• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາຮູບເງົາສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

ຕອນຄ່ຳວັນທີ 24 ເມສາ, ທີ່ໂຮງສາຍຮູບເງົາ ດ້ຽນບຽນຝູ, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ກົມຮູບເງົາ - ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບແຂວງ ດ້ຽນບຽນ ຈັດພິທີໄຂສັບປະດາສາຍຮູບເງົາເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07/05/1954 – 17/05/2019). 

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ໂດກວ໊ກຫວຽດ, ຮອງຫົວໜ້າກົມຮູບເງົາ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ:

        “ບັນດາຮູບເງົາໄດ້ນຳມາສາຍໃນສັບປະດາຮູບເງົານີ້ ມີລັກສະນະເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ ຈະປະກອບສ່ວນສຶກສາມູນເຊື້ອ, ສຶກສານ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈກ່ຽວກັບປະເທດຊາດ, ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນເສຍສະຫຼະຊີວິດຂອງລຸ້ນພໍ່ລຸ້ນອ້າຍ, ເປັນການຢັ້ງຢືນຄຸນຄ່າຂອງຜົນງານການປະຕິວັດ ເຊິ່ງແຂວງ ດ້ຽນບຽນ ບັນລຸໄດ້ໃນປີຜ່ານມາ. ພ້ອມທັງ ຢືນຢັນເຖິງບົດບາດສຳຄັນຂອງຮູບເງົາໃນຊີວິດການເປັນຢູ່ ກໍ່ຄືການພັດທະນາເສດຖະກິດຂອງປະເທດຊາດ


ໄຂສັບປະດາຮູບເງົາສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (ພາບ: TTXVN) 

ສັບປະດາຮູບເງົາດຳເນີນແຕ່ວັນທີ 24 ເມສາ - ວັນທີ 20 ພຶດສະພາ 2019 ໃນທົ່ວປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top