• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AIPA ຮ່ວມ​ເດີນ​ທາງ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ ອາ​ຊຽນ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

ກອງປະຊຸມສະມັດຊາໃຫຍ່ AIPA-42 ຄັ້ງນີ້ ມີຫົວຂໍ້ວ່າ: “ພັດທະນາການພົວພັນຮ່ວມມືລັດຖະສະພາໃນຂົງເຂດດີຈີຕອນ ກວມລວມ ມຸ່ງໄປເຖິງປະຊາຄົມອາຊຽນ ປີ 2025”.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເປັນຫົວໜ້າຄະນະເຂົ້າຮ່ວມ ກອງປະຊຸມ (ພາບ:  sggp.org.vn)

ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA-42) ກອງປະຊຸມທາງໄກ ໄດ້ໄຂຂຶ້ນໃນວັນທີ 23 ສິງຫາ. ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເປັນຫົວໜ້າຄະນະເຂົ້າຮ່ວມ ກອງປະຊຸມຕາມຄຳເຊື້ອເຊີນຂອງ ທ່ານປະທານ AIPA, ປະທ່ານສະພານິຕິກຳ ບຣູໄນ, Darussalam Pehin Dato Abdul Rahman Taib. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີສານຊົມເຊີຍກອງປະຊຸມ ສະມັດຊາໃຫຍ່ AIPA-42.

ກອງປະຊຸມສະມັດຊາໃຫຍ່ AIPA-42 ຄັ້ງນີ້ ມີຫົວຂໍ້ວ່າ: “ພັດທະນາການພົວພັນຮ່ວມມືລັດຖະສະພາໃນຂົງເຂດດີຈີຕອນ ກວມລວມ ມຸ່ງໄປເຖິງປະຊາຄົມອາຊຽນ ປີ 2025”. ທ່ານຮອງປະທານຜູ້ປະຈຳສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໃຫ້ຮູ້ວ່າ:

ກອງປະຊຸມສະມັດຊາໃຫຍ່ AIPA  42 ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມ ຂອງ AIPA ຈະຮ່ວມເດີນທາງກັບ ອາຊຽນໃນຄວາມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19, ຜ່ານຜ່າບັນດາຄວາມຫຍຸ້ງຍາກ ເພື່ອຟື້ນຟູເສດຖະກິດ. ພັອມທັງປັບປຸງຄວາມສາມັກຄີໃນກຸ່ມ ອາຊຽນ, ປະຕິບັດຍຸດທະສາດທາງການທູດຢ່າງມີເອກະລາດ, ເປັນເຈົ້າຕົນເອງ, ມີຄວາມສະເໝີພາບ, ຮັກສາບົດບາດເປັນໃຈກາງ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍວາງອອກ ໃນການສ້າງປະຊາຄົມ ແລະ ສະແດງໃຫ້ເຫັນພາບຖ່າຍຂອງ ອາຊຽນ ທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະສົມທົບກັນຮັບມືກັບບັນດາບັນຫາທີ່ເກີດຂຶ້ນໃໝ່. ດ້ວຍຈິດໃຈເຫັນດີເຫັນພ້ອມ ແລະ ມານະພະຍາຍາມລວມ, AIPA ສືບຕໍ່ຢັ້ງຢືນ ແລະ ເສີມຂະຫຍາຍຈິດໃຈສາມັກຄີ, ເຫັນດີເຫັນພ້ອມ, ມີການກະທຳຢ່າງທັນການ, ຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ມຸ່ງໄປສູ່ທາງໜ້າຢ່າງບໍ່ຢຸດຢັ້ງ, ເພື່ອຄວາມຜາສຸກຂອງປະຊາຊົນບັນດາປະເທດໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top