• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

2 ພັກໃຫຍ່ສຸດຂອງ ໄທ ເຫັນດີສ້າງຕັ້ງສຳພັນທະມິດ

ການນຳພັກ MFP, ທ່ານ ພິທາ ລິ້ມຈະເຣີນຣັດ ໃຫ້ຮູ້ວ່າ, ຈະຊອກຫາວິທີສ້າງສຳພັນທະມິດ 6 ຝ່າຍ, ລວມທັງພັກເພື່ອໄທ.
ທ່ານ ພິທາ ລິ້ມຈະເຣີນຣັດ, ການນຳພັກ MFP (ພາບ: AFP/TTXVN)

ກ່າວຄຳເຫັນໃນການຖະແຫຼງຂ່າວໃນວັນທີ 15 ພຶດສະພາ, ພາຍຫຼັງໝາກຜົນການປ່ອນບັດທົ່ວປະເທດຢູ່ ໄທ ໄດ້ປະກາດ, ການນຳພັກເພື່ອໄທ ໃຫ້ຮູ້ວ່າ, ພັກນີ້ເຫັນດີຕໍ່ການສະເໜີສ້າງຕັ້ງສຳພັນທະມິດກັບພັກ ກ້າວໄກ (MFP) ແລະ ຢືນຢັນວ່າ ບໍ່ມີແຜນສ້າງຕັ້ງລັດຖະບານກັບບໍ່ວ່າພັກຝ່າຍການເມືອງໃດ. ການນຳພັກເພື່ອໄທ ກໍ່ໃຫ້ຮູ້ວ່າ, ດ້ວຍຈຳນວນ 309 ທີ່ນັ່ງຢູ່ສະພາແຫ່ງຊາດ ໄທ, ສຳພັນທະມິດດັ່ງກ່າວມີຄວາມສາມາດຢ່າງພຽງພໍເພື່ອສ້າງຕັ້ງລັດຖະບານສະຖຽນລະພາບ ແຕ່ເລື່ອງສະເໜີນາຍົກລັດຖະມົນຕີຍັງອີງໃສ່ບັນດາປັດໄຈນິຕິກຳອື່ນອີກ.

        ໃນວັນດຽວກັນ, ການນຳພັກ MFP, ທ່ານ ພິທາ ລິ້ມຈະເຣີນຣັດ ໃຫ້ຮູ້ວ່າ, ຈະຊອກຫາວິທີສ້າງສຳພັນທະມິດ 6 ຝ່າຍ, ລວມທັງພັກເພື່ອໄທ. ທ່ານຢັ້ງຢືນວ່າ ໄດ້ມີການໂອ້ລົມທາງໂທລະສັບກັບບັນດາການນຳ 5 ພັກທີ່ສ້າງຕັ້ງພັກຝ່າຍຄ້ານໃນສະພາແຫ່ງຊາດເຊິ່ງຫາກໍ່ຍຸບເລິກແລ້ວ.

 

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top