາດໃຈກາງຂອງຕົນ, ສ້າງພາກພື້ນໃຫ້ມີສັນຕິພາບ, ສະຖຽນລະພາບຢ່າງບໍ່ຢຸດຢັ້ງ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top