ຂ່າວສານ

32 ມື້​ທີ່​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ບໍ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ​ໃນ​ຊຸມ​ຊົນ

ຮອດຈຸດເວລາ ປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1.096 ກໍລະນີ. ມື້ນີ້ແມ່ນກ້າວເຂົ້າສູ່ມື້ 32, ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ.

32 ມື້ທີ່ຜ່ານມາ, ຫວຽດນາມ ຢັ້ງຢືນບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນ (ພາບ: TTXVN)

 ນັບແຕ່ເວລາ 18 ໂມງ ຂອງວັນທີ 3 ຕຸລາ ຫາເວລາ 6 ໂມງ ຂອງວັນທີ 4 ຕຸລາ, ຫວຽດນາມ ຢັ້ງຢືນບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່. ຮອດຈຸດເວລາ ປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1.096 ກໍລະນີ. ມື້ນີ້ແມ່ນກ້າວເຂົ້າສູ່ມື້ 32, ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ.

        ໃນຈຳນວນບັນດາຜູ້ຕິດເຊື້ອພວມສືບຕໍ່ໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ, 7 ກໍລະນີ ໄດ້ຮັບຜົນການວິໄຈເປັນລົບແຕ່1 ຫາ 3 ເທື່ອສຳລັບ ເຊື້ອໄວຣັດ SARS-CoV-2. ປັດຈຸບັນ ມີ 1020/1096 ກໍລະນີຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ, ທົ່ວປະເທດຍັງເຫຼືອຄົນເຈັບ 76 ກໍລະນີ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີອາການໜັກ.

(ແຫຼ່ງຄັດຈາກ VOV)


top