• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

10 ເຫດການທີ່ພົ້ນເດັ່ນ ຂອງ ຫວຽດນາມ ໃນປີ 2024 ໂດຍ ສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂ່າວພາບ ຫວຽດນາມ ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນ ເດັ່ນສຸດ ຂອງ ຫວຽດນາມ ໃນປີ 2024 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

1. ສະຫາຍ ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ

  ຂະບວນລົດບັນທຸກສົບ ຂອງ ມື້ລາງ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລ່ນຜ່ານສະໜາມຫຼວງປະຕິວັດເດືອນ ສິງຫາ. ພາບ: VNA  

ເມື່ອເວລາ 13:38 ໂມງ ຂອງ ວັນທີ 19 ກໍລະກົດ 2024, ຫົວໃຈຂອງ ຜູ້ນຳທີ່ໂດດເດັ່ນ ໄດ້ຢຸດເຕັ້ນ ທ່າມກາງຄວາມ ອາໄລຮັກຢ່າງສຸດຊຶ້ງ ບໍ່ມີຂອບເຂດຂອງຊາວ ຫວຽດນາມ ໃນທົ່ວປະເທດ ແລະ ເພື່ອນມິດສາກົນ. ຕະຫຼອດຊີວິດ, ສະຫາຍ ໄດ້ອຸທິດຕົນເພື່ອປະເທດຊາດ, ເພື່ອປະຊາຊົນ, ທ່ານເລຂາທິການໃຫຍ່ຫງວຽນ ຝູ໋ຈ້ອງ ໄດ້ປະໄວ້ໃຫ້ຄົນຮຸ່ນຫຼັງ ລະບົບອຸດົມຄະຕິ ແລະ ທິດສະດີອັນລ້ຳຄ່າ ກ່ຽວກັບເສັ້ນທາງປະຕິວັດ ຂອງ ຫວຽດນາມ ໃນຍຸກໃໝ່; ​ແມ່ນ​ຕົວ​ຢ່າງ​ທີ່​ສ່ອງ​ແສງ​ໃນ​ການ​ສຶກສາ ​ແລະ ປະຕິບັດ​ອຸດົມ​ການ, ຈັນ​ຍາ​ບັນ, ​ແບບຢ່າງ​ ໂຮ່ຈີ​ມິນ.

2. ການບູລະນະ ບັນດາ ຕໍາແໜ່ງ ຜູ້ນໍາຫຼັກແຫຼ່ງ

ສະຫາຍ ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ, ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໋ງ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນແທງເໝີນ ໃນພິ​ທີ​ມອບ​ຮັບ​ວຽກງານ ປະ​ທານ​ປະ​ເທດ. ພາບ: ເລີມແຄ໋ງ/VNA

ວັນ​ທີ 3 ສິງຫາ​ 2024, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ໄດ້​ຄັດເລືອກແຕ່ງ​ຕັ້ງ​ສະຫາຍ ໂຕເລີມ ​ເປັນ​ເລຂາທິການ​ໃຫຍ່. ທີ່​ກອງ​ປະຊຸມ​ຄັ້ງ​ທີ 7, ສະພາ​ແຫ່ງ​ຊາດ​ໄດ້​ເລືອກ​ ​ສະຫາຍ ​ເຈິ່ນແທງ      ເໝີນ ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ; ທີ່​ກອງປະຊຸມ​ຄັ້ງ​ທີ 8, ສະ ພາ ແຫ່ງ​ຊາດ​ ໄດ້​ປົດ​ສະຫາຍ ໂຕເລີມ ​ອອກ​ຈາກ​ຕຳ​ແໜ່​ງປະທານປະເທດ ​ແລະ ແຕ່ງ​ຕັ້ງໃຫ້​ສະຫາຍ ​ເລືອງ​ເກື່ອງ ​ເປັນ​ປະທານປະເທດ. ການບູລະນະບັນດາຕໍາແໜ່ງຜູ້ນໍາຫຼັກແຫຼ່ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ ນໍ້າໃຈ​ສາມັກຄີ ​ແລະ ​ເດັດດ່ຽວ​ໜຽວ​ແໜ້ນ ​ຂອງ ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ ເພື່ອຮັກສາ​ສະຖຽນ​ລະ​ພາບ ​ແລະ ພັດທະນາ​ປະ​ເທດ​ຊາດ, ສ້າງ​ກຳລັງ​ແຮງ​ເພື່ອ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່.

ເປັນ​ຄັ້ງ​ທຳ​ອິດ, ກົມ​ການ​ເມືອງ​ໄດ້​ອອກ​ຄຳ​ສັ່ງ ​ປະຕິບັດ​ວິ​ໄນ​ຕໍ່​ຜູ້ ນຳຫຼັກແຫຼ່ງ, ສະຫາຍ ຫງວຽນ​ຊວນ​ຟຸກ ຍ້ອນມີການກະທຳ​ລະ ເມີດໃນ​ເວລາ​ດຳລົງ​ຕຳ​ແໜ່​ງ ນາຍົກລັດຖະມົນຕີ ​ແລະ ສະຫາຍ ເວືອງດິ່ງເຫວ້ ຍ້ອນມີ​ການ​ກະທຳ​ລະເມີດ​ໃນ​ເວລາ​ດຳລົງ​ຕຳ​ແໜ່​ງ ປະທານ​ສະພາ​ແຫ່ງ​ຊາດ.

3. ການ​ປະ​ຕິ​ວັດ​ ກ່ຽວກັບການປັບປຸງໂຄງປະກອບ ການຈັດຕັ້ງ ​ຂອງ​ ລະ​ບົບ​ການ​ເມືອງ

ສະຫາຍ ​ເລຂາທິການ​ໃຫຍ່ ໂຕເລີມ ກ່າວ​ຄຳ​ປາ​ໄສ ​ແລະ ຊີ້​ນຳ​ໃນ ກອງ ​ປະຊຸມ​ກ່ຽວກັບການປ່ຽນແປງໃໝ່, ການຊັບຊ້ອນ ໂຄງປະ ກອບ ການຈັດຕັ້ງ ຂອງ ລະບົບການເມືອງ. ພາບ: ເລີມແຄ໋ງ/VNA

ປະຕິບັດ​ການຊີ້ນຳ ຂອງ​ ຄະນະ​ຊີ້​ນຳ​ສູນ​ກາງ​ ກ່ຽວ​ກັບ​ມະຕິ​ສະບັບ​ເລກທີ 18-NQ/TW (ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະໄໝ​ທີ XII) ຕໍ່​ຫຼາຍ​ບັນຫາ ​ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນແປງໃໝ່, ​ການຊັບຊ້ອນ ໂຄງປະກອບ ການຈັດຕັ້ງ ຂອງ ລະບົບການເມືອງຢ່າງ​ກະທັດຮັດ, ເຄື່ອນໄຫວ​ຢ່າງ​ມີຜົນສັກສິດ ແລະ ​ປະສິດທິ​ຜົນ​, ນັບ​ແຕ່​ຕົ້ນ​ເດືອນ​ ທັນວາ, ບັນດາ​ອົງການ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາ​ອົງການຈັດຕັ້ງທາງ​ການ​ເມືອງ​-ສັງຄົມ​ ໄດ້​ສ້າງ​ແຜນການ​ເພື່ອສະ​ເໜີ​ ຕໍ່ສູນ​ກາງ ​ໃນ​ໄຕ​ມາດ​ທີ 1 ປີ 2025. ດ້ວຍ​ຈິດ​ໃຈ ສູນ​ກາງ​ເປັນແບບຢ່າງ, ທ້ອງ​ຖິ່ນ​ຕອບ​ສະໜອງ”, ບັນດາ​ອົງການ​ປະຕິບັດການ ກວດຄືນ ​ແລະ ຊັບຊ້ອນ​ ເພື່ອມຸ່ງ​ໄປ​ເຖິງ​ຈຸດໝາຍ​ ຫັນ​ເປັນ​ກົນ​ໄກ​ໃໝ່ “​ດີ-ກະທັດ ຮັດ-ເຂັ້ມ​ແຂງ-ປະສິດທິພາບ-ຜົນສັກສິດ-ປະສິດທິຜົນ” ຕາມ​ທິດ​ຊີ້​ນຳ​ ຂອງ ​ສະຫາຍ ​ເລຂາທິການ​ໃຫຍ່ ໂຕເລີມ.

4. ສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຂຽນຕໍ່ບົດກະວີ ອັນສະຫງ່າລາສີ ຂອງ ຊາດ

 ກຳລັງສວນສະໜາມ ໃນພິທີສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ. ພາບ: ຈຸງກຽນ/VNA 

ຕອນ​ເຊົ້າ​ວັນ​ທີ 7 ພຶດສະພາ 2024, ຢູ່​ນະຄອນ ດ້ຽນບຽນ​ຝູ, ​ແຂວງ ດ້ຽນບຽນ, ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງວັນ​ໄຊ ຊະນະ ​ດ້ຽນບຽນ​ຝູ ໂດ່ງດັງໄປທົ່ວ 5 ທະວີບ, ສັ່ນສະເທືອນໂລກ”. ​ເຫດການ​ດັ່ງກ່າວ​ໄດ້​ປຸກລະດົມນໍ້າ​ໃຈ​ວິລະ​ຊົນ, ​ເພີ່ມພູນ​ຄູນ​ສ້າງ​ນ້ຳ​ໃຈ​ຮັກ​ຊາດ​ໃຫ້​ແກ່​ປະຊາຊົນ​ ຫວຽດນາມ, ຮັດ​ແໜ້ນ​ສາຍ​ພົວ ພັນ​ທາງ​ເລືອດ​ເນື້ອ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ ​ພາຍ​ໃຕ້​ການ​ນຳ ພາ​ຂອງ​ພັກ. ກອງທັບປະຊາຊົນ ຫວຽດນາມ, ພາຍຫຼັງ 80 ປີແຫ່ງການຕໍ່ສູ້, ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ສືບຕໍ່ກໍ່ສ້າງກຳລັງທີ່ມີຄວາມສາມາດ, ກະທັດຮັດ, ເຂັ້ມແຂງ, ກ້າວສູ່ທັນສະໄໝ, ກໍ່ສ້າງ ແລະ ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນ ດິນອັນຄົບຖ້ວນ ຂອງ ປະເທດຊາດ.

5. ການ​ເຕີບ​ໂຕ GDP ບັນ​ລຸ​ ​ກວ່າ 7%

ການ​ຂົນ​ສົ່ງ​ສິນຄ້າ​ ນໍາ​ເຂົ້າ ​ແລະ ສົ່ງ​ອອກ​ຢູ່​ທ່າ​ກຳ​ປັ່ນ​ສາກົນ Gemalink, ​ແຂວງ ບ່າເຣ້ຍ-ຫວຸ໊ງເຕົ່າ. ພາບ: ຮົ່ງດາດ/VNA

ໃນ​ສະພາບ​ການ ໄດ້ຮັບຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ພາຍຸ ​Yagi ​ແລະ ຄວາມ​ບໍ່​ສະຫງົບ ຂອງ​ ພື້ນຖານ​ເສດຖະກິດ​ໂລກ, ​ເສດຖະ ກິດ​ ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, GDP ຄາດ​ຄະ​ເນ​ ຈະ​ເຕີບ​ໂຕ​ກວ່າ 7%, ລື່ນ​ກາຍ​ຄາດໝາຍ​ທີ່​ສະ ພາ​ແຫ່ງ​ຊາດ​ ມອບ​ໝາຍໃຫ້. ເສດ​ຖະ​ກິດ​ ມະ​ຫາ​ພາກ​ສືບ​ຕໍ່​ໝັ້ນ​ທ່ຽງ, ໄພ​ເງິນ​ເຟີ້​ ໄດ້​ຄວບ​ຄຸມ​ຕ່ຳ​ກວ່າ 4%. ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ ໄດ້ບັນລຸ​ເກືອບ 800 ຕື້ ໂດລາສະຫະລັດ. ມູນຄ່າ ເຄື່ອງໝາຍ ການຄ້າແຫ່ງຊາດ ບັນລຸ 507 ຕື້ ໂດລາສະຫະລັດ, ຢູ່ອັນດັບທີ 32/193 ປະເທດ. ວົງ​ເງິນ​ດຶງ​ດູດ​ທຶນ FDI ບັນລຸ​ກວ່າ 31 ຕື້ ໂດລາສະຫະລັດ, ​ຂຶ້ນກັບ​ກຸ່ມ 15 ປະ​ເທດ​ພວມ​ພັດທະນາ​ທີ່​ດຶງ​ດູດ​ທຶນ FDI ຫຼາຍ​ທີ່​ສຸດ​ໃນ​ໂລກ. ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ ມາ ​ທ່ຽວ ຫວຽດນາມ ​ເພີ່ມ​ຂຶ້ນ​ປະມານ 40% ​ເມື່ອ​ທຽບ​ໃສ່​ປີ 2023.

6. ພາຍຸ Yagi ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 345 ຄົນ

  ແມ່ເຖົ້າ ຫງວຽນທິກີ່, ອາຍຸ 98 ປີ, ຢູ່ຕາແສງ ເຊີນດົງ, ເມືອງ ເລິບແທັກ, ແຂວງ ຫວິ໊ງຟຸກ ໄດ້ທະຫານໃຫ້ການຊ່ວຍ ແລະ ນຳໄປ ຢູ່ບ່ອນປອດໄພ. ພາບ: ຮວ່າງຮຸ່ງ/VNA 

ພາຍຸ Yagi (ພະຍຸເລກ 3) ເປັນພາຍຸ ມີກຳລັງແຮງທີ່ສຸດໃນຮອບ 30 ປີຜ່ານມາ ຢູ່ທະເລຕາເວັນອອກ ແລະ 70 ປີຜ່ານມາ ຢູ່ຫວຽດ ນາມ ໄດ້ສົ່ງຜົນສະທ້ອນ ຢ່າງໜັກໜ່ວງ, ເຮັດໃຫ້ມີຜູ້ເສຍ ຊີວິດ 323 ຄົນ, ຫາຍສາບສູນ 22 ຄົນ ແລະ ບາດເຈັບ 1.978 ຄົນ. ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດຖຸ ​ກວ່າ 81.700 ຕື້​ດົ່ງ. ​ບ້ານ​ ນູ໋, ຕາ​ແສງ ຟຸກ​ແຄ໋ງ, ເມືອງ ​ບ໋າ​ວ​ອຽນ, ແຂວງ ລາວ​ກາຍ ຖືກ​ນ້ຳ​ແກ່ງນໍ້າຊຸ ຈົນຮາບເປັນໜ້າກອງ​.

ດ້ວຍ​ການ​ເຂົ້າຮ່ວມຢ່າງ​ຮີບ​ດ່ວນ ​ແລະ ​ເຂັ້ມ​ແຂງ​ຂອງ​ທົ່ວ​ລະບົບ​ການ​ເມືອງ, ນ້ຳ​ໃຈ​ສາມັກຄີ ​ຂອງ​ ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ການ​ຊ່ວຍເຫຼືອ ຈາກ​ເພື່ອນ​ມິດສາ​ກົນ, ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາຍຸ, ​ໄພ​ນ້ຳແກ່ງ ນໍ້າຊຸ ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ, ຊ່ວຍ​ເຫຼືອ​ປະຊາຊົນ​ ໃຫ້ມີຊີວິດທ່ີໝັ້ນຄົງ ແລະ ຟື້ນຟູການຜະລິດ.

7. ຮັບຮອງເອົານະ​ໂຍ​ບາຍ​ການ​ລົງ​ທຶນ, ເປີດກໍ່ສ້າງ 2ໂຄງ​ການ​ສຳ​ຄັນຄືນໃໝ່  

ແຜນການອອກແບບເບື້ອງຕົ້ນ ໂຄງການທາງລົດໄຟ ຄວາມໄວ ສູງສາຍເໜືອ-ໃຕ້. ພາບ: ຢວ໊ານເຕິນ/VNA

ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ໄດ້ຮັບ ຮອງ ເອົານະໂຍບາຍລົງທຶນໂຄງການລົດໄຟຄວາມໄວສູງສາຍ    ເໜືອ - ໃຕ້ ດ້ວຍຍອດຈຳນວນເງິນລົງທຶນ 1.713.548 ຕື້ດົ່ງ ແລະ ເລີ່ມການລົງທຶນກໍ່ສ້າງໂຄງການ ໄຟຟ້ານິວເຄຼຍ ນິງທ້ວນ ຄືນໃໝ່. ໂຄງການທາງລົດໄຟ ຄວາມໄວສູງຄາດວ່າ ຈະນໍາໃຊ້ ການລົງທຶນຂອງລັດ, ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ ແລະ ປະກອບ ສ່ວນເຂົ້າໃນການປັບໂຄງສ້າງສ່ວນແບ່ງຕະຫຼາດການຂົນສົ່ງໃນແລວເສດຖະກິດເໜືອ - ໃຕ້ ຢ່າງຍືນຍົງ. ໂຄງການ​ໄຟຟ້າ​ ນິວ​ເຄຼຍ ນິງທ້ວນ ຄວາມຫວັງ ຈະ​ສ້າງ ຄວາມ​ຫຼາກ​ຫຼາຍ​ດ້ານ​ແຫຼ່ງສະໜອງ​ພະລັງງານ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ, ປະກອບສ່ວນ​ປົກ​ປັກ​ຮັກສາ​ ສິ່ງ​ແວດ​ລ້ອມ.

8. ໂຄງການສາຍສົ່ງໄຟຟ້າແຮງສູງ 500 kVວົງຈອນ 3 ສຳເລັດໂດຍໄວ

ລະບົບເສົາໄຟຟ້າ ທ່ີຂຶ້ນກັບສາຍສົ່ງ 500 kV ວົງຈອນ 3 ຕອນຜ່ານເມືອງ ເກີມຊວຽນ (ແຂວງ ຮ່າຕິງ). ພາບ: ຮືວກວຽດ/VNA

ວັນທີ 29 ສິງຫາ 2024, ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500 kV ແຕ່ ກວາງແຈັກ (ກວາງບິ່ງ) ຫາ ໂຝໂນຍ (ຮຶງອຽນ) ໄດ້ເປີດນຳໃຊ້ ພາຍຫຼັງກວ່າ 6 ເດືອນ ປະຕິບັດ ການກໍ່ສ້າງ, ສ້າງສະ ຖິຕິ ກ່ຽວກັບຂັ້ນຕອນການລົງທຶນ ແລະ ເວລາກໍ່ສ້າງສັ້ນທີ່ສຸດ. ​ໂຄງການ​ດັ່ງກ່າວ​ ໄດ້​ຮັບ​ການ​ອອກ​ແບບ ​ແລະ ກໍ່ສ້າງ​ໂດຍ​ວິ​ສະ​ວະ​ກອນ ​ຫວຽດນາມ, ມີ​ຄວາມ​ໝາຍ​​ພິ​ເສດ ​ໃນ​ຫຼາຍ​ດ້ານ​ທາງເສດຖະກິດ, ການ​ເມືອງ, ສັງຄົມ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ແຫ່ງ​ຊາດ, ​ແກ້​ໄຂ​ບັນຫາການ​ຂາດ​ແຄນ​ໄຟຟ້າ​ ຢູ່​ພາກ​ເໜືອ, ​ເປັນ​ຂີດ​ໝາຍ​ນໍ້າ​ໃຈ​ແຫ່ງ​ຊາດ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທົ່ວ​ລະບົບ​ການ​ເມືອງ , ເປັນ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃນ​ການ​ປະຕິບັດ ​ບັນດາ​ໂຄງການ​ສຳຄັນ ​ຂອງ​ ຊາດ.

9. ຮັບຮອງເອົາກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)

  ຕອນ​ເຊົ້າ​ວັນ​ທີ 18 ມັງກອນ​ 2024, ທີ່​ກອງ​ປະຊຸມ​ວິສາມັນ, ສະ ພາ​ ແຫ່ງ​ຊາດ​ ຊຸດ​ທີ XV ​ໄດ້​ຮັບຮອງເອົາຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ພາບ: ຍານສາງ/VNA

ຕອນ​ເຊົ້າ​ວັນ​ທີ 18 ມັງກອນ​ 2024, ທີ່​ກອງ​ປະຊຸມ​ວິ​ສາ​ມັນ, ສະ ພາ​ແຫ່ງ​ຊາດ​ໄດ້​ຮັບຮອງເອົາຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ຄຽງຄູ່ກັບກົດໝາຍ ວ່າດ້ວຍ ເຮືອນຢູ່ (ສະບັບປັບປຸງ) ແລະ ກົດໝາຍ ວ່າດ້ວຍ ທຸລະກິດ ອະສັງຫາລິມະຊັບ (ສະບັບປັບ ປຸງ), ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ມີຜົນບັງຄັບໃຊ້ ກ່ອນ ກຳນົດເວລາ ສະເໜີ 5 ເດືອນ, ຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການກໍ່ສ້າງນະໂຍບາຍ ແລະ ກົດໝາຍ ໃຫ້ຄົບຊຸດ ເພື່ອໃຫ້ຕະຫຼາດ ອະສັງຫາລິມະຊັບ ພັດທະນາ ຢ່າງໝັ້ນຄົງ, ແຫຼ່ງ ຊັບພະຍາກອນ ທີ່ດິນຖືກຄຸ້ມຄອງ ແລະ ນຳໃຊ້ຢ່າງມີປະສິດທິຜົນ. ​ໃນ​ປີ 2024, ສະພາ​ແຫ່ງ​ຊາດ​ ຍັງ​ໄດ້​ຜ່ານ​ຮ່າງ​ກົດໝາຍ​ສຳ ຄັນ​ຫຼາຍ​ສະບັບ ​ເພື່ອ​ລົບ​ລ້າງ “​ສິ່ງກີດຂວາງກ່ຽວກັບ​ກົດບັນຢັດ ​ແລະ ສ້າງ​ແລວ​ທາງ​ດ້ານ​ກົດໝາຍ​ ທີ່​ສະດວກ​ສະບາຍ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ.

10. ເປີດຕົວເຄືອຂ່າຍ 5G, ຊຸກຍູ້ການຫັນເປັນ ດີຈີຕອນ ແຫ່ງຊາດ

ພາຍຫຼັງໄດ້ຮັບອະນຸຍາດ ຢ່າງເປັນທາງການ, ກຸ່ມບໍລິສັດ VNPT ໄດ້ນຳໃຊ້ພື້ນຖານໂຄງລ່າງ ແລະ ສະຖານີ ຮັບສັນຍານ VinaPhone 5G ໃນທົ່ວປະເທດ. ພາບ: ມິງກວຽດ/VNA

ວັນ​ທີ 15 ຕຸລາ​ 2024, Viettel ​ໄດ້​ເປີດ​ນຳ​ໃຊ້​ເຄືອ​ຂ່າຍ 5G, ​ເປັນ ​ຂີດ​ໝາຍ​ການ​ເປີດ​ບໍລິການ​ນີ້​ ຢ່າງ​ເປັນ​ທາງ​ການ​ຢູ່​ ຫວຽດນາມ. ເປັນໜຶ່ງໃນບັນດາເສົາຄ້ຳ ຂອງການ ປະຕິວັດອຸດສາຫະກຳຄັ້ງທີ 4, ພື້ນຖານໂຄງລ່າງ ດ້ານ ດີຈີຕອນ, ລວມທັງເຄືອຂ່າຍ 5G, ສົ່ງຜົນກະທົບຢ່າງແຮງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍຜ່ານການສົ່ງເສີມນະວັດຕະກຳ ແລະ ການເພີ່ມສະມັດຕະພາບ ໃນຫຼາຍຂົງເຂດ.

ປີ 2024, ຫວຽດນາມ ​ໄດ້​ປະສົບຜົນສໍາເລັດ ໃນການ​ໃຊ້ບໍລິການ ​ສາທາລະນະ​ ທີ່​ຈຳ​ເປັນ 49/76 ລາຍການ ຢູ່​ປະຕູ​ບໍລິການ​ສາທາ ລະນະ​ແຫ່ງ​ຊາດ, ​ໄດ້​ເປີດ​ໃຊ້​ບັນຊີ VNeID ກວ່າ 57,9 ລ້ານ​ບັນ ຊີ ​ແລະ ສ້າງ​ປຶ້ມ​ສາທາລະນະ​ສຸກ​ ເອ​ເລັກ​ໂຕຣ​ນິກ 32,1 ລ້ານ​ຫົວ.

ປະຕິບັດ: VNA/VNP

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top