ຂ່າວພາບ ຫວຽດນາມ ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນ ເດັ່ນສຸດ ຂອງ ຫວຽດນາມ ໃນປີ 2024 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:
1. ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ເຖິງແກ່ມໍລະນະກຳ
ຂະບວນລົດບັນທຸກສົບ ຂອງ ມື້ລາງ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ
ແລ່ນຜ່ານສະໜາມຫຼວງປະຕິວັດເດືອນ ສິງຫາ. ພາບ: VNA
ເມື່ອເວລາ 13:38 ໂມງ ຂອງ ວັນທີ 19 ກໍລະກົດ 2024, ຫົວໃຈຂອງ ຜູ້ນຳທີ່ໂດດເດັ່ນ ໄດ້ຢຸດເຕັ້ນ ທ່າມກາງຄວາມ ອາໄລຮັກຢ່າງສຸດຊຶ້ງ ບໍ່ມີຂອບເຂດຂອງຊາວ ຫວຽດນາມ ໃນທົ່ວປະເທດ ແລະ ເພື່ອນມິດສາກົນ. ຕະຫຼອດຊີວິດ, ສະຫາຍ ໄດ້ອຸທິດຕົນເພື່ອປະເທດຊາດ, ເພື່ອປະຊາຊົນ, ທ່ານເລຂາທິການໃຫຍ່ຫງວຽນ ຝູ໋ຈ້ອງ ໄດ້ປະໄວ້ໃຫ້ຄົນຮຸ່ນຫຼັງ ລະບົບອຸດົມຄະຕິ ແລະ ທິດສະດີອັນລ້ຳຄ່າ ກ່ຽວກັບເສັ້ນທາງປະຕິວັດ ຂອງ ຫວຽດນາມ ໃນຍຸກໃໝ່; ແມ່ນຕົວຢ່າງທີ່ສ່ອງແສງໃນການສຶກສາ ແລະ ປະຕິບັດອຸດົມການ, ຈັນຍາບັນ, ແບບຢ່າງ ໂຮ່ຈີມິນ.
2. ການບູລະນະ ບັນດາ ຕໍາແໜ່ງ ຜູ້ນໍາຫຼັກແຫຼ່ງ
ສະຫາຍ ເລຂາທິການໃຫຍ່ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ,
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີນ ໃນພິທີມອບຮັບວຽກງານ ປະທານປະເທດ.
ພາບ: ເລີມແຄ໋ງ/VNA
ວັນທີ 3 ສິງຫາ 2024, ຄະນະບໍລິຫານງານສູນກາງພັກ ໄດ້ຄັດເລືອກແຕ່ງຕັ້ງສະຫາຍ ໂຕເລີມ ເປັນເລຂາທິການໃຫຍ່. ທີ່ກອງປະຊຸມຄັ້ງທີ 7, ສະພາແຫ່ງຊາດໄດ້ເລືອກ ສະຫາຍ ເຈິ່ນແທງ ເໝີນ ເປັນປະທານສະພາແຫ່ງຊາດ; ທີ່ກອງປະຊຸມຄັ້ງທີ 8, ສະ ພາ ແຫ່ງຊາດ ໄດ້ປົດສະຫາຍ ໂຕເລີມ ອອກຈາກຕຳແໜ່ງປະທານປະເທດ ແລະ ແຕ່ງຕັ້ງໃຫ້ສະຫາຍ ເລືອງເກື່ອງ ເປັນປະທານປະເທດ. ການບູລະນະບັນດາຕໍາແໜ່ງຜູ້ນໍາຫຼັກແຫຼ່ງ ໄດ້ສະແດງໃຫ້ເຫັນ ນໍ້າໃຈສາມັກຄີ ແລະ ເດັດດ່ຽວໜຽວແໜ້ນ ຂອງ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ເພື່ອຮັກສາສະຖຽນລະພາບ ແລະ ພັດທະນາປະເທດຊາດ, ສ້າງກຳລັງແຮງເພື່ອກ້າວເຂົ້າສູ່ໄລຍະໃໝ່.
ເປັນຄັ້ງທຳອິດ, ກົມການເມືອງໄດ້ອອກຄຳສັ່ງ ປະຕິບັດວິໄນຕໍ່ຜູ້ ນຳຫຼັກແຫຼ່ງ, ສະຫາຍ ຫງວຽນຊວນຟຸກ ຍ້ອນມີການກະທຳລະ ເມີດໃນເວລາດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແລະ ສະຫາຍ ເວືອງດິ່ງເຫວ້ ຍ້ອນມີການກະທຳລະເມີດໃນເວລາດຳລົງຕຳແໜ່ງ ປະທານສະພາແຫ່ງຊາດ.
3. ການປະຕິວັດ
ກ່ຽວກັບການປັບປຸງໂຄງປະກອບ ການຈັດຕັ້ງ ຂອງ ລະບົບການເມືອງ
ສະຫາຍ ເລຂາທິການໃຫຍ່ ໂຕເລີມ ກ່າວຄຳປາໄສ ແລະ ຊີ້ນຳໃນ ກອງ ປະຊຸມກ່ຽວກັບການປ່ຽນແປງໃໝ່, ການຊັບຊ້ອນ ໂຄງປະ ກອບ ການຈັດຕັ້ງ ຂອງ ລະບົບການເມືອງ. ພາບ: ເລີມແຄ໋ງ/VNA
ປະຕິບັດການຊີ້ນຳ ຂອງ ຄະນະຊີ້ນຳສູນກາງ ກ່ຽວກັບມະຕິສະບັບເລກທີ 18-NQ/TW (ຄະນະບໍລິຫານງານສູນກາງສະໄໝທີ
XII) ຕໍ່ຫຼາຍບັນຫາ
ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ການຊັບຊ້ອນ ໂຄງປະກອບ ການຈັດຕັ້ງ ຂອງ
ລະບົບການເມືອງຢ່າງກະທັດຮັດ, ເຄື່ອນໄຫວຢ່າງມີຜົນສັກສິດ ແລະ ປະສິດທິຜົນ,
ນັບແຕ່ຕົ້ນເດືອນ ທັນວາ, ບັນດາອົງການພັກ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ
ແລະ ບັນດາອົງການຈັດຕັ້ງທາງການເມືອງ-ສັງຄົມ ໄດ້ສ້າງແຜນການເພື່ອສະເໜີ ຕໍ່ສູນກາງ
ໃນໄຕມາດທີ 1 ປີ 2025. ດ້ວຍຈິດໃຈ “ສູນກາງເປັນແບບຢ່າງ, ທ້ອງຖິ່ນຕອບສະໜອງ”, ບັນດາອົງການປະຕິບັດການ
ກວດຄືນ ແລະ ຊັບຊ້ອນ ເພື່ອມຸ່ງໄປເຖິງຈຸດໝາຍ ຫັນເປັນກົນໄກໃໝ່ “ດີ-ກະທັດ
ຮັດ-ເຂັ້ມແຂງ-ປະສິດທິພາບ-ຜົນສັກສິດ-ປະສິດທິຜົນ” ຕາມທິດຊີ້ນຳ ຂອງ ສະຫາຍ
ເລຂາທິການໃຫຍ່ ໂຕເລີມ.
4. ສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຂຽນຕໍ່ບົດກະວີ ອັນສະຫງ່າລາສີ ຂອງ ຊາດ
ກຳລັງສວນສະໜາມ ໃນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ພາບ:
ຈຸງກຽນ/VNA
ຕອນເຊົ້າວັນທີ 7 ພຶດສະພາ 2024, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊ ຊະນະ ດ້ຽນບຽນຝູ “ໂດ່ງດັງໄປທົ່ວ 5 ທະວີບ, ສັ່ນສະເທືອນໂລກ”. ເຫດການດັ່ງກ່າວໄດ້ປຸກລະດົມນໍ້າໃຈວິລະຊົນ, ເພີ່ມພູນຄູນສ້າງນ້ຳໃຈຮັກຊາດໃຫ້ແກ່ປະຊາຊົນ ຫວຽດນາມ, ຮັດແໜ້ນສາຍພົວ ພັນທາງເລືອດເນື້ອລະຫວ່າງກອງທັບ ແລະ ປະຊາຊົນ ພາຍໃຕ້ການນຳ ພາຂອງພັກ. ກອງທັບປະຊາຊົນ ຫວຽດນາມ, ພາຍຫຼັງ 80 ປີແຫ່ງການຕໍ່ສູ້, ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ສືບຕໍ່ກໍ່ສ້າງກຳລັງທີ່ມີຄວາມສາມາດ, ກະທັດຮັດ, ເຂັ້ມແຂງ, ກ້າວສູ່ທັນສະໄໝ, ກໍ່ສ້າງ ແລະ ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນ ດິນອັນຄົບຖ້ວນ ຂອງ ປະເທດຊາດ.
5. ການເຕີບໂຕ GDP ບັນລຸ ກວ່າ 7%
ການຂົນສົ່ງສິນຄ້າ ນໍາເຂົ້າ ແລະ ສົ່ງອອກຢູ່ທ່າກຳປັ່ນສາກົນ Gemalink, ແຂວງ
ບ່າເຣ້ຍ-ຫວຸ໊ງເຕົ່າ. ພາບ: ຮົ່ງດາດ/VNA
ໃນສະພາບການ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸ Yagi ແລະ ຄວາມບໍ່ສະຫງົບ ຂອງ ພື້ນຖານເສດຖະກິດໂລກ, ເສດຖະ ກິດ ຫວຽດນາມ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, GDP ຄາດຄະເນ ຈະເຕີບໂຕກວ່າ 7%, ລື່ນກາຍຄາດໝາຍທີ່ສະ ພາແຫ່ງຊາດ ມອບໝາຍໃຫ້. ເສດຖະກິດ ມະຫາພາກສືບຕໍ່ໝັ້ນທ່ຽງ, ໄພເງິນເຟີ້ ໄດ້ຄວບຄຸມຕ່ຳກວ່າ 4%. ຍອດມູນຄ່າການນຳເຂົ້າ-ສົ່ງອອກ ໄດ້ບັນລຸເກືອບ 800 ຕື້ ໂດລາສະຫະລັດ. ມູນຄ່າ ເຄື່ອງໝາຍ ການຄ້າແຫ່ງຊາດ ບັນລຸ 507 ຕື້ ໂດລາສະຫະລັດ, ຢູ່ອັນດັບທີ 32/193 ປະເທດ. ວົງເງິນດຶງດູດທຶນ FDI ບັນລຸກວ່າ 31 ຕື້ ໂດລາສະຫະລັດ, ຂຶ້ນກັບກຸ່ມ 15 ປະເທດພວມພັດທະນາທີ່ດຶງດູດທຶນ FDI ຫຼາຍທີ່ສຸດໃນໂລກ. ຈຳນວນນັກທ່ອງທ່ຽວສາກົນ ມາ ທ່ຽວ ຫວຽດນາມ ເພີ່ມຂຶ້ນປະມານ 40% ເມື່ອທຽບໃສ່ປີ 2023.
6. ພາຍຸ Yagi ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 345 ຄົນ
ແມ່ເຖົ້າ ຫງວຽນທິກີ່, ອາຍຸ 98 ປີ, ຢູ່ຕາແສງ
ເຊີນດົງ, ເມືອງ ເລິບແທັກ, ແຂວງ
ຫວິ໊ງຟຸກ ໄດ້ທະຫານໃຫ້ການຊ່ວຍ ແລະ ນຳໄປ ຢູ່ບ່ອນປອດໄພ. ພາບ: ຮວ່າງຮຸ່ງ/VNA
ພາຍຸ Yagi (ພະຍຸເລກ 3) ເປັນພາຍຸ ມີກຳລັງແຮງທີ່ສຸດໃນຮອບ 30 ປີຜ່ານມາ ຢູ່ທະເລຕາເວັນອອກ ແລະ 70 ປີຜ່ານມາ ຢູ່ຫວຽດ ນາມ ໄດ້ສົ່ງຜົນສະທ້ອນ ຢ່າງໜັກໜ່ວງ, ເຮັດໃຫ້ມີຜູ້ເສຍ ຊີວິດ 323 ຄົນ, ຫາຍສາບສູນ 22 ຄົນ ແລະ ບາດເຈັບ 1.978 ຄົນ. ຄວາມເສຍຫາຍທາງດ້ານວັດຖຸ ກວ່າ 81.700 ຕື້ດົ່ງ. ບ້ານ ນູ໋, ຕາແສງ ຟຸກແຄ໋ງ, ເມືອງ ບ໋າວອຽນ, ແຂວງ ລາວກາຍ ຖືກນ້ຳແກ່ງນໍ້າຊຸ ຈົນຮາບເປັນໜ້າກອງ.
ດ້ວຍການເຂົ້າຮ່ວມຢ່າງຮີບດ່ວນ ແລະ ເຂັ້ມແຂງຂອງທົ່ວລະບົບການເມືອງ, ນ້ຳໃຈສາມັກຄີ ຂອງ ປະຊາຊົນໃນທົ່ວປະເທດ, ການຊ່ວຍເຫຼືອ ຈາກເພື່ອນມິດສາກົນ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ໄພນ້ຳແກ່ງ ນໍ້າຊຸ ໄດ້ຮັບການຜັນຂະຫຍາຍຢ່າງທັນການ ແລະ ມີປະສິດທິຜົນ, ຊ່ວຍເຫຼືອປະຊາຊົນ ໃຫ້ມີຊີວິດທ່ີໝັ້ນຄົງ ແລະ ຟື້ນຟູການຜະລິດ.
7. ຮັບຮອງເອົານະໂຍບາຍການລົງທຶນ, ເປີດກໍ່ສ້າງ 2ໂຄງການສຳຄັນຄືນໃໝ່
ແຜນການອອກແບບເບື້ອງຕົ້ນ ໂຄງການທາງລົດໄຟ ຄວາມໄວ ສູງສາຍເໜືອ-ໃຕ້. ພາບ:
ຢວ໊ານເຕິນ/VNA
ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ໄດ້ຮັບ ຮອງ ເອົານະໂຍບາຍລົງທຶນໂຄງການລົດໄຟຄວາມໄວສູງສາຍ ເໜືອ - ໃຕ້ ດ້ວຍຍອດຈຳນວນເງິນລົງທຶນ 1.713.548 ຕື້ດົ່ງ ແລະ ເລີ່ມການລົງທຶນກໍ່ສ້າງໂຄງການ ໄຟຟ້ານິວເຄຼຍ ນິງທ້ວນ ຄືນໃໝ່. ໂຄງການທາງລົດໄຟ ຄວາມໄວສູງຄາດວ່າ ຈະນໍາໃຊ້ ການລົງທຶນຂອງລັດ, ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ ແລະ ປະກອບ ສ່ວນເຂົ້າໃນການປັບໂຄງສ້າງສ່ວນແບ່ງຕະຫຼາດການຂົນສົ່ງໃນແລວເສດຖະກິດເໜືອ - ໃຕ້ ຢ່າງຍືນຍົງ. ໂຄງການໄຟຟ້າ ນິວເຄຼຍ ນິງທ້ວນ ຄວາມຫວັງ ຈະສ້າງ ຄວາມຫຼາກຫຼາຍດ້ານແຫຼ່ງສະໜອງພະລັງງານ, ຮັບປະກັນຄວາມປອດໄພດ້ານພະລັງງານ, ປະກອບສ່ວນປົກປັກຮັກສາ ສິ່ງແວດລ້ອມ.
8. ໂຄງການສາຍສົ່ງໄຟຟ້າແຮງສູງ 500 kVວົງຈອນ 3 ສຳເລັດໂດຍໄວ
ລະບົບເສົາໄຟຟ້າ ທ່ີຂຶ້ນກັບສາຍສົ່ງ 500 kV ວົງຈອນ 3 ຕອນຜ່ານເມືອງ ເກີມຊວຽນ (ແຂວງ ຮ່າຕິງ). ພາບ: ຮືວກວຽດ/VNA
ວັນທີ 29 ສິງຫາ 2024, ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500 kV ແຕ່ ກວາງແຈັກ (ກວາງບິ່ງ) ຫາ ໂຝໂນຍ (ຮຶງອຽນ) ໄດ້ເປີດນຳໃຊ້ ພາຍຫຼັງກວ່າ 6 ເດືອນ ປະຕິບັດ ການກໍ່ສ້າງ, ສ້າງສະ ຖິຕິ ກ່ຽວກັບຂັ້ນຕອນການລົງທຶນ ແລະ ເວລາກໍ່ສ້າງສັ້ນທີ່ສຸດ. ໂຄງການດັ່ງກ່າວ ໄດ້ຮັບການອອກແບບ ແລະ ກໍ່ສ້າງໂດຍວິສະວະກອນ ຫວຽດນາມ, ມີຄວາມໝາຍພິເສດ ໃນຫຼາຍດ້ານທາງເສດຖະກິດ, ການເມືອງ, ສັງຄົມ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ແກ້ໄຂບັນຫາການຂາດແຄນໄຟຟ້າ ຢູ່ພາກເໜືອ, ເປັນຂີດໝາຍນໍ້າໃຈແຫ່ງຊາດ ແລະ ຄວາມເຫັນດີເຫັນພ້ອມຂອງທົ່ວລະບົບການເມືອງ , ເປັນບົດຮຽນອັນລ້ຳຄ່າໃນການປະຕິບັດ ບັນດາໂຄງການສຳຄັນ ຂອງ ຊາດ.
9. ຮັບຮອງເອົາກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)
ຕອນເຊົ້າວັນທີ 18 ມັງກອນ 2024, ທີ່ກອງປະຊຸມວິສາມັນ,
ສະ ພາ ແຫ່ງຊາດ ຊຸດທີ XV ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍທີ່ດິນ
(ສະບັບປັບປຸງ). ພາບ: ຍານສາງ/VNA
ຕອນເຊົ້າວັນທີ 18 ມັງກອນ 2024, ທີ່ກອງປະຊຸມວິສາມັນ, ສະ ພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ຄຽງຄູ່ກັບກົດໝາຍ ວ່າດ້ວຍ ເຮືອນຢູ່ (ສະບັບປັບປຸງ) ແລະ ກົດໝາຍ ວ່າດ້ວຍ ທຸລະກິດ ອະສັງຫາລິມະຊັບ (ສະບັບປັບ ປຸງ), ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ມີຜົນບັງຄັບໃຊ້ ກ່ອນ ກຳນົດເວລາ ສະເໜີ 5 ເດືອນ, ຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການກໍ່ສ້າງນະໂຍບາຍ ແລະ ກົດໝາຍ ໃຫ້ຄົບຊຸດ ເພື່ອໃຫ້ຕະຫຼາດ ອະສັງຫາລິມະຊັບ ພັດທະນາ ຢ່າງໝັ້ນຄົງ, ແຫຼ່ງ ຊັບພະຍາກອນ ທີ່ດິນຖືກຄຸ້ມຄອງ ແລະ ນຳໃຊ້ຢ່າງມີປະສິດທິຜົນ. ໃນປີ 2024, ສະພາແຫ່ງຊາດ ຍັງໄດ້ຜ່ານຮ່າງກົດໝາຍສຳ ຄັນຫຼາຍສະບັບ ເພື່ອລົບລ້າງ “ສິ່ງກີດຂວາງ” ກ່ຽວກັບກົດບັນຢັດ ແລະ ສ້າງແລວທາງດ້ານກົດໝາຍ ທີ່ສະດວກສະບາຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.
10. ເປີດຕົວເຄືອຂ່າຍ 5G, ຊຸກຍູ້ການຫັນເປັນ ດີຈີຕອນ ແຫ່ງຊາດ
ພາຍຫຼັງໄດ້ຮັບອະນຸຍາດ ຢ່າງເປັນທາງການ, ກຸ່ມບໍລິສັດ VNPT ໄດ້ນຳໃຊ້ພື້ນຖານໂຄງລ່າງ
ແລະ ສະຖານີ ຮັບສັນຍານ VinaPhone 5G ໃນທົ່ວປະເທດ. ພາບ: ມິງກວຽດ/VNA
ວັນທີ 15 ຕຸລາ 2024, Viettel ໄດ້ເປີດນຳໃຊ້ເຄືອຂ່າຍ 5G, ເປັນ ຂີດໝາຍການເປີດບໍລິການນີ້ ຢ່າງເປັນທາງການຢູ່ ຫວຽດນາມ. ເປັນໜຶ່ງໃນບັນດາເສົາຄ້ຳ ຂອງການ ປະຕິວັດອຸດສາຫະກຳຄັ້ງທີ 4, ພື້ນຖານໂຄງລ່າງ ດ້ານ ດີຈີຕອນ, ລວມທັງເຄືອຂ່າຍ 5G, ສົ່ງຜົນກະທົບຢ່າງແຮງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍຜ່ານການສົ່ງເສີມນະວັດຕະກຳ ແລະ ການເພີ່ມສະມັດຕະພາບ ໃນຫຼາຍຂົງເຂດ.
ປີ 2024, ຫວຽດນາມ ໄດ້ປະສົບຜົນສໍາເລັດ ໃນການໃຊ້ບໍລິການ ສາທາລະນະ ທີ່ຈຳເປັນ 49/76 ລາຍການ ຢູ່ປະຕູບໍລິການສາທາ ລະນະແຫ່ງຊາດ, ໄດ້ເປີດໃຊ້ບັນຊີ VNeID ກວ່າ 57,9 ລ້ານບັນ ຊີ ແລະ ສ້າງປຶ້ມສາທາລະນະສຸກ ເອເລັກໂຕຣນິກ 32,1 ລ້ານຫົວ.