• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

5 ປີຈະມາເຖິງ ຫວຽດນາມ ກຳນົດແມ່ນ5ປີແຫ່ງການເລີ່ມທຸລະກິດ

ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ
ພາບ:tienphong
           ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ​ໃຫ້​ຮູ້​ວ່າ: ຕາມ​ໝາກ​ຜົນ​ແຫ່ງ​ການ​ສຳ​ຫລວດ​ໃນ​ເຄືອ​ຂ່າຍ​ເລີ່ມ​ທຸ​ລະ​ກິດ​ທົ່ວ​ໂລກ, ຢູ່ ຫວຽດ​ນາມ ມີຜູ້​ໃຫຍ່ 76% ຖື​ວ່າ ນັກ​ທຸ​ລະ​ກິດ​ແມ່ນ​ອາ​ຊີບ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ຈາກ​ສັງ​ຄົມ, 74% ຈຳ​ນວນ​ຜູ້​ໃຫຍ່​ປາດ​ຖະ​ຫນາ​ຢາກ​ກາຍ​ເປັນ​ນັກ​ທຸ​ລະ​ກິດ ແລະ 1 ໃນ​ຈຳ​ນວນ​ຜູ້​ໃຫຍ່ 5 ຄົນ ຢູ່​ຫວຽດ​ນາມ, ມີ​ຜູ້​ຫນຶ່ງ​ມີ​ແຜນ​ການ​ຈະ​ເລີ່ມ​ທຸ​ລະ​ກິດ​ໃນ 3 ປີ​ຈະ​ມາ​ເຖິງ. ຕາມ​ຕົວ​ເລກ​ດັ່ງ​ກ່າວ, ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ມີ​ຈິດ​ໃຈ​ເລີ່ມ​ທຸ​ລະ​ກິດ​ແຖວ​ຫນ້າ​ຂອງ​ໂລກ. ສະ​ນັ້ນ 5 ປີ​ຈະ​ມາ​ເຖິງ​ໄດ້​ຮັບ​ການ​ກຳ​ນົດ​ວ່າ ແມ່ນ 5 ປີ​ທີ່​ປະ​ເທດ​ຊາດ​ເລີ່ມ​ທຸ​ລະ​ກິດ, 5 ປ​ີ​ທົ່ວ​ປະ​ເທດ​ສຸມ​ທຸກ​ແຫລ່ງ​ກຳ​ລັງ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ. ຕາມ​ການ​ກຳ​ນົດ​ທິດນັ້ນ​, ຄວນ​ມີ​ບັນ​ດາ​ມາດ​ຕະ​ການ​ນະ​ໂຍ​ບາຍ ແລະ ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຫລຸດ​ຜ່ອນ​ຄວ​າມ​ສ່ຽງ ແລະ ລາຍ​ຈ່າຍ, ພິ​ເສດ​ແມ່ນ​ລາຍ​ຈ່າຍບໍ່​ທາງ​ການ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ທ່ານ​ຫວູ​ຕຽນ​ລົກ ເວົ້າ​ວ່າ:
“ບັນ​ຫາ​ເລີ່ມ​ທຸ​ລະ​ກິດ​ພິ​ເສດ​ແມ່ນ​ເລີ່ມ​ທຸ​ລະ​ກິດ​ປະ​ດິດ​ຄິດ​ສ້າງ​ພວມ​ກາຍ​ເປັນ​ຄວາມ​ຮຽກ​ຮ້ອງ​ສຳ​ຄັນ​ທີ່​ສຸດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ, ກ່ອນ​ອື່ນ​ໝົດ​ແມ່ນ​ເພື່ອ​ມຸ່ງ​ໄປ​ເຖິງຄາດ​ໝາຍ​ຮອດ​ປີ 2020 ພວກ​ເຮົາ​ຈະ​ມີ​ວິ​ສາ​ຫະ​ກິດຢ່າງ​ຫນ້ອຍ​ສຸດ 1 ລ້ານ​ແຫ່ງ. ນັ້ນ​ແມ່ນບາດ​ກ້າວ​ບຸກ​ທະ​ລຸ​ໃນ​ນະ​ໂຍ​ບາຍພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຢູ່​ຫວຽດ​ນາມ.”
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top