• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດຄວາມຂອງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະ​ຈຳ ຫວຽດ​ນາມ ກ່ຽວກັບ ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50ປີ (02 ທັນວາ 1975 – 02 ທັນວາ 2025), ຕາງໜ້າບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເຄົາລົບນັບຖື ແລະ ຂໍສົ່ງຄຳອວຍພອນໄຊ ອັນປະເສີດ ພ້ອມໄມຕີຈິດ ມິດຕະພາບອັນດູດດື່ມ, ອົບອຸ່ນຖານສະຫາຍອ້າຍນ້ອງ ມາຍັງ ບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າ.

ຫວນຄືນປະຫວັດສາດ 50 ປີ ຜ່ານມາ - ວັນທີ 02 ທັນວາ 1975 ໄດ້ກາຍເປັນຂີດໝາຍປະຫວັດ ສາດອັນພິລະອາດຫານຂອງ ຊາດລາວ ພາຍໃຕ້ຄັນທຸງອັນສະຫງ່າ ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ແນວລາວອິດສະລະ, ຮ່ວມກັບ ການຊ່ວຍເຫຼືອຢ່າງຈິງໃຈຂອງ ບັນດາປະເທດສັງຄົມນິຍົມ ໂດຍສະເພາະເເມ່ນການຊ່ວຍເຫຼືອ ສຸດອົດສຸດໃຈຂອງ ພັກ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ປະຊາຊົນລາວ ບັນ ດາເຜົ່າ ໄດ້ໂຄນລົ້ມລະບອບລາຊາທິປະໄຕ ແລະ ສະຖາປະນາ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ, ສຳເລັດການປະຕິວັດຊາດ, ຊາດລາວ ໄດ້ພົ້ນອອກຈາກແອກປົກຄອງ ຂອງ ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ເປີດສັງກາດໃໝ່ - ສັງກາດແຫ່ງ ສັນຕິພາບ, ເອກະລາດ, ປະຊາທິປະ ໄຕ, ເອກະພາບ ແລະ ວັດທະນະຖາວອນ, ແມ່ນສັງກາດທີ່ປະຊາຊົນລາວ ເປັນເຈົ້າຂອງ ຊະຕາກຳຕົນເອງ ແລະ ເປັນເຈົ້າຂອງປະເທດ ຢ່າງແທ້ຈິງ ໂດຍມີ ພັກປະຊາຊົນ ປະຕິວັດລາວ ເປັນຜູ້ນຳພາ ເດັດດຽວ ປົກປັກຮັກສາ ເອກະລາດ ແລະ ສ້າງສາປະເທດຊາດຕາມທິດ ສັງຄົມນິຍົມ.

  ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ (ພາບ: VOV)  

ຕະຫຼອດໄລຍະ 50ປີ ທີ່ຜ່ານມາ, ຄຽງຄູ່ກັບ ສະພາບການຂອງໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ມີທັງກາລະໂອກາດ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ພາຍໃຕ້ການນຳພາອັນ ປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວບັນດາເຜົ່າ ໄດ້ສາມັກຄີເປັນຈິດໜຶ່ງ ໃຈດຽວ, ຕີຖອຍ ທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຜັນຂະຫຍາຍນ້ຳໃຈ ເອກະລາດເປັນເຈົ້າຕົນເອງ, ຕັດສິນໃຈປະຕິບັດໃຫ້ສຳເລັດສອງໜ້າທີ່ ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ໂດຍສະເພາະພາຍຫຼັງ ເກືອບ 40 ປີ ແຫ່ງ ການປ່ຽນແປງໃໝ່ ອັນມີຫຼັກການຂອງ ພັກ ຕາມແນວຄິດຂອງ ປະທານ ໄກສອນ ພົມວິຫານ, ຜູ້ນຳອັນແສນເຄົາລົບຮັກ ຂອງ ປວງຊົນລາວ, ຊຶ່ງໄດ້ລິເລີ່ມ ແລະ ນຳພາພັກ, ແລະ ຜູ້ນຳ ແຕ່ລະລຸ້ນ (ແຕ່ລະໄລຍະ) ເຮັດໃຫ້ ສປປ ລາວ ບັນລຸຜົນສຳເລັດອັນໃຫຍ່ຫຼວງ ແລະ ໄດ້ຮັບການພັດທະນາຢ່າງຮອບດ້ານ. ດ້ານການເມືອງ ມີສະຖຽນລະພາບ ຢ່າງໜັກແໜ້ນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ເຂັ້ມເເຂງ ເຮັດໃຫ້ສັງຄົມ ປອດໄພ ເປັນລະບຽບຮຽບຮ້ອຍ. ດ້ານເສດຖະກິດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເປັນກ້າວໆມາ, ອັດຕາການເຕີບໂຕທາງດ້ານເສດຖະກິດໃນປີ 2025 ໂດຍສະເລ່ຍ 5,8%, ລາຍຮັບຕໍ່ຫົວຄົນ ບັນລຸໄດ້ 2,742 ໂດລາສະຫະລັດ (ປີ 2020), ທຽບໃສ່ປີ 1985 ໄດ້ພຽງແຕ່ 114 ໂດລາ/ຄົນ/ປີ. ປະຈຸບັນ ສປປ ລາວ, ນັກລົງທຶນ ຈາກ 53 ປະເທດມາລົງທຶນ ຢູ່ ສປປ ລາວ ໃນມູນຄ່າການລົງທຶນທັງໝົດ 463 ຕື້ໂດລາສະຫະລັດ (463.384.177.115). ສປປ ລາວ ມີການພົວພັນການຄ້າ ກັບຕ່າງປະເທດ 163 ປະເທດໃນໂລກ. ພື້ນຖານໂຄງລ່າງເຊັ່ນ: ເສັ້ນທາງຄົມມະນາຄົມ ເຮືອນຊານບ້ານຊ່ອງ, ຕຶກອາຄານສຳນັກງານຕ່າງໆ ໄດ້ຮັບການກໍ່ສ້າງບູລະນະຮັກສາຕັ້ງແຕ່ ເໜືອ ຮອດ ໃຕ້.

ການພັດທະນາໃນຂົງເຂດວັດທະນະທຳ-ສັງຄົມ ກໍມີຜົນສຳເລັດອັນໃຫຍ່ຫຼວງ, ພື້ນຖານວັດຖຸເຕັກນິກທັນສະໄໝ ນັບມື້ຂະຫຍາຍຕົວ, ຕຶກອາຄານ, ໂຮງໝໍ, ໂຮງຮຽນ, ສູນຝຶກອົບຮົມວິຊາຊີບຕ່າງໆ ໄດ້ຮັບການປັບປຸງ ແລະ ກໍ່ສ້າງຂະຫຍາຍໃນທົ່ວປະເທດ. ປະຈຸບັນມີໂຮງໝໍສູນກາງ, ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ສຸກສາລາບ້ານ, ມີມະຫາວິທະຍາໄລແຫ່ງຊາດ ຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້. ວັດທະນະທຳຮີດຄອງປະເພນີອັນດີງາມ ຂອງ ຊາດ ໄດ້ຮັບການປົກປັກຮັກສາ ແລະ ຟື້ນຟູ ໃຫ້ມີຊີວິດຊີວາອັນອຸດົມສົມບູນ. ພິເສດສຽງແຄນລາວ ເເລະ ສິ້ນໄໝລາຍນາກ ໄດ້ຖືກຮັບຮອງເປັນມໍລະດົກໂລກທາງດ້ານນາມມະທຳ. ສະຖານທີ່ທ່ອງທ່ຽວສຳຄັນ ໄດ້ຮັບການອານຸລັກຮັກສາປົວແປງ, ສປປ ລາວ ມີມໍລະດົກໂລກ ທີ່ເປັນຈຸດໝາຍທ່ອງທ່ຽວ 04 ແຫ່ງ, ດ້ານປະຫວັດສາດ, ດ້ານວັດທະນະທຳ ແລະ ດ້ານທຳມະຊາດ, ຊຶ່ງແຕ່ລະປີໄດ້ຮັບການຕ້ອນຮັບນັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ການເຄື່ອນໄຫວວຽກງານການຕ່າງປະເທດ ໄດ້ຫັນເອົາການເຄື່ອນໄຫວດ້ານການເມືອງຕິດພັນກັບການເຄື່ອນໄຫວດ້ານເສດຖະກິດ ເພື່ອຮັບໃຊ້ດ້ານການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະໃຫ້ສອດຄ່ອງກັບຍຸກສະໄໝ ແຫ່ງໂລກາພິວັດ, ດີຈິຕອນ ແລະ ການເຊື່ອມໂຍງດ້ານເສດຖະກິດ ໂດຍປະຕິບັດແນວທາງນະໂຍບາຍ “ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຕາມທິດນຳ ເພີ່ມມິດ ລຸດຜ່ອນສັດຕູ້ ໂດຍສົມທົບກັບກຳລັງແຮງພາຍໃນ ໄດ້ຍົກສູງບົດບາດຂອງ ສປປ ລາວ ໃນການສືບຕໍ່ຮັກສາ ສັນຕິພາບ, ສະຖຽນລະພາບທາງດ້ານການເມືອງ-ຄວາມໝັ້ນຄົງ ແລະ ສັງຄົມມີຄວາມສະຫງົບສຸກ, ອັນນຳມາສູ່ການສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ປະຈຸບັນ ສປປ ລາວ ມີສາຍພົວພັນການທູດ ກັບ 151 ປະເທດ ເມື່ອທຽບໃສ່ປີ 1986 ເເມ່ນເພີ່ມຂຶ້ນຫຼາຍເທົ່າຕົວ ແລະ ມີການຂະຫຍາຍຕົວເຂົ້າສູ່ລວງເລີກ ແລະ ມີຄວາມຍືນຍົງຫຼາຍຂຶ້ນ ໂດຍມີຂອບການຮ່ວມມືສຳຄັນກັບ 12ປະເທດຄື: ມີສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບ ດ້ານ ກັບ ສສ. ຫວຽດນາມ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ຣັດເຊຍ, ແລະ ກຳປູເຈຍ; ມີຄູ່ຮ່ວມມືກັບ ສປປ ເກົາຫຼີ, ສ. ກູບາ, ຮົງກາລີ; ມີການຮ່ວມມືຮອບດ້ານກັບ ໄທ ແລະ ອົດສະຕຣາລີ; ແລະ ມີຄູ່ຮ່ວມມືແບບກວມລວມກັບ ສ. ອາເມລິກາ. ສປປ ລາວ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ປະຕິບັດພັນທະຂອງຕົນໃນບັນດາອົງການຈັດຕັ້ງສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີ ເຊັ່ນ: ອາຊຽນ, ອົງການສະຫະປະຊາຊາດ (ສປຊ) ແລະ ອື່ນໆ.

ບັນດາຜົນງານທີ່ຫຼວງຫຼາຍ ທີ່ພັກ-ລັດ ແລະ ປະຊາຊົນລາວ ຍາດມາໄດ້ນັ້ນ ບໍ່ສາມາດແຍກອອກຈາກພື້ນຖານການເມືອງ ແລະ ສັງຄົມທີ່ໝັ້ນຄົງ ແລະ ຄວາມພະຍາຍາມ ໃນການມີຫົວຄິດປະດິດສ້າງ, ການປະຕິຮູບ ແລະ ການປັບປຸງກົດບັນຍັດຕ່າງໆ ໃນແຕ່ລະໄລຍະ, ຊຶ່ງໄດ້ຢັ້ງຢືນ ເຖິງຄວາມສາມາດ, ສະຕິປັນຍາ, ຄຸນທາດການເມືອງອັນໜັກແໜ້ນ ຂອງພັກ-ລັດ ແລະ ປະຊາຊົນລາວ ໃນການບຸກບືນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ໂດຍໄດ້ຮັບການສະໜັບສະໜຸນຊ່ວຍເຫຼືອຈາກບັນດາເພື່ອນມິດສາກົນທັງຢູ່ໃກ້ ແລະ ຢູ່ໄກຢ່າງເລິກເຊິ່ງກວ້າງຂວາງ ແລະ ມີການພັດທະນາແບບຍືນຍົງ. ຄຽງຄູ່ການບຸກບືນ ຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ, ພັກ-ລັດ ແລະ ປະຊາຊົນລາວ ຍາມໃດກໍຈົດຈຳ ແລະ ເຄົາລົບນັບຖືຢ່າງເລິກເຊິ່ງ ຕໍ່ການສະໜັບສະໜຸນ, ການຊ່ວຍເຫຼືອອັນລຳ້ຄ່າຂອງ ເພື່ອນມິດສາກົນໃນພາລະກິດ ຕໍ່ສູ້ຍາດເອົາເອກະລາດ ໃນເມື່ອກ່ອນ ກໍຄືໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ, ພິເສດແມ່ນຮ່ວມເດີນທາງ, ການຊ່ວຍເຫຼືອໃຫຍ່ຫຼວງ ແລະ ມີຜົນຂອງ ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ.

ເນື່ອງໃນໂອກາດອັນສຳຄັນນີ້, ຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົບຂອບໃຈຢ່າງສຸດໃຈ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ຊຶ່ງຍາມໃດ ກໍໄດ້ໃຫ້ຄວາມສາມັກຄີ, ສະໜັບສະໜຸນ ແລະ ຊ່ວຍເຫຼືອ ລາວ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນຫວຽດນາມ ທີ່ໄດ້ເອົາໃຈໃສ່ສ້າງເງື່ອນໄຂ ອັນສະດວກໃຫ້ແກ່ພົນລະເມືອງລາວ ທີ່ໄດ້ມາຮ່ຳຮຽນ, ສຶກສາ ແລະ ດຳລົງຊີວິດ ຢູ່ ສສ. ຫວຽດນາມ ກໍຄື ບັນດາວິສາຫະກິດ ລາວ ທີ່ກຳລັງຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດ ຢູ່ ສສ. ຫວຽດນາມ, ທັງໝົດນັ້ນ ແມ່ນການປະກອບສ່ວນອັນຍິ່ງໃຫຍ່ໃຫ້ແກ່ການເພີ່ມພຸນຄູນສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ.

ນັບແຕ່ສະໄໝບູຮານ, ສອງຊາດ ລາວ-ຫວຽດນາມ ຍາມໃດກໍມີຄວາມສາມັກຄິອັນສະໜິດສະ   ໜົມ, ຮັກແພງ ແລະ ຊ່ວຍເຫຼືອຊິ່ງກັນ ແລະ ກັນ; ການພົວພັນສອງຝ່າຍ ລາວ-ຫວຽດ ແມ່ນການພົວພັນທີ່ຫາຍາກ ຊຶ່ງໄດ້ມາຈາກການເຄົາລົບນັບຖື, ເສຍສະຫຼະເລືອດເນື້ອ ແລະ ສະຕິປັນຍາ; ເຮັດໃຫ້ໄດ້ກາຍເປັນສາຍພົວພັນແບບເປັນຕາຍ, ເປັນແບບຢ່າງ, ຊື່ສັດ, ບໍລິສຸດ ທີ່ຫາຍາກໃນການພົວພັນສາກົນ. ການພົວພັນສອງຝ່າຍ ລາວ-ຫວຽດ ນີ້ມີລັກສະນະເປັນກົດເກນ, ເປັນປັດໄຈທີ່ສຳຄັນທີ່ໄດ້ຮັບປະກັນໄຊຊະນະໃຫ້ແກ່ການປະຕິວັດ ແລະ ເປັນສົມບັດອັນລ້ຳຄ່າຂອງສອງຊາດ ແລະ ເປັນກຳລັງອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສອງປະເທດ ແລະ ກາຍເປັນສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ຊຶ່ງໄດ້ຮັບການກໍ່ຕັ້ງໂດຍ ປະທານ ໂຮ່ຈິມິນ ຜູ້ນຳອັນຍິ່ງໃຫຍ່ ຂອງ ຊາວ ຫວຽດນາມ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຂອງ ປວງຊົນລາວ ແລະ ໄດ້ຮັບການເພີ່ມພຸນຄູນສ້າງຈາກການນຳຮຸ້ນສືບທອດແຕ່ລະໄລຍະ ແລະ ປະຊາຊົນຂອງສອງປະເທດ.

ບົນພື້ນຖານອັນໜັກແໜ້ນນັ້ນ, ພວກເຮົາຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຊຸມປີ ທີ່ຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ພັດທະນາຢ່າງແຂງແຮງ, ກວ້າງຂວາງ, ເລິກເຊິ່ງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການປັບປຸງຢ່າງໜັກແໜ້ນ, ເປັນເເຫຼ່ງກຳນົດທິດທາງພື້ນຖານຂອງສາຍພົວພັນສອງປະເທດ. ການນຳຂັ້ນສູງຂອງ ສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ພົບປະໃນເວລາເຂົ້າຮ່ວມເວທີພາກພື້ນ ແລະ ສາກົນ ເປັນປະຈຳ, ເຊິ່ງໄດ້ສະແດງໃຫ້ເຫັນຄວາມສະໜິດສະໜົມ ແລະ ໄວ້ເນື້ອເຊື່ອໃຈໃນລະດັບສູງ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ຕິດພັນຢ່າງໜັກແໜ້ນ, ເລິກເຊິ່ງ ແລະ ກວ້າງຂວາງຮອບດ້ານ, ຮັບປະກັນຄວາມເປັນສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພຢູ່ແຕ່ລະປະເທດ; ມີການປະສານສົມທົບຢ່າງກົມກຽວ ແລະ ມີປະສິດທິຜົນຢູ່ໃນເວທີພາກພື້ນ ແລະ ສາກົນ. ຍົກສູງບົດບາດ ແລະ ອິດທິພົນຂອງທັງສອງປະເທດ ລາວ-ຫວຽດນາມ ໃນການຮັກສາສັນຕິພາບໃນພາກພື້ນ ແລະ ສາກົນ.

          ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບຄວາມເອົາໃຈໃສ່, ປັບປຸງວິທີປ່ຽນແປງໃໝ່, ມີກົນໄກຊຸກຍູ້ ຕິດຕາມ ສາມາດບັນລຸໄດ້ຫຼາຍບາດກ້າວທີ່ຕັ້ງໜ້າ, ພື້ນຖານເສດຖະກິດຂອງ ສອງປະເທດ ນັບມື້ໄດ້ຮັບການພັດທະນາຢ່າງກວ້າງຂວາງ ແລະ ມີປະສິດທິຜົນ. ເຖິງແມ່ນວ່າ ສປປ ລາວ ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໜັກໜ່ວງ ໃນຊຸມປີທີ່ຜ່ານມາ ຍ້ອນໄດ້ຮັບຜົນກະທົບ ຈາກການລະບາດຂອງເຊື້ອພະຍາດໂຄວີດ-19, ຄວາມຂັດແຍ່ງດ້ານຕ່າງໆຂອງພາກພື້ນ ແລະ ສາກົນ ແກ່ຍາວ, ແຕ່ ສປປ ລາວ ກໍເຮັດສຸດຄວາມສາມາດຂອງຕົນໃນການແກ້ໄຂຄວາມຫຍຸ້ງຍາກ ໂດຍສຸມໃສ່ຈັດຕັ້ງປະຕິບັດເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ການຊ່ວຍເຫຼືອອັນມີຜົນຂອງ ສສ. ຫວຽດນາມ ເຮັດໃຫ້ເສດຖະກິດ ຂອງ ລາວ ນັບມື້ນັບດີຂຶ້ນ. ປະຈຸບັນ, ຫວຽດນາມ ສືບຕໍ່ເປັນໜຶ່ງໃນບັນດາປະເທດນຳໜ້າໃນການລົງທຶນ ຢູ່ລາວ ທີ່ມີຍອດທຶນ 7 ກວ່າຕື້ ໂດລາສະຫະລັດ. ໃນ 9 ເດືອນຕົ້ນປີ 2025, ລວມມູນຄ່າການນຳເຂົ້າ-ສົ່ງອອກ ລະຫວ່າງ ລາວ-ຫວຽດນາມ ໄດ້ບັນລຸ ຫຼາຍກວ່າ 3 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 79% ທຽບໃສ່ໄລຍະດຽວກັນຂອງປີ 2024, ເທົ່າກັບ 20% ຂອງມູນຄ່າການນຳເຂົ້າ-ສົ່ງອອກ ຂອງ ລາວ ໃນ 9 ເດືອນຜ່ານມາ, ຖືວ່າ ແມ່ນຍອດມູນຄ່າການຄ້າ ສອງຝ່າຍ ທີ່ສູງສຸດໃນຮອບ 10ປີ ຜ່ານມາ. ພິເສດການຮ່ວມມື ເປີດການນຳໃຊ້ ທ່າເຮືອສາກົນ ລາວ-ຫວຽດນາມ ຫວຸ້ງອາງ ທ່າທຽບ ທີ 3 ກໍເເມ່ນການປະຕິບັດທິດທາງຍຸດທະສາດ ຂອງ ພັກປະຊາຊົນປະຕິວັດລາວ ໃນການຫັນ ສປປ ລາວ ຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດກັບ ທະເລ ເປັນປະເທດໃຈກາງ ເຊື່ອມຕໍ່ກັບ ບັນດາຕະຫຼາດໃຫຍ່ໃນພາກພື້ນທາງທະເລ.

          ການຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການແລກປ່ຽນໄປມາຂອງປະຊາຊົນ ກັບ ປະຊາຊົນ ສືບຕໍ່ໄດ້ຮັບການເອົາໃຈໃສ່ ເພີ່ມຂຶ້ນທາງດ້ານຄຸນນະພາບ ແລະ ປະລິມານ. ປະຈຸບັນ ລັດຖະບານ ຫວຽດນາມ ໄດ້ເອົາໃຈໃສ່ ໃຫ້ການບໍາລຸງກໍ່ສ້າງ ຊັບພະຍາກອນມະນຸດໃຫ້ແກ່ ລາວ, ມີນັກສຶກສາ ກຳລັງສຶກສາຢູ່ ຫວຽດນາມ ຫຼາຍກວ່າ 12,000ຄົນ ແລະ ສືບຕໍ່ໃຫ້ການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ພະນັກງານຢ່າງຕໍ່ເນື່ອງ. ລາວ ແລະ ຫວຽດນາມ ໄດ້ສົມທົບກັນຍື່ນສະເໜີ ແລະ ໄດ້ຖືກຮັບຮອງຈາກອົງການ UNESCO ໃຫ້ອຸທະຍານແຫ່ງຊາດ ຫີນໜາມໜໍ່ ຂອງ ລາວ ເປັນມໍລະດົກໂລກທາງທຳມະຊາດ ຂ້າມຊາຍແດນຮ່ວມກັບ ອຸທະຍານ ແຫ່ງຊາດ ຟອງຍາ-ແກ້ບາງ ຂອງ ຫວຽດນາມ, ຜົນສຳເລັດດັ່ງກ່າວນີ້ໄດ້ ສະແດງໃຫ້ເຫັນການຮ່ວມມືທີ່ມີສາຍພົວພັນພິເສດ ລະຫວ່າງ ສອງປະເທດ ໃນຍຸກແຫ່ງສັນຕິພາບ, ເຊິ່ງເປັນເຫດການທີ່ສຳຄັນຍິ່ງໃນການປະກອບສ່ວນຊຸກຍູ້ການຮ່ວມມືຢ່າງເລີກເຊິ່ງ  ກ້ວາງຂວາງກວ່າເກົ່າ ໃນຂົງເຂດການທ່ອງທ່ຽວ, ຄຸ້ມຄອງສິ່ງແວດລ້ອມທຳມະຊາດ ແບບຍືນຍົງ ແລະ ຍົກສູງທັດສະນີຍາພາບຂອງທັງສອງປະເທດຂຶ້ນຕື່ມ. ການສົມທົບຈັດຕັ້ງພິທີຮັບຮອງເອົາເສັັັັັ້ນທາງ ໂຮ່ຈິມິນ(ເສັ້ນທາງ ເຈື່ອງເຊີນ) ຢູ່ດິນແດນລາວ ເປັນມໍລະດົກທາງປະຫວັດສາດແຫ່ງ ຊາດ ຂອງ ລາວ ກໍເປັນສັນຍາລັກອັນສະຫງ່າງາມທີ່ມີຄວາມໝາຍຂອງ ຄວາມສາມັກຄິແບບພິເສດ ລາວ-ຫວຽດນາມ ໃນໄລຍະຕໍ່ສູ້ປົດປ່ອຍ ປະເທດຊາດໃນເມື່ອກ່ອນ. ເຫດການດັ່ງກ່າວນີ້ ຈະປະກອບສ່ວນເຂົ້າໃນການເຜີຍແຜ່ໂຄສະນາ ແລະ ສຶກສາອົບຮົມ ປະຊາຊົນພິເສດ ແມ່ນຄົນຮຸ້ນໜຸ່ມຂອງສອງປະເທດ ກ່ຽວກັບມູນເຊື້ອສາມັກຄີອັນພິເສດ ຂອງ ສາຍພົວພັນ ລາວ-ຫວຽດນາມ ກໍຄືເຮັດໃຫ້ຊັບສົມບັດອັນລ້ຳຄ່າ ອຸດົມສົມບູນກວ່າເກົ່າ ຊຶ່ງສະແດງໃຫ້ເຫັນເຖິງການກໍ່ສ້າງດ້ວຍເລືອດເນື້ອເຫື່ອເເຮງ ແລະ ສະຕິປັນຍາຂອງ ພະນັກງານ, ນັກຮົບ ແລະ ປະຊາຊົນ ລາວ-ຫວຽດນາມ ນັບເປັນໜຶ່ນເປັນແສນຄົນ ທີ່ໄດ້ເສຍຊີວິດໃນປາງສົງຄົມນັ້ນ.

ພັກ, ລັດ ລາວ ໄດ້ຢືນຢັ່ນວ່າ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດ ແກ່ສາຍພົວພັນພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງ ບໍ່ມີສອງໃນໂລກ. ສປປ ລາວ ຈະສືບຕໍ່ ເປີດກວ້າງການຮ່ວມມືຮອບດ້ານຢ່າງໝັ່ນທ່ຽງກັບ ສສ. ຫວຽດນາມ ໂດຍສະເພາະດ້ານການຄ້າ, ການລົງທຶນ, ເພີ່ມທະວີການເຊື່ອມໂຍງດ້ານພື້ນຖານໂຄງລ່າງ ທາງຄົມມະນາຄົມ ເພື່ອເຊື່ອມຕໍ່ພື້ນຖານເສດຖະກິດຂອງສອງຝ່າຍອອກສູ່ຕະຫຼາດສາກົນ ແລະ ພາກພື້ນ, ປະກອບສ່ວນການພັດທະນາຂອງ ລາວ ໃຫ້ຈະເລີນ ແລະ ຍືນຍົງ.

ໃນສະພາບການຂອງ ພາກພື້ນ ແລະ ສາກົນ ນັບມື້ ປ່ຽນແປງໄວ ແລະ ສັບສົນ ຊຶ່ງຍາກທີ່ຈະຄາດຄະເນໄດ້ ທີ່ມີທັງສິ່ງທ້າທາຍ ແລະ ກາລະໂອກາດ, ລາວ ແລະ ຫວຽດນາມ ຕ້ອງໄດ້ສືບຕໍ່ສາມັກຄີ, ຄຽງບ່າ ຄຽງໄລ່, ໄວ້ເນື້ອເຊື່ອໃຈ, ສະໜັບສະໜຸນ ຊຶ່ງກັນ ແລະ ກັນ ແລະ ສ້າງເງື່ອນໄຂສະດວກຕ່າງໆຫຼາຍກວ່າເກົ່າ ເພື່ອຮ່ວມກັນພັດທະນາ ບົນພື້ນຖານ ບັນດາຫຼັກການ ແລະ ຖະແຫຼງການຮ່ວມ ທີ່ສອງຝ່າຍ ໄດ້ເອກະພາບກັນ. ເຖິງແມ່ນວ່າ ສະພາບການຈະຜັນແປໄປແນວໃດກໍຕາມ, ແຕ່ສອງປະເທດ ລາວ-ຫວຽດນາມ ຈະຕ້ອງສືບຕໍໍ່ຮັກສາຄວາມໝັ້ນຄົງ ແລະ ເຮັດທຸກຄວາມສາມາດ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ ການນຳຂັ້ນສູງ ຂອງສອງປະເທດ ໃຫ້ສຳເລັດຜົນ ເເນ່ໃສ່ເຮັດໃຫ້ການພັດທະນາເສດຖະກິດໃຫ້ນັບມື້ນັບມີຜົນສຳເລັດ ຕາມຄາດໝາຍສູງສຸດ ຂອງ ສອງປະເທດ ວາງໄວ້ ຄືເປັນປະເທດທີ່ມີ ສັນຕິພາບ, ມີການພັດທະນາ, ມີຄວາມຈະເລີນຮຸ່ງເຮືອງ ມັ່ງຄັ່ງ, ມີຄວາມຍຸຕິທຳ, ສີວິໄລ ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືການພັດທະນາໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊ ອັນປະເສີດ ແດ່ປະຊາຊົນ ຫວຽດນາມ ອ້າຍນ້ອງ ໂດຍພາຍໃຕ້ການນຳພາຂອງພັກ ກອມມູນິດ ຫວຽດນາມ ຈະສືບຕໍ່ໄດ້ຮັບຜົນສຳເລັດໃຫຍ່ຫຼວງ ກວ່າເກົ່າ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງ ພັກ ຄັ້ງທີ XIII ທ້າຍສະໄໝ ແລະ ມະຕິກອງປະຊຸມໃຫຍ່ ຂອງ ພັກ ຄັ້ງທີ XIV ໃກ້ຈະມາເຖິງນີ້ ໃຫ້ປະສົບຜົນສຳເລັດຕາມຄາດໝາຍ ເຮັດໃຫ້ປະເທດ ຫວຽດນາມ ກາຍເປັນປະເທດ ທີ່ພັດທະນາແລ້ວ  ທີ່ມີລາຍຮັບສູງ ໃນປີ 2045.

ຂໍອວຍພອນໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນ ຊົ່ວກາລະນານ.

(ແຫຼ່ງຄັດຈາກ VOV)

ສານ​ອວຍ​ພອນ​ວັນ​ຊາດ​ລາວ

ສານ​ອວຍ​ພອນ​ວັນ​ຊາດ​ລາວ

ໃນໄລຍະ 50 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໄສຂອງ ພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຜ່ານຜ່າສິ່ງທ້າທາຍນາໆປະການ, ຢຶດໝັ້ນສູ້ຊົນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນບັນດາຂົງເຂດ.

Top