• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

50 ປິ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມປີຊາສາມາດ, ສະຫຼາດຊອງໃສ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ

ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ວັນຊາດລາວ (02/12/1975-02/12/2025) ທ່ານ ເລຂາທິການໃຫຍ່ ໂຕເລີມ ມີບົດຂຽນ 50 ປີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມສາມາດ, ສະຕິປັນຍາ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ
ທ່ານ ເລຂາທິການໃຫຍ່ ໂຕເລີມ (ພາບ: TTXVN)

ບົດຂຽນໃຫ້ຮູ້ວ່າ 50 ປີ ກ່ອນໜ້ານີ້, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳ, ປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ ຍາດເອົາອຳນາດມາສູ່ມືຂອງປະຊາຊົນ, ໂຄ່ນລົ້ມລະບອບລາຊາທິປະໄຕ, ປົດປ່ອຍປະເທດຊາດຫຼຸດພົ້ນອອກຈາກແອກປົກຄອງຂອງລະບອບສັກດີນາ, ແລະ ລັດທິຈັກກະພັດ, ລັດທິລ່າເມືອງຂຶ້ນ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.  ນີ້ແມ່ນຂີດໝາຍສຳຄັນພິເສດ, ເປີດສັງກາດໃໝ່ບົນດິນແດນ ດອກຈຳປາ-ສັງກາດແຫ່ງ ເອກະລາດ ເສລີພາບ ແລະ ກໍ່ສ້າງສັງຄົມຍຸຕິທຳ ແລະ ສີວິໄລ,  ປະຊາຊົນລາວບັນດາເຜົ່າໄດ້ເປັນຜູ້ກໍານົດຊາຕາກໍາຂອງຕົນເອງຢ່າງແທ້ຈິງ.

ບົດຂຽນໄດ້ເນັ້ນໜັກເຖິງ 40 ປີ ແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ຈາກປະເທດທີ່ມີພື້ນຖານເສດ ຖະກິດກະ ສິກຳ ທີ່ຖືກປິດລ້ອມ ແລະ ຂວໍ້າບາດ,  ລາວ ໄດ້ບືນຕົວຂຶ້ນຢ່າງເຂັ້ມແຂງ ໄດ້ກາຍເປັນປະເທດໜຶ່ງທີ່ມີເອກະລາດ ແລະ ເປັນເຈົ້າຕົນເອງທາງດ້ານເສດຖະກິດ; ຈາກປະເທດທີ່ນຳເຂົ້າສິນຄ້າຈາກຕ່າງປະເທດ, ລາວໄດ້ກາຍເປັນປະເທດ ທີ່ສົ່ງອອກສິນຄ້າກະສິກຳ. ການເມືອງ-ສັງຄົມມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖືກຮັກສາຢ່າງໜັ້ນຄົງ, ເສດຖະກິດມີການຂະຫຍາ ຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ເນື່ອງໃນໂອກາດ 50 ປີ ແຫ່ງ ວັນສະຖາປະນາ ສາທາລະນະລັດ ປະຊາຕິປະໄຕ ປະຊາຊົນລາວ ເສັ້ນທາງອັນຍາວນານ ສາມາດຢັ້ງຢືນໄດ້ເຖິງ ຄວາມສາມາດ, ສະຕິປັນຍາ, ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປັດໃຈຕັດສິນຊີ້ຂາດທຸກໆໄຊສະນະຂອງການປະຕິວັດລາວ.

(ແຫຼ່ງຄັດຈາກ VOV)

ສານ​ອວຍ​ພອນ​ວັນ​ຊາດ​ລາວ

ສານ​ອວຍ​ພອນ​ວັນ​ຊາດ​ລາວ

ໃນໄລຍະ 50 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໄສຂອງ ພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຜ່ານຜ່າສິ່ງທ້າທາຍນາໆປະການ, ຢຶດໝັ້ນສູ້ຊົນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນບັນດາຂົງເຂດ.

Top