• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

10 ເຫດການທີ່ພົ້ນເດັ່ນ ຂອງ ໂລກ ໃນປີ 2023 ໂດຍ ສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 2023 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດ ເລືອກ:

1. ການ​ປະ​ທະ​ກັນ ດ້ວຍອາວຸດ ລະ​ຫວ່າງ ອິດ​ສະ​ຣາ​ແອນ - ຮາ​ມາດ​ສ ເປັນໄພຂົມຂູ່ ຕໍ່ຄວາມໝັ້ນຄົງ ຂອງ ພາກພື້ນ:

ສະຖານທີ່ຖືກທຳລາຍລ້າງ ຫຼັງຈາກການໂຈມຕີ ຂອງ ອິດສະຣາແອນ ໃນເຂດ ກາຊາ. ພາບ: ຊິນຮົວ/VNA

ການບຸກໂຈມເກີດຂຶ້ນ ແບບ ກະທັນຫັນ ໃນວັນທີ 7 ຕຸລາ ຂອງ ກອງກຳລັງ ຮາມາດສ, ຕາມ ມາດ້ວຍ ການຕອບໂຕ້ ທາງທະຫານ ຂອງ ອິດສະຣາແອນ ຢູ່ເຂດ ກາຊາ ໄດ້ເຮັດໃຫ້ ພາກພື້ນ ຕາເວັນອອກກາງ ຕົກຢູ່ໃນ ສະພາບ ໄພພິບັດ ດ້ານມະນຸດສະທຳ. ມາ​ຮອດ​ວັນ​ທີ 24 ທັນວາ​ນີ້ ໄດ້ມີ​ຜູ້​ເສຍ​ຊີວິດ 21.300 ກວ່າ​ຄົນ ​ແລະ ​ໄດ້ບາດ​ເຈັບ 52.000 ກວ່າ​ຄົນ.

ຍ້ອນ​ຄວາມ​ມານະ​ພະຍາຍາມ​ ທາງ​ການ​ທູດ​ ຂອງ​ປະຊາ​ຄົມ​ໂລກ, 2 ຝ່າຍ​ໄດ້​ປະຕິບັດຂໍ້ຕົກລົງ  ​ຢຸດ​ຍິງ​ເປັນ​ເວລາ 7 ວັນ, ​ເລີ່ມແຕ່​ວັນ​ທີ 24 ພະຈິກ, ​​ແລກປ່ຽນ​ຕົວ​ປະກັນ ​ແລະ ນັກ​ໂທດ​ ປະມານ 320 ຄົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ປະ​ທະ​ກັນ ​ໄດ້​ດຳ​ເນີນ​ຄືນ​ໃໝ່ ​ໃນ​ທັນທີ ​ທີ່​ຂໍ້​ຕົກ ລົງ​ຢຸດ​ຍິງ​ໄດ້​ພັງ​ທະລາ​ຍລົງ. ເຫດຜົນຕົ້ນຕໍ​ຂອງ​ການ​ປະ​ທະ​ກັນ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ ເຮັດ​ໃຫ້​ຄວາມ​ຮຸນ​ແຮງ ສາມາດ​ແຜ່ຂະຫຍາຍ​ຂຶ້ນ​ທຸກ​ເວລາ, ເປັນໄພຂູ່​ຕໍ່ຄວາມ​ປອດ​ໄພ ​ໃນ​ທົ່ວ​ພາກ​ພື້ນ.



2. ມາດຕະການແກ້ໄຂບັນຫາໂດຍສັນຕິ ສໍາລັບ ລັດເຊຍ ແລະ ອຸູແກຣນ ຍັງຢູ່ຫ່າງໄກ:

  ພາ​ບລວມ ຂອງ​ກອງ​ປະ​ຊຸມ ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ ອູແກຣນ, ຢູ່​ນະ​ຄອນ ​ນິວຢອກ, ສ ອາເມລິ ກາ ​ໃນ​ວັນ​ທີ 24 ກຸມ​ພາ 2023. ພາບ: ຊິນຮົວ/VNA

ການປະທະກັນ ລະຫວ່າງ ລັດເຊຍ - ອຸູແກຣນ ຕົກຢູ່ໃນສະພາບ ທາງຕັນ, ການສູ້ຮົບກັນ ຍັງຄົງດຳເນີນຕໍ່ໄປ ໃນຂະ ນະ ທີ່ສອງຝ່າຍ ປະຕິເສດ ທີ່ຈະນັ່ງເຂົ້າໂຕະເຈລະຈາ. ຝ່າຍ​ຕາ​ເວັນ​ຕົກ ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ ດ້ານ​ອາ​ວຸດ ​ໃຫ້​ແກ່ ອູ​ແກຣນ ແລະ​ ວາງ​ມາດ​ຕະ​ການ​ລົງ​ໂທດ ຄັ້ງ​ໃໝ່​ຕໍ່ ​ລັດເຊຍ. ລັດ​ເຊຍ ​ໄດ້​ຖອນ​ຕົວ​ຢ່າງ​ເປັນ​ທາງ​ການ ​ອອກຈາກ​ສົນ​ທິ​ສັນ​ຍາ​ ກ່ຽວ​ກັບ​ກອງ​ກຳລັງ​ອາ​ວຸດ​ທຳ​ມະ​ດາ​ຢູ່​ ເອີຣົບ, ຍົກ​ເລີກ​ການ​ໃຫ້​ສັດ​ຕະ​ຍາ​ບັນ ​ສົນ​ທິ​ສັນ​ຍາ ​ຫ້າມ​ທົດ​ລອງ​ ນິວ​ເຄຼຍ​ຮອບ​ດ້ານ,  ​ຖອນ​ຕົວ​ອອກ​ຈາກ ຂໍ້ຕົກລົງ ​ທັນຍາຫານ ທະ​ເລ​ດຳ. ການ​ປະ​ເຊີນ​ໜ້າ​ ຢ່າງ​ບໍ່​ຢຸດ​ຢັ້ງ ​ສືບ​ຕໍ່​ສົ່ງ​ຜົນ​ກະ​ທົບຕໍ່​ຄວາມ​ໝັ້ນ​ຄົງ, ການ​ເມືອງ ແລະ​ ເສດ​ຖະ​ກິດ ​ທົ່ວ​ໂລກ.

3. ການຟື້ນຕົວ ຂອງ ເສດຖະກິດໂລກ ຊ້າລົງ:

 ສາຂາທະນາຄານ Credit Suisse ຢູ່ Lucerne, ສະວິດ. ພາບ: ຊິນຮົວ/VNA

ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຄາດວ່າ ເສດຖະກິດໂລກ ຂະຫຍາຍ ຕົວ 2,9% ໃນປີ 2023, ຫຼຸດລົງເມື່ອທຽບກັບອັນດັບ ການຂະຫຍາຍ ຕົວ 3,3% ຂອງ ປີ 2022. ສາເຫດແມ່ນຍ້ອນ “ແຜ່ນດິນໄຫວ” ທາງ ດ້ານການເງິນ ຈາກການລົ້ມລະລາຍ ຂອງ ທະນາຄານ Silicon Valley, Signature, First Republic ຂອງ ສ ອາເມລິກາ ແລະ UBS ຂອງ ສະວິດ, ຄຽງຄູ່ກັບ ວິກິດການພະລັງງານ ແລະ ການປະທະກັນທີ່ ອູແກຣນ, ຕາເວັນອອກກາງ. ທະນາຄານກາງ ໃນຫຼາຍປະເທດ ຕ້ອງພິ ຈາລະນາ ລະຫວ່າງການເພີ່ມອັດຕາດອກເບ້ຍ ເພື່ອຄວບຄຸມອັດຕາ ເງິນເຟີ້ ແລະ ຢຸດການເພີ່ມ ອັດຕາດອກເບ້ຍ ເພື່ອຊ່ວຍໜູນການຟື້ນ ຕົວທາງເສດຖະກິດ.

4. ຈຳກັດການສົ່ງອອກເຂົ້າ, ການປ່ຽນແປງ ຂອງດິນຟ້າອາກາດ ເປັນ ໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານທົ່ວໂລກ:

  ວັນ​ທີ 25 ສິງຫາ 2023, ລັດຖະບານ ​ອິນ​ເດຍ ​ໄດ້​ປະກາດ​ເກັບ​ພາສີ 20% ສຳລັບ​ເຂົ້າ ​ທີ່​ສົ່ງ​ອອກ ​ເພື່ອ​ຄວບ​ຄຸມ​ ການ​ຂຶ້ນ​ລາຄາ ​ແລະ ຮັບປະກັນ​ການ​ສະໜອງ ​ໃຫ້​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຢ່າງ​ພຽງພໍ. ພາບ: ຄົນງານທີ່ເຮັດວຽກຢູ່ໂຮງງານເຂົ້າ Hyderabad, ປະເທດ ອິນເດຍ. ພາບ: AFP/VNA

ການຫ້າມສົ່ງອອກເຂົ້າທໍາມະດາ, ເກັບພາສີ 20% ຕໍ່ການສົ່ງອອກເຂົ້າ ຈາກ ອິນເດຍ - ປະເທດທີ່ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດໂລກ - ຄຽງຄູ່ ກັບ ຜົນກະທົບ ຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ ເຮັດ ໃຫ້ ເກີດໄພແຫ້ງແລ້ງ ຢ່າງຮ້າຍແຮງ ເຮັດໃຫ້ແຫຼ່ງສະ​ໜອງ​ຫຼຸດ​ລົງ, ເຮັດໃຫ້ລາ​ຄາ​ເຂົ້າ​ແພງຂຶ້ນ, ສົ່ງ​ຜົນ​ກະ​ທົບ​ທາງ​ລົບ ​ຕໍ່​ຄວາມ​ໝັ້ນ​ຄົງ ດ້ານ​ສະ​ບຽງ​ອາ​ຫານ​ ຂອງ​ ຫຼາຍ​ປະ​ເທດ, ພິ​ເສດ​ແມ່ນບັນດາ​ປະ​ເທດ​ທຸກ​ຍາກ ​ຢູ່​ ອາ​ຊີ ແລະ ທາງພາກ​ໃຕ້​ ຂອງ​ ທະ​ເລ​ຊາຍ Sahara. ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ ​ດ້ານ​ສະບຽງ​ອາຫານ​ໂລກ ໄດ້ຈັດຂຶ້ນ ​ໃນ​ວັນ​ທີ 20 ພະຈິກ​ ​ຢູ່​ ປະເທດ ອັງກິດ ​ໄດ້​ສະ​ເໜີບັນດາ​ວິທີ​ແກ້​ໄຂ ກ້າວໄປເຖິງ ​ລະບົບ​ອາຫານ​ທີ່​ຍືນ​ຍົງ ​ແລະ ​ປັບຕົວເຂົ້າກັບການ ປ່ຽນ ແປງ ຂອງ ດິນຟ້າອາກາດ. 

5. ສົ່ງເສີມ ການນຳໃຊ້ ໄປຄຽງຄູ່ກັບ ເພີ່ມທະວີ ການຄວບຄຸມ AI:

 ຫຸ່ນຍົນ AI "Ameca" ໄດ້ຖືກນໍາສະເໜີຢູ່ບໍລິສັດ Engineered Arts, ໃນກອບຂອງກອງປະຊຸມສຸດຍອດ AI ໂລກ ຂອງ ສະຫະພັນ ໂທລະ ຄົມມະນາຄົມ ສາກົນ (ITU) ທີ່ນະຄອນ ເຊີແນວ, ສະວິດ, ວັນທີ 5 ກໍລະກົດ 2023. ພາບ: AFP/VNA

ປັນຍາປະດິດ (AI) ກໍາລັງພັດທະນາຢ່າງແຂງແຮງ, ຖືກນໍາໃຊ້ໃນຫຼາຍ ຂົງເຂດ, ຊຸກຍູ້ການປ່ຽນແປງໃນຫຼາຍຂະແໜງອາຊີບ, ແຕ່ຍັງສ້າງສິ່ງ ທ້າທາຍ ບໍ່ໜ້ອຍ.

6. COP28 ບັນລຸໄດ້ຂໍ້ຕົກລົງ ປະຫວັດສາດ ເພື່ອຄ່ອຍຢຸດຕິ ການນຳໃຊ້ ຟອສຊີວ:

 ພາບ ປິດກອງປະຊຸມສຸດຍອດ ບັນດາຝ່າຍເຂົ້າຮ່ວມ ສົນທິສັນຍາ ສະ ຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງ ດິນຟ້າອາກາດ ຄັ້ງທີ 28 (COP28) ທີ່ນະຄອນ Dubai, ປະເທດ UAE ໃນວັນທີ 13 ທັນວາ 2023. ພາບ: ຊິນຮົວ/VNA

ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມລັດພາຄີ ຂອງ ສົນທິສັນຍາຂອບ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງ ຂອງ ດິນຟ້າອາກາດ ຄັ້ງທີ 28 (COP28) ຢູ່ Dubai (UAE) ເມື່ອວັນທີ 13 ທັນວາ ໄດ້ຕົກລົງເປັນຄັ້ງທຳອິດ ການຫັນປ່ຽນ ການນຳໃຊ້ ຟອສຊີວ ​ໃນ​ລະບົບ​ພະລັງງານ​ຢ່າງ​ສະເໝີພາບ, ມີ​ລະບຽບ ​ແລະ ​ເໝາະສົມ, ​ຜ່ານນັ້ນກ້າວເຖິງການບັນລຸເປົ້າໝາຍ ການປ່ອຍອາຍພິດ ເທົ່າກັບ “0” - Net Zero ໃນປີ 2050 ​ແລະ​ຮຽກຮ້ອງ​ ​ເພີ່ມ​ກຳລັງການຜະລິດ ​ພະລັງງານ​ທົດ​ແທນ​ທົ່ວ​ໂລກ​ ​ໃນ​ປີ 2030.

ສະພາບອາກາດຮ້ອນ ແລະ ແດດກ້າ ຢູ່ລັດ ເນວາດາ, ສ ອາເມລິກາ ໃນວັນທີ 12 ກໍລະກົດ 2023. ພາບ: AFP/VNA

7. ແຜ່ນດິນໄຫວ ຄັ້ງຮ້າຍແຮງຢູ່ປະເທດ ຕວກກີ:
ພາບ ການເພພັງ ເບິ່ງ​ຜ່ານ​ປ່ອງ​ຢ້ຽມ​ ຫຼັງ​ຈາກ​ໄພ​ພິ​ບັດ​ ແຜ່ນ​ດິນ​ໄຫວ​ ຢູ່ເມືອງ Antakya, ຕວກກີ, ວັນທີ 20 ກຸມພາ 2023. ພາບ: AFP/VNA

ແຜ່ນດິນໄຫວ ຂະ ໜາດ 7,8 ຣິກເຕີ ເກີດຂຶ້ນ ໃນວັນທີ 6 ກຸມພາ ແມ່ນຮຸນແຮງທີ່ສຸດ ຢູ່ ປະເທດນີ້ ໃນຮອບເກືອບໜຶ່ງ ສະຕະວັດ ຜ່ານມາ ເຮັດໃຫ້ ປະຊາຊົນ ຕວກກີ ປະມານ 50.000 ຄົນເສຍຊີວິດ ແລະ ເກືອບ 6.000 ຄົນເສຍ ຊີວິດ ຢູ່ປະເທດ ຊີຣີ.

8. ການກໍ່ລັດຖະປະຫານ ຢ່າງຕໍ່ເນື່ອງ ເຮັດໃຫ້ ເກີດຄວາມບໍ່ໝັ້ນຄົງ ຢູ່ ທະວີບ ອາຟຣິກກາ:

ວັນ​ທີ 30 ກໍລະກົດ 2023, ຜູ້ນຳ​ປະຊາ​ຄົມ​ເສດຖະກິດ​ ບັນດາ​ປະ​ເທດ​ ອາ ຟຣິກກາ​ ຕາ​ເວັນ​ຕົກ (ECOWAS) ໄດ້ອອກມາເຕືອນວ່າ​ ສາມາດ​ໃຊ້​ກຳລັງ​ ໄດ້ ຖ້າ​ພາຍ​ໃນ​ໜຶ່ງ​ອາທິດ​ ລັດຖະບານ​ທະຫານ​ຂອງ​ ນີເຊ ​ບໍ່​ຄືນ ອໍານາດໃຫ້​ປະທານາທິບໍດີ Mohammed Bazoum ແລະ ວາງມາດຕະການຂວໍ້າບາດ ຕໍ່່ຜູ້ນຳ ທາງທະຫານ ນີເຊ. ພາບ: ຊິນຮົວ/VNA

ທ່າອ່ຽງ ການປ່ຽນແປງລັດຖະບານ ຂັດກັບ ຂໍ້ກຳນົດ ຂອງ ກົດໝາຍ ຢູ່ຫຼາຍປະເທດ ໃນທະວີບ ອາຟຣິກກາ ໄດ້ເຮັດໃຫ້ ພາກພື້ນນີ້ ເຂົ້າສູ່ຄວາມບໍ່ໝັ້ນຄົງຫຼາຍຂຶ້ນ, ກໍ່ໃຫ້ສິ່ງ ທ້າທາຍ ກ່ຽວກັບ ຄວາມທຸກຍາກ ແລະ ຄວາມອຶດຫີວ ຮ້າຍແຮງ ຍິ່ງຂຶ້ນ.

9. ການແຂ່ງຂັນ ທ່ີຟົດຟື້ນ ເພື່ອພິຊິດອາວະກາດ:

  ໂມດູນ Vikram ຂອງຍານອາວະກາດ Chandrayaan-3 (ພາບ) ໄດ້ ປະສົບຜົນສໍາເລັດ ໃນການລົງຈອດຢູ່ຂົ້ວໃຕ້ຂອງດວງຈັນ ໃນວັນທີ 23 ສິງຫາ 2023, ເຮັດໃຫ້ ອິນເດຍ ກາຍເປັນປະເທດທຳອິດ ໃນປະຫວັດ ສາດ ທີ່ປະຕິບັດພາລະກິດ ໄດ້ຄົ້ນພົບດິນ, ຫີນ ແລະ ແຮ່ທາດ ຢູ່ ຂົ້ວ ໃຕ້ສຸດ ຂອງ ດາວເຄາະນີ້. ພາບ: AFP/VNA
 ວັນທີ 7 ກັນຍາ 2023, ຍີ່ປຸ່ນ ໄດ້ປະສົບຜົນສໍາເລັດ ໃນການສົ່ງຈະ ຫຼວດ H2-A ຂຶ້ນສູ່ອາວະກາດ ໂດຍບັນທຸກດາວທຽມສໍາຫຼວດ  Smart Lunar Exploration Lander (SLIM) ແລະ ດາວທຽມ X-ray Spectroscopy and Imaging Mission (XRISM)ຈາກສູນອາວະກາດ Tanegashima, ທາງພາກໃຕ້ ຂອງປະເທດ. ຕາມແຜນການ SLIM ຈະເຂົ້າສູ່ວົງໂຄຈອນ ຮອບດວງຈັນ ປະມານ 3 ຫາ 4 ເດືອນ ນັບແຕ່ ເວລາປ່ອຍ ອອກຈາກຖານ ແລະ ຈະສາມາດລົງຈອດ ເທິງດວງຈັນ ຫຼັງຈາກນັ້ນ ປະມານ 4 ຫາ 6 ເດືອນ. ພາບ: Kyodo/VNA

ອິນເດຍ ໄດ້ກາຍ ເປັນປະເທດ ທຳອິດ ທີ່ມີຍານອາວະກາດ ສຳຫຼວດ ລົງຈອດຢູ່ຂົ້ວໃຕ້ ສຸດ ທີ່ບໍ່ທັນໄດ້ສຳຫຼວດ ຂອງ ດວງຈັນ ແລະ ສົ່ງຍານອາວະກາດສຳ ຫຼວດ ດວງອາທິດ ສຳເລັດຜົນ. ຍີ່ປຸ່ນ​ ໄດ້​ສົ່ງ​ຍານອາວະກາດ ​ລົງ​ຈອດ ​ດວງ​ຈັນ, ​ໃນ​ຂະນະ ດຽວກັນ ຍານອາວະກາດ​ສຳ​ຫຼວດ Luna-25 ຂອງ ລັດ​ເຊຍ ​ປະສົບ​ບັນຫາ​ໃນ​ການ​ລົງ​ຈອດ​ ຢູ່ດາວ​ເຄາະນີິ້. ເອີຣົບສົ່ງດາວ ທຽມ ໄປສໍາຫຼວດ “ຈັກກະວານມືດ”. ອົງການ NASA ເປີດຕົວ ຄົ້ນ ຄວ້າ ດາວເຄາະນ້ອຍ Psyche. ວັນ​ທີ 4 ທັນ​ວາ ​ຜ່ານມາ, ສະ​ມັດ​ຊາ​ໃຫຍ່ ​ສະ​ຫະ​ປະ​ຊາ​ຊາດ​ໄດ້ຮັບຮອງເອົາ​ມະ​ຕິ ​ກ່ຽວ​ກັບ​ການ​ບໍ່​ນຳ​ໃຊ້​ອາ​ວຸດ ​ຢູ່​ອາ​ວະ​ກາດ​ເພື່ອ​ເພີ່ມ​ທະ​ວີ​ ການ​ບໍລິຫານ​ອາ​ວະ​ກາດ.

10. ອິນເດຍກາຍເປັນປະເທດ ມີປະຊາກອນ ຫຼາຍທີ່ສຸດໂລກ:

ຜູ້​ຄົນບຽດກັນ ລໍຖ້າຂຶ້ນ​ລົດ​ໄຟ​ ຢູ່ສະ​ຖາ​ນີລົດໄຟ​ ໃນນະຄອນ Mumbai ປະ​ເທດ ​ອິນ​ເດຍ ວັນ​ທີ 19 ເມ​ສາ 2023. ພາບ: AFP/VNA

ອີງຕາມຂໍ້ມູນ ຂອງ ສະຫະປະຊາຊາດ, ວັນທີ 14 ເມສາ, ປະຊາກອນ ອິນເດຍ ມີ 1.425.775.850 ຄົນ, ລື່ນກາຍ ສປ ຈີນ ໄດ້ກາຍເປັນ ປະ ເທດ ທີ່ມີປະຊາກອນຫຼາຍທີ່ສຸດໃນໂລກຢ່າງເປັນທາງການ. ການ​ເຕີບ​ໂຕ​ດ້ານປະຊາກອນ ​ນຳ​ເອົາ​ຄວາມ​ໄດ້​ປຽບ​ ດ້ານ​ກຳລັງ​ແຮງ​ງານ​ ມາ​ໃຫ້​ ອິນ​ເດຍ, ​ພ້ອມດຽວກັນ ກໍ່ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ ໃນ​ການ​ຮັບປະກັນດ້ານ​ສະບຽງອາຫານ, ທີ່​ຢູ່​ອາ​ໄສ, ​ດ້ານສາທາລະນະສຸກ ​ແລະ ການ​ສຶກສາ ອີກດ້ວຍ.

ປະຕິບັດໂດຍ: VNA/VNP

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top