• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ADB ແລະ WB ຄາດ​ຄະ​ເນ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຢູ່​ໃນ​ລະ​ດັບ​ແຕ່ 5,3% - 6,5%

ໃນບົດລາຍງານແງ່ຫວັງພັດທະນາ ອາຊີ 2022 ທີ່ໄດ້ປະກາດໃນວັນທີ 6 ເມສາ, ທະນາຄານພັດທະນາ ອາຊີ (ADB) ໄດ້ຄາດຄະເນລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ປີ 2022 ຈະບັນລຸ 6,5% ແລະ ປີ 2023 ບັນລຸ 6,7%.

ໃນບົດລາຍງານແງ່ຫວັງພັດທະນາ ອາຊີ 2022 ທີ່ໄດ້ປະກາດໃນວັນທີ 6 ເມສາ, ທະນາຄານພັດທະນາ ອາຊີ (ADB)  ໄດ້ຄາດຄະເນລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ປີ 2022 ຈະບັນລຸ 6,5% ແລະ ປີ 2023 ບັນລຸ 6,7%.

   

(ພາບປະກອບ: TTXVN)

ຕາມການຄາດຄະເນຂອງ ADB ແລ້ວ, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດຂອງ ລັດຖະບານ ຫວຽດນາມ ຈະຊຸກຍູ້ການການເຕີບໂຕດ້ານອຸດສາຫະກຳ ຄາດວ່າຈະບັນລຸ 9,5% ໃນປີ 2022. ປະລິມານການຜະລິດກະສິກຳ ຄາດວ່າຈະເພີ່ມຂຶ້ນ 3,5% ໃນປີນີ້ ຍ້ອນຄວາມຕ້ອງການພາຍໃນປະເທດມີການຟື້ນຟູ ແລະ ລາຄາສິນຄ້າທົ່ວໂລກກໍເພີ່ມຂຶ້ນ. ເລື່ອງ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ທີ່ມີຜົນສັກສິດມາແຕ່ວັນທີ 1 ມັງກອນ 2022 ກໍຊ່ວຍຊຸກຍູ້ການເຄື່ອນໄຫວການຄ້າ ເມື່ອໂລກລະບາດໄດ້ຮັບການຄວບຄຸມ.

        WB ກໍຕີລາຄາວ່າ ແງ່ຫວັງດັ່ງກ່າວ ຍັງຂຶ້ນກັບຄວາມສ່ຽງທີ່ນັບມື້ນັບເພີ່ມຂຶ້ນ ເປັນຕົ້ນແມ່ນຜົນສະທ້ອນຈາກການປະທະກັນຢູ່ ຢູແກຼນ ແລະ ບັນດາມາດຕະການລົງໂທດທີ່ກ່ຽວຂ້ອງ. ບັນດາປັດໄຈເຫຼົ່ານີ້ ອາດຈະຮ້າຍແຮງກວ່າ ຖ້າຫາກວ່າປະກົດມີເຊື້ອໄວຣັດສາຍພັນໃໝ່ຂອງໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top