• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກລັດຖະບານ ໄດ້ຈັດກອງປະຊຸມການລາຍງານເດືອນ ສິງຫາ 2025.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ລາຍງານໃນກອງປະຊຸມ (ພາບ: TTXVN)

ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຫົວຂໍ້ “ບາງໝາກຜົນພົ້ນເດັ່ນຈຳນວນໜຶ່ງໃນວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ໃນ 07 ເດືອນຕົ້ນປີ 2025” ແລະ “ສ້າງ, ຈັດຕັ້ງກຳລັງຄະນະຊີ້ນຳເລກທີ 35 ທຸກຂັ້ນເພື່ອຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່”.

        ໃນຫົວຂໍ້ “ໝາກຜົນພົ້ນເດັ່ນຈຳນວນໜຶ່ງໃນວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ໃນ 07 ເດືອນຕົ້ນປີ 2025”, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ  ໃຫ້ຮູ້ວ່າ ໃນ 07 ເດືອນຜ່ານມາ, ຫວຽດນາມ ໄດ້ຍົກຂັ້ນ, ຍົກລະດັບ, ເຮັດໃຫ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືເລິກເຊິ່ງກວ່າເກົ່າ, ໃນນັ້ນ ໄດ້ຍົກລະດັບການພົວພັນກັບ 11 ປະເທດ, ອັນໄດ້ຍົກຈຳນວນປະເທດທັງໝົດທີ່ມີຂອບເຂດການຮ່ວມມືຂຶ້ນເປັນ 38 ຄູ່ຮ່ວມມື, ໃນນັ້ນ ມີ 13 ຄູ່ຮ່ວມມືຍຸດທະສາດຮອບດ້ານ, 10 ຄູ່ຮ່ວມມືຍຸດທະສາດ ແລະ 15 ຄູ່ຮ່ວມມືຮອບດ້ານ. ການນຳຂັ້ນສູງໄດ້ດຳເນີນ 55 ກິດຈະກຳການພົວພັນຕ່າງປະເທດ, ໃນນັ້ນ ແຂກສາກົນເຂົ້າ ຫວຽດນາມ ຫຼາຍກວ່າ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ

ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ

ງານວາງສະແດງພາບຖ່າຍ ພາຍໃຕ້ຫົວຂໍ້ “ຈາກສັງກາດເອກະລາດ, ທ້ອນໂຮມປະເທດເປັນເອກະພາບ ຕະຫຼອດຮອດສັງກາດບືນຕົວຂຶ້ນຂອງຊາດ”, ໄດ້ດຳເນີນໃນວັນທີ 22 ສິງຫາ, ຢູ່ຕາແສງ ຫວູງເຕົ່າ, ນະຄອນ ໂຮ່ຈີມິນ.

Top