• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

32 ມື້​ທີ່​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ບໍ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ​ໃນ​ຊຸມ​ຊົນ

ຮອດຈຸດເວລາ ປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1.096 ກໍລະນີ. ມື້ນີ້ແມ່ນກ້າວເຂົ້າສູ່ມື້ 32, ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ.

32 ມື້ທີ່ຜ່ານມາ, ຫວຽດນາມ ຢັ້ງຢືນບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນ (ພາບ: TTXVN)

 ນັບແຕ່ເວລາ 18 ໂມງ ຂອງວັນທີ 3 ຕຸລາ ຫາເວລາ 6 ໂມງ ຂອງວັນທີ 4 ຕຸລາ, ຫວຽດນາມ ຢັ້ງຢືນບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່. ຮອດຈຸດເວລາ ປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1.096 ກໍລະນີ. ມື້ນີ້ແມ່ນກ້າວເຂົ້າສູ່ມື້ 32, ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ.

        ໃນຈຳນວນບັນດາຜູ້ຕິດເຊື້ອພວມສືບຕໍ່ໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ, 7 ກໍລະນີ ໄດ້ຮັບຜົນການວິໄຈເປັນລົບແຕ່1 ຫາ 3 ເທື່ອສຳລັບ ເຊື້ອໄວຣັດ SARS-CoV-2. ປັດຈຸບັນ ມີ 1020/1096 ກໍລະນີຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ, ທົ່ວປະເທດຍັງເຫຼືອຄົນເຈັບ 76 ກໍລະນີ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີອາການໜັກ.

(ແຫຼ່ງຄັດຈາກ VOV)

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແມ່ນ​​ການ​ຢ້ຽມ​ຢາມ​ຄັ້ງປະ​ຫວັດ​ສາດ​ແຫ່ງ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ແລະ ການ​ຮ່ວມ​ມື​ທີ່​ແທດ​ຈິງ

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແມ່ນ​​ການ​ຢ້ຽມ​ຢາມ​ຄັ້ງປະ​ຫວັດ​ສາດ​ແຫ່ງ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ແລະ ການ​ຮ່ວມ​ມື​ທີ່​ແທດ​ຈິງ

“ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດ​ແຫ່ງ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ແລະ ການ​ຮ່ວມ​ມື​ທີ່​ແທດ​ຈິງ”. ນີ້​ແມ່ນ​ຄຳ​ຕີ​ລາ​ຄ​າ​ຂອງ​ທ່ານ​ນາງ ສ​ຈ. ຮານ​ຈີນ​ເຢືອ, ນັກ​ຊ່ຽວ​ຊານ​ແຖວ​ໜ້າ​ກ່ຽວ​ກັບ ຫວຽດ​ນາມ, ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ລັດ​ທິ Marx, ຂຶ້ນ​ກັບ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ ຈີນ, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV.

Top