
10 ເຫດການວິທະຍາສາດແລະເຕັກໂນໂລຊີພົ້ນເດັ່ນຂອງຫວຽດນາມໃນປີ 2018
(ພາບປະກອບ: sggp.org.vn)
ໃນນັ້ນອາດຕ້ອງເວົ້າເຖິງຄື: ສາດສະດາຈານ ດ່າມແທງເຊີນ ໄດ້ຮັບລາງວັນ Dirac 2018; ບັນດານັກວິທະຍາສາດຫວຽດນາມ ຜະລິດໃບໄມ້ທຽມສຳເລັດ; ເຄື່ອງຈັກເຮັດນ້ຳກ້ອນຫິມະຈາກນ້ຳທະເລ… ໄດ້ຊີ້ໃຫ້ເຫັນບາດກ້າວກະໂດດຂັ້ນຂອງຖັນແຖວບັນດາຜູ້ເຮັດວຽກງານຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ - ເຕັກໂນໂລຊີ, ສຳພັດກັບທ່າອ່ຽງເຕັກໂນໂລຊີໃໝ່ໃນໂລກ.
ກຸ່ມເຫດການເວທີປາໄສຂັ້ນສູງ ແລະ ງານວາງສະແດງສາກົນກ່ຽວກັບອຸດສາຫະກຳ 4.0 ແລະ ກອງປະຊຸມເວທີປາໄສໂລກກ່ຽວກັບອາຊຽນ ປີ 2018 ໄດ້ສະແດງໃຫ້ເຫັນແຈ້ງຜົນສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ.
(ແຫຼ່ງຄັດຈາກ VOV)