• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

500 ວັນ ແລະ ຄືນປະຕິບັດການຫັນຂໍ້ມູນນັກຮົບເສຍສະຫຼະຊີວິດເພື່ອຊາດເປັນດີຈີຕອນໂດຍໄວທີ່ສຸດ

ບັນດາທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ພວມສຸມໃສ່ຜັນຂະຫຍາຍບັ້ນເຄື່ອນໄຫວ “500 ວັນ ແລະ ຄືນຍູ້ແຮງການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ອັດຖິນັກຮົບເສຍສະຫຼະຊີວິດເພືື່ອຊາດ”.
  ແຂວງ ກວາງຈິ ຈະຂຸດຄົ້ນ, ເກັບຕົວຢ່າງ AND ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຢັ້ງຢືນຂໍ້ມູນກວ່າ 22.000 ຂຸມ (ພາບ​ປະ​ກອບ: TTXVN)  

ເພື່ອ​ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 – 27 ກໍ​ລະ​ກົດ 2027), ບັນ​ດາ​ທ້ອງ​ຖິ່ນໃນ​ທົ່ວ​ປະ​ເທດ ຫວຽດ​ນາມ ພວມ​ສຸມ​ໃສ່ຜັນ​ຂະ​ຫຍາຍບັ້ນ​ເຄື່ອນ​ໄຫວ “500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພືື່ອ​ຊາດ”.

ໂດຍ​ປະ​ຕິ​ບັດ​ບັ້ນ​ເຄື່ອນ​ໄຫວ​ດັ່ງ​ກ່າວ, ຄາດ​ວ່າ ແຂວງ ກວາງ​​ຈິ ຈະຂຸດ​ຄົ້ນ, ເກັບ​ຕົວ​ຢ່າງ AND ​ຂຸມ​ຝັ​ງ​ສົບ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊາດ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ຂໍ້​ມູນກວ່າ 22.000 ​ຂຸມ. ພາຍ​ຫຼັງ​ຜັນ​ຂະ​ຫຍາຍ​ເປັນ​ເວ​ລາ 3 ເດືອນ, ບັນ​ດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ແຂວງ ກວາງ​ຈິ ໄດ້​ຄົ້ນ​ພົບ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດຢູ່​ບໍ​ລິ​ເວນ​ແຂວງ ແລະ ຢູ່ ​ລາວ ໄດ້ 58 ອັດ​ຖິ.

ໃນ​ຂະ​ນະ​ນັ້ນ, ແຂວງ ແຄັງ​ຮ​ວ່າ ກໍ່​ມີ​ແຜນ​ການ​ທ້ອນ​ໂຮມ​ອັດ​ຖິ​​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດປະ​ມານ 150 ອັດ​ຖິ ແລະ ເກັບ​ເອົາ​ຕົວ​ຢ່າງ AND ສຳ​ລັບອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ຊື່ 2.234 ​ອັດ​ຖິ. ທ່ານພັນ​ເອກ ວໍ​ວັນ​ວຽນ, ຮອງຫົວ​ໜ້າ​ການ​ເມືອງກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ແຄັງ​ຮ​ວ່າ, ໃຫ້​ຮູ້​ວ່າ:

“ບັນ​ດາ​ທ້ອງ​ຖິ່ນ​ມີ​ສຸ​ສານນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ ຍັງ​ມີ​ຂຸມ​ຝັງ​ສົບ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ໄດ້​ຊື່​ນາມ​ສະ​ກຸນ. ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ປະ​ຈຸ​ບັນ​ແມ່ນ​ການຢັ້ງ​ຢືນ, ເກັບ​ເອົາ​ຕົວ​ຢ່າງ​ອັດ​ຖິນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ທີ່​ໄດ້​ເຕົ້າ​ໂຮມ​ໃນ​ຫຼາຍ​ປີ​ກ່ອນ. ເວ​ລາ​ຍິ່ງ​ດົນ​ເລື່ອງ​ເກັບ​ເອົາ​ຕົວ​ຢ່າງ​ຮັບ​ໃຊ້​ການສັນ​ລະ​ສູດ AND ຍິ່ງ​ຫຍຸ້ງ​ຍາກ”.

ສ່ວນ​ຢູ່​ແຂວງ ເລິມ​ດົ່ງ, ແຕ່​ວັນ​ທີ 23 ມິ​ຖຸ​ນາ, ວຽກ​ງານ​ເກັບ​ຕົວ​ຢ່າງ, ການຫັນ​ເປັນ​ດີ​ຈີ​ຕອນ ແລະ ສ້າງ​ຮາກ​ຖານ​ຂໍ້​ມູນ AND ສຳ​ລັບອັດ​ຖິນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​​ໄດ້​ຜັນ​ຂະ​ຫຍາຍ​ຢູ່ເຂດ​ສຸ​ສານ 10 ແຫ່ງ ດ້ວຍ​ຈຳ​ນວນ 4.721 ຂຸມ​ຝັງ​ສົບ. ທາງ​ແຂວງສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ການ​ເກັບ​ເອົາ​ຕົວ​ຢ່າງ​ບັນ​ດາ​ອັດ​ຖິນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢັ້ງ​ຢືນ​ຊື່​ກ່ອນ​ວັນ​ທີ 15 ພະ​ຈິກ 2026.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດຂົນສົ່ງທາງທະເລແຖວໜ້າໂລກ

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດຂົນສົ່ງທາງທະເລແຖວໜ້າໂລກ

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ເນັ້ນໜັກວ່າ ບັນດາຂົງເຂດທີ່ກຸ່ມບໍລິສັດ Maersk ພວມລົງທຶນ ແລະ ມີຄວາມສົນໃຈ

Top