1. ກອງປະຊຸມກາງສະໄໝ ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII:
ຄະນະບໍລິຫານງານສູນກາງ ຕີລາຄາວ່າ ໃນເຄິ່ງປີທຳອິດ ຂອງ ອາຍຸການ 2021-2026, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຫຼາຍຢ່າງ, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ໄດ້ຮັບໝາກຜົນໃນຫຼາຍຂົງ ເຂດ; ໄດ້ຊີ້ນຳ ແລະ ສຸມໃສ່ ປະຕິບັດ 5 ໜ້າທີ່ສຳຄັນໃນເຄິ່ງສະໄໝສຸດທ້າຍ, ສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກຢ່າງມີໄຊ.
ຄະນະກຳມະການສູນກາງ ໄດ້ກວດກາຄືນການນຳພາ ແລະ ຊີ້ນຳ ຂອງ ກົມການເມືອງ, ຄະນະເລຂາທິການ ແລະ ຜັນຂະ ຫຍາຍການປ່ອນບັດເອົາຄະແນນ ຄວາມໄວ້ວາງໃຈ ກາງສະໄໝຕາມລະບຽບການ.
2. ການເຕີບໂຕ GDP ບັນລຸລື່ນກາຍ 5%:
ການເກັບກ່ຽວເຂົ້າລະດູໜາວຢູ່ທົ່ງນາຂອງຕາແສງ ເຕີນເຫງ້ຍ, ເມືອງ ກາວແຫຼງ, ແຂວງ ດົ່ງທາບ. ພາບ: ຫງວຽນວັນຈີ໋/VNA
ໃນສະພາບການ ທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ເສດຖະ ກິດ ຫວຽດນາມ ບັນລຸໄດ້ການເຕີບໂຕ GDP ລື່ນກາຍ 5%ດ້ວຍຫຼາຍສັນຍານທີ່ດີຄື: ມູນຄ່າເຄື່ອງໝາຍການຄ້າ ແຫ່ງຊາດບັນລຸ 431ຕື້ ໂດລາສະຫະລັດ, ຢືນອັນດັບທີ 32/100ເຄື່ອງໝາຍການຄ້າແຫ່ງຊາດ ທີ່ເຂັ້ມແຂງໃນໂລກ; ການສົ່ງອອກເຂົ້າສານ ໄດ້ລື່ນກາຍ 8ລ້ານໂຕນ, ບັນລຸມູນຄ່າກວ່າ 4,4ຕື້ ໂດລາສະຫະລັດ- ສູງສຸດນັບແຕ່ ປີ 2009; ຍອດຈຳ ນວນທຶນ FDI ບັນລຸລະດັບສູງສຸດ ນັບແຕ່ປີ 2020, ໃນນັ້ນຍອດຈໍານວນ ທຶນຈົດທະບຽນ ບັນລຸ 28,85ຕື້ ໂດລາສະຫະ ລັດ ແລະ ຍອດຈຳນວນທຶນປະຕິບັດ ໄດ້ບັນລຸ 20,25ຕື້ ໂດລາສະຫະລັດ. ພິເສດ, ການເກີນດຸນການຄ້າ ສູງເຖິງ 26ຕື້ ໂດລາສະຫະລັດ, ເປັນປີທ່ີ 8 ຕິດຕໍ່ກັນ ເພີ່ມຂຶ້ນເກືອບ 3ເທົ່າ ເມື່ອທຽບໃສ່ປີ 2022.
3. ທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ, ປະ ທານາທິບໍດີ ສ ອາເມລິກາ ຢ້ຽມຢາມ ຫວຽດນາມ: ສອງການ ຢ້ຽມຢາມທາງລັດຖະກິດເຖິງ ຮ່າໂນ້ຍ ຂອງ ທ່ານ ເລຂາທິ ການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານປະທາ ນາທິບໍດີ ສ ອາເມລິກາ Joe Biden ໄດ້ເພີ່ມທະວີການພົວພັນ ຫວຽດນາມ - ສປ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ ແລະ ສ້າງຂີດ ໝາຍໃຫ້ແກ່ການຍົກລະດັບການ ພົວພັນກັບ ສ ອາເມລິກາ ຂຶ້ນເປັນ ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 6 ປະເທດຄື: ສປ ຈີນ, ລັດເຊຍ, ຍີ່ປຸ່ນ, ອິນເດຍ, ສ ເກົາຫຼີ, ສ ອາເມລິກາ.
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Joe Biden ທີ່ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ພາບ: ຈີ໋ຢຸງ/VNA
4. ປະກາດໃຊ້ບັນດາລະບຽບການໃໝ່ກ່ຽວກັບການຄວບຄຸມອຳນາດການປົກຄອງ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້:
ບັນດາລະບຽບການ 114-QĐ/TW, 131-QĐ/TW, 132-QĐ/TW ຂອງ ກົມການເມືອງ ສະແດງໃຫ້ເຫັນຄວາມຕັດສິນໃຈ ຂອງ ພັກ ແລະ ລັດ ສືບຕໍ່ຍູ້ແຮງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ ໃນວຽກງານບຸກຄະລາກອນ; ກວດກາ, ກວດການ, ກວດສອບ ບັນຊີ; ສືບສວນ, ການສັ່ງຟ້ອງ, ການພິຈາລະນາຄະດີ, ການປະຕິບັດຄໍາຄັດສິນ.
5. ສ້າງສະຖິຕິ ເປີດການນໍາໃຊ້ເສັ້ນທາງດ່ວນ 475 ກມ ໃນໜຶ່ງປີ:
ຄວາມສຳເລັດ ຂອງ ໂຄງການຂົນສົ່ງສຳຄັນ 14 ໂຄງ ການ, ໃນນັ້ນ ມີໂຄງການອົງປະກອບທາງດ່ວນເໜືອ-ໃຕ້ ໄລ ຍະ 1 ໄດ້ເພີ່ມຄວາມຍາວ ຂອງ ເສັ້ນທາດ່ວນ ທົ່ວປະເທດຂຶ້ນ 1.892 ກມ. ໝາກຜົນດັ່ງກ່າວປະກອບສ່ວນເຂົ້າໃນການປະຕິບັດ ໜຶ່ງໃນສາມ ບາດກ້າວບຸກທະລຸ ຂອງ ຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 - 2030.
6. ແພດໝໍຜູ້ ຍິ່ງໃຫຍ່ ແລະ ສະຖານທີ່ ຫຼາຍແຫ່ງ ໄດ້ຮັບການຍົກຍ້ອງຈາກອົງການ UNESCO:
ອ່າວ ຮ້າລອງ - ໝູ່ເກາະ ກາດບ່າ ໄດ້ຮັບຮອງເປັນ ມໍລະດົກ ໂລກທາງ ທຳມະຊາດ; ນະຄອນ ໂຮ້ຍອານ ແລະ ດ່າລາດ ໄດ້ຮັບຮອງເປັນ “ນະຄອນສ້າງສັນ” ໃນຂົງເຂດຫັດຖະກຳ - ສິລະປະ ແລະ ດົນຕີພື້ນເມືອງ; ແພດໝໍຜູ້ທີ່ຍິ່ງໃຫຍ່ ຫາຍ ເຖື້ອງ ຫຼານອົງ ເລຫືວຈາກ ໄດ້ຮັບກຽດ ແລະ ຍົກຍ້ອງ ຈາກອົງການ UNESCO ໃນໂອກາດຄົບຮອບ 300 ປີ ວັນເກີດ ຂອງ ເພິ່ນ. ນອກຈາກນັ້ນ, ຫວຽດນາມ ຍັງໄດ້ຮັບການຍົກຍ້ອງ ວ່າເປັນ “ຈຸດໝາຍປາຍທາງມໍລະດົກຊັ້ນນໍາ ຂອງ ໂລກ” ເປັນຄັ້ງທີ 4 ໃນງານມອບລາງວັນທ່ອງທ່ຽວໂລກ (World Travel Awards) ຄາດວ່າ ຂະແໜງການທ່ອງທ່ຽວ ຈະຕ້ອນຮັບນັກທ່ອງທ່ຽວສາກົນ ຫຼາຍກວ່າ 12,5 ລ້ານເທື່ອຄົນ, ລື່ນກາຍແຜນການປະມານ 5 ລ້ານເທື່ອຄົນ.
7. ຄວບຄຸມການໂຈມຕີ ຂອງ ຜູ້ກໍ່ການຮ້າຍຢູ່ ດັກລັກ ຢ່າງທັນການ:
ການໂຈມຕີ ຂອງ ຜູ້ກໍ່ການຮ້າຍ ຕ້ານອຳນາດການປົກຄອງ ປະຊາຊົນ ໄດ້ສ້າງຜົນເສຍຫາຍຢ່າງໜັກໜ່ວງ ໄດ້ເກີດຢູ່ຕາແສງ ອີອາ ຕຽວ ແລະ ອີອາ ເຄີຕຸນ ເມືອງ ກື ຄຸອິນ, ແຂວງ ດັກລັກ ໃນຕອນເຊົ້າວັນທີ 11 ມິຖຸນາ, ສາມາດຄວບຄຸມໄດ້ພາຍໃນ 24 ຊົ່ວໂມງ. ນຳຄວາມສະຫງົບມາໃຫ້ປະ ຊາຊົນ. ເຈົ້າໜ້າທີ່ ໄດ້ດຳເນີນຄະດີ ແລະ ກັກຕົວຊົ່ວຄາວ 91 ຄົນ, ໄລ່ລ່າພິເສດ 6 ຄົນ. ຫາງສຽງມະຫາຊົນ ໄດ້ປະນາມຢ່າງຮຸນແຮງຕໍ່ການກະທຳອັນໂຫດຮ້າຍປ່າເຖື່ອນ ຂອງພວກກໍ່ການຮ້າຍ.
8. ອັກຄີໄພ “ອາພາດເມັນ ຂະໜາດນ້ອຍ” ຢູ່ ຮ່າໂນ້ຍ:
ເກີດເຫດໄຟໄໝ້ “ອາພາດເມັນຂະໜາດນ້ອຍ” ໃນຄືນວັນທີ 12 ກັນຍາ ຢູ່ຖະໜົນ ເຄືອງຮ້າ, ຮ່າໂນ້ຍ ເຮັດໃຫ້ມີຜູ້ ເສຍຊີວິດ 56 ຄົນ ແລະ ບາດເຈັບ 37 ຄົນ. ໄພພິບັດຄັ້ງນີ້ ໄດ້ເປັນສັນ ຍານເຕືອນ ກ່ຽວກັບການຄຸ້ມຄອງ ການກໍ່ສ້າງທີ່ບໍ່ເຂັ້ມງວດໃນຕົວເມືອງ.
9. ກິລາ ຫວຽດນາມ ຢືນອັນດັບ 1 ໃນງານມະຫາກຳ SEA Games ທີ່ຈັດຂຶ້ນຢູ່ຕ່າງປະເທດເປັນຄັ້ງທຳອິດ:
ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມພິທີໄຂງານມະຫາກຳກິລາ ຊີເກມ ຄັ້ງທີ 32 (SEA Games 32). ພາບ: ມິງກວຽດ/VNA
ໃນງານມະ ຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (SEA Games) ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ ປະເທດກຳປູເຈຍ, ຄະນະນັກກິລາ ຫວຽດ ນາມ ຍາດໄດ້ 136 ຫຼຽນຄຳ, 105 ຫຼຽນເງິນ ແລະ 114 ຫຼຽນທອງແດງ, ຍາດໄດ້ອັນດັບ 1. ນີ້ແມ່ນຄັ້ງທຳອິດທີ່ ຄະນະນັກກິລາ ຫວຽດນາມ ຍາດໄດ້ອັນດັບໜຶ່ງໃນງານມະຫາກຳກິລາ SEA Games ທີ່ຈັດຂຶ້ນຢູ່ຕ່າງປະເທດ, ພາຍຫຼັງ 2 ຄັ້ງເປັນອັນດັບ 1 ເມື່ອ ຫວຽດນາມ ເປັນເຈົ້າພາບຈັດ SEA Games ໃນປີ 2003 ແລະ 2022.
10. ຫັນເປັນຈິງ ລະບຽບການ “ດື່ມເຫຼົ້າ, ເບຍ-ບໍ່ຂັບລົດ”:
ໃນ 9 ເດືອນຕົ້ນປີ, ຈຳນວນອຸບັດເຫດ ການຈະລາຈອນ ທີ່ເກີດຈາກຜູ້ຂັບຂີ່ໃຊ້ເຫຼົ້າ, ເບຍ ໄດ້ຫຼຸດລົງ 25,8% (ເຫຼືອ 222 ຄົນ), ຈຳນວນຜູ້ເສຍຊີວິດ ຫຼຸດລົງ 50% (ເຫຼືອ 99 ຄົນ) ແລະ ຈໍານວນ ຜູ້ບາດເຈັບຫຼຸດລົງ 22,6% (ເຫຼືອ 168 ຄົນ) ເມື່ອທຽບໃສ່ໄລ ຍະດຽວກັນຂອງປີກາຍ. ມາຮອດທ້າຍເດືອນ ພະ ຈິກ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ປັບໃໝ 670.623 ກໍລະນີ ຂັບຂີ່ ເມື່ອດື່ມເຫຼົ້າ, ເບຍ, ເພີ່ມຂຶ້ນ 148% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ການປະຕິບັດການກະທຳລະເມີດຢ່າງເຂັ້ມງວດໄດ້ປະກອບສ່ວນຍົກສູງສະຕິຜູ້ຂັບຂີ່ກ່ຽວກັບການຮັບປະກັນຄວາມປອດໄພຈະລາຈອນ, ສ້າງວັດທະນະທຳ “ດື່ມເຫຼົ້າ, ເບຍ-ບໍ່ຂັບລົດ” ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາ ຊົນ.


















