ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກລັດຖະບານ ໄດ້ຈັດກອງປະຊຸມການລາຍງານເດືອນ ສິງຫາ 2025.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ລາຍງານໃນກອງປະຊຸມ (ພາບ: TTXVN)
ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຫົວຂໍ້ “ບາງໝາກຜົນພົ້ນເດັ່ນຈຳນວນໜຶ່ງໃນວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ໃນ 07 ເດືອນຕົ້ນປີ 2025” ແລະ “ສ້າງ, ຈັດຕັ້ງກຳລັງຄະນະຊີ້ນຳເລກທີ 35 ທຸກຂັ້ນເພື່ອຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່”.
ໃນຫົວຂໍ້ “ໝາກຜົນພົ້ນເດັ່ນຈຳນວນໜຶ່ງໃນວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ໃນ 07 ເດືອນຕົ້ນປີ 2025”, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ໃນ 07 ເດືອນຜ່ານມາ, ຫວຽດນາມ ໄດ້ຍົກຂັ້ນ, ຍົກລະດັບ, ເຮັດໃຫ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືເລິກເຊິ່ງກວ່າເກົ່າ, ໃນນັ້ນ ໄດ້ຍົກລະດັບການພົວພັນກັບ 11 ປະເທດ, ອັນໄດ້ຍົກຈຳນວນປະເທດທັງໝົດທີ່ມີຂອບເຂດການຮ່ວມມືຂຶ້ນເປັນ 38 ຄູ່ຮ່ວມມື, ໃນນັ້ນ ມີ 13 ຄູ່ຮ່ວມມືຍຸດທະສາດຮອບດ້ານ, 10 ຄູ່ຮ່ວມມືຍຸດທະສາດ ແລະ 15 ຄູ່ຮ່ວມມືຮອບດ້ານ. ການນຳຂັ້ນສູງໄດ້ດຳເນີນ 55 ກິດຈະກຳການພົວພັນຕ່າງປະເທດ, ໃນນັ້ນ ແຂກສາກົນເຂົ້າ ຫວຽດນາມ ຫຼາຍກວ່າ.