• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AFF Cup 2022: ການນຳສະຖານທູດ ຫວຽດນາມ ປະຈຳ ລາວ ລະດົມກຳລັງໃຈທິມບານເຕະ ຫວຽດນາມ

ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສະໜັບສະໜູນ ແລະ ໜູນຊ່ວຍທີ່ຈຳເປັນ, ຊ່ວຍໃຫ້ທິມບານເຕະມີການກະກຽມສະດວກທີ່ສຸດໃຫ້ແກ່ນັດແຂ່ງຂັນນີ້.
  (ທ່ານ ຟານມິນຈຽນ, ອຸປະທູດຊົ່ວຄາວ ຕ້ອນຮັບທິມບານເຕະຊາຍ ຫວຽດນາມ)  

ຕອນບ່າຍວັນທີ 19 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ການນຳສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາສະມາຊິກຂອງທິມບານເຕະຊາຍ ຫວຽດນາມ ກ່ອນເຂົ້າຮ່ວມນັດແຂ່ງຂັນສາຍ B, ຊິງແຊັມບານເຕະ ອາຊີຕາເວັນອອກສ່ຽງໃຕ້ (AFF Mitsubishi Electric Cup 2022). ຢູ່ທີ່ນີ້, ທ່ານ ຟານມິນຈຽນ, ອຸປະທູດຊົ່ວຄາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ພ້ອມກັບຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ ເປັນຈຳນວນຫຼາຍ ມີຄວາມພາກພູມໃຈເມື່ອຮູ້ຂ່າວວ່າ ທິມບານເຕະ ຫວຽດນາມ ມາແຂ່ງຂັນໃນການແຂ່ງຂັນທາງການຂອງອາຊີຕາເວັນອອກສ່ຽງໃຕ້. ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສະໜັບສະໜູນ ແລະ ໜູນຊ່ວຍທີ່ຈຳເປັນ, ຊ່ວຍໃຫ້ທິມບານເຕະມີການກະກຽມສະດວກທີ່ສຸດໃຫ້ແກ່ນັດແຂ່ງຂັນນີ້.

ນັກແຂ່ງຂັນລະຫວ່າງທິມບານເຕະຊາຍ ຫວຽດນາມ ແລະ ລາວ ຈະຈັດຂຶ້ນໃນເວລາ 19 ໂມງ 30 ນາທີຂອງວັນທີ 21 ທັນວາ, ຢູ່ສະໜາມກິລາແຫ່ງຊາດ ລາວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top