• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານ​ອວຍ​ພອນ​ວັນ​ຊາດ​ລາວ

ໃນໄລຍະ 50 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໄສຂອງ ພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຜ່ານຜ່າສິ່ງທ້າທາຍນາໆປະການ, ຢຶດໝັ້ນສູ້ຊົນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນບັນດາຂົງເຂດ.
ທຸງຊາດລາວ (ພາບ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດສປປ. ລາວຄົບຮອບ 50 ປີ(2/12/1975 - 2/12/2025), ວັນທີ 1 ທັນວາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມກັນສົ່ງສານອວຍພອນ ໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ສປປ.ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ. ສານໄດ້ຊີ້ແຈ້ງວ່າ ໃນໄລຍະ 50 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໄສຂອງ ພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຜ່ານຜ່າສິ່ງທ້າທາຍນາໆປະການ, ຢຶດໝັ້ນສູ້ຊົນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນບັນດາຂົງເຂດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຮງ ແລະ ຮອບດ້ານຕໍ່ພາລະກຳແຫ່ງການປ່ຽນແປງໃໝ່ຂອງລາວ, ມີຄວາມສະເໝີຕົ້ນສະເໝີປາຍຖືການພົວພັນກັບລາວແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ.

(ແຫຼ່ງຄັດຈາກ VOV)

50 ປິ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມປີຊາສາມາດ, ສະຫຼາດຊອງໃສ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ

50 ປິ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມປີຊາສາມາດ, ສະຫຼາດຊອງໃສ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ

ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ວັນຊາດລາວ (02/12/1975-02/12/2025) ທ່ານ ເລຂາທິການໃຫຍ່ ໂຕເລີມ ມີບົດຂຽນ 50 ປີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມສາມາດ, ສະຕິປັນຍາ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ

Top