• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AEM 54: ສ້າງສະພາບແວດລ້ອມແກ່ງແຍ້ງທີ່ສົດໄສໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຊຸກຍູ້ການພັດທະນາເສດຖະກິດ ດີຈີຕອນ ໃນ ອາຊຽນ

ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໃຫ້ຂໍ້ສັງເກດກ່ຽວກັບເລື່ອງປະຕິບັດກົດໝາຍວ່າດ້ວຍການແກ່ງແຍ້ງຢ່າງມີປະສິດທິຜົນຈະຊຸກຍູ້ວິວັດການປະຕິບັດນະໂຍບາຍເສດຖະກິດດີຈີຕອນ, ປະກອບສ່ວນພັດທະນາຕະຫຼາດດີຈີຕອນ.

 ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໃຫ້ຂໍ້ສັງເກດກ່ຽວກັບເລື່ອງປະຕິບັດກົດໝາຍວ່າດ້ວຍການແກ່ງແຍ້ງຢ່າງມີປະສິດທິຜົນຈະຊຸກຍູ້ວິວັດການປະຕິບັດນະໂຍບາຍເສດຖະກິດດີຈີຕອນ, ປະກອບສ່ວນພັດທະນາຕະຫຼາດດີຈີຕອນ.

    

ທ່ານ Penn Sovicheat, ຮອງລັດຖະມົນຕີ, ໂຄສົກກະຊວງການຄ້າ ກຳປູເຈຍ ແລະ ກອງປະຊຸມ SMS

ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMS), ພ້ອມກັບເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ແລະ ພັດທະນາຄົບຊຸດ, ເປັນຫົວຂໍ້ຂອງການປຶກສາຫາລືຕົ້ນຕໍໃນກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 54 (AEM -54) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ນີ້ແມ່ນການຢັ້ງຢືນຂອງທ່ານ Penn Sovicheat, ຮອງລັດຖະມົນຕີ, ໂຄສົກກະຊວງການຄ້າ ກຳປູເຈຍ ແລະ ກອງປະຊຸມຄັ້ງນີ້ ໃນການກອງປະຊຸມຖະແຫຼງຂ່າວຈັດຂຶ້ນໃນ ວັນທີ 18 ກັນຍາ, ໃນນັ້ນ ໄດ້ຊີ້ແຈ້ງກອງປະຊຸມໝູນອ້ອມຫົວຂໍ້ຈຸດສຸມກ່ຽວກັບບັນດາມາດຕະການຟື້ນຟູ ແລະ ພັດທະນາເສດຖະກິດພາກພື້ນ ອາຊຽນ ພາຍຫຼັງໂລກລະບາດໂຄວິດ -19. ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໃຫ້ຂໍ້ສັງເກດກ່ຽວກັບເລື່ອງປະຕິບັດກົດໝາຍວ່າດ້ວຍການແກ່ງແຍ້ງຢ່າງມີປະສິດທິຜົນຈະຊຸກຍູ້ວິວັດການປະຕິບັດນະໂຍບາຍເສດຖະກິດດີຈີຕອນ, ປະກອບສ່ວນພັດທະນາຕະຫຼາດດີຈີຕອນ, ຊ່ວຍໃຫ້ບັນດາ SMS ໃນກຸ່ມ ອາຊຽນ ອາດຈະດຳເນີນການເຄື່ອນໄຫວດຳເນີນທຸລະກິດ ຂອງຕົນໃນສະພາບແວດລ້ອມແກ່ງແຍ້ງທີ່ກະຈ່າງແຈ້ງ, ສົດໄສ. ກອງປະຊຸມ AEM -54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງດ້ວຍບັນດາໂຄງການດຳເນີນງານທີ່ຫຼາກຫຼາຍ ໄດ້ດຳເນີນໃນລະຫວ່າງວັນທີ 11 -18 ກັນຍາ ຢູ່ນະຄອນ ຊຽມຣຽບ ຂອງປະເທດ ກຳປູເຈຍ - ເຊິ່ງເປັນປະເທດເຈົ້າພາບ ອາຊຽນ 2022.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top