• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ADB: ເສດຖະກິດ ຫວຽດນາມ ເຕີບໂຕຢ່າງແຮງ ຍ້ອນປະສົບຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ - 19

      ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະຟື້ນຟູຢູ່ໃນລະດັບ 6,7% ໃນປີນີ້ ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຄືນໃໝ່ຂອງໂລກລະບາດໂຄວິດ - 19 ຢູ່ ບັນດາປະເທດໃກ້ຄຽງ ແລະ ເພີ່ມຂຶ້ນລະດັບ 7% ໃນປີ 2022. 
(ພາບປະກອບ: TTXVN)
        ເຖິງຢ່າງໃດກໍຕາມ, ຍັງມີຄວາມສ່ຽງຫຼາຍຢ່າງ, ໃນນັ້ນ ມີການກາຍພັນຂອງເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ ແລະ ຄວາມຊັກຊ້າໃນການໂຄງການວັກຊິນຂອງ ລັດຖະບານ. ນີ້ແມ່ນການສັງເກດໃນບົດລາຍງານແງ່ຫວັງພັດທະນາ ອາຊີ (ADO) 2021 ຂອງ ທະນາຄານພັດທະນາ ອາຊີ (ADB) ໃນວັນທີ 28 ເມສາ. ບົດລາຍງານຂອງທະນາຄານ ADB ໃຫ້ຂໍ້ສັງເກດວ່າ, ທ່າເຕີບໂຕເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເພີ່ມຂຶ້ນ, ດ້ວຍບັນດາໂຄງການປະຕິຮູບ ເພື່ອແນໃສ່ການປັບປຸງສະພາບແວດລ້ອມດຳເນີນທຸລະກິດ ແລະ ການເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາສົນທິສັນຍາການຄ້າເສລີ ກັບສ່ວນຫຼາຍບັນດາພື້ນຖານເສດຖະກິດພັດທະນາ. ນອກຈາກນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ ຈະຊຸກຍູ້ການເຕີບໂຕເສດຖະກິດຂອງ ຫວຽດນາມ ຕາມທິດເພີ່ມການສົ່ງອອກ, ການລົງທຶນ ແລະ ເປີດກວ້າງການຄ້າ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດມະຕິເລກທີ 43 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ

Top