ລາຍການສະແດງສິລະປະວັດທະນະທຳ ໃນ ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ
ເຂດຊາຍແດນ ຫວຽດນາມ-ລາວ. ພາບ: ຫວຽດເກື່ອງ/VNP
ຕອນຄຳ່ວັນທີ 5 ກໍລະກົດ 2017, ທີ່ນະຄອນ ເຊີນລາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບແຂວງ ເຊີນລາ ຈັດຕັ້ງພິທີໄຂວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ-ລາວ ຄັ້ງທີ 2 ປີ 2017. ນີ້ແມ່ນການ ເຄື່ອນໄຫວນອນໃນກອບຂອງການສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງດ້ານການທູດ (5/9/1962-5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2017).
ເຂົ້າຮ່ວມພິທີໄຂວັນບຸນລວມມີທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ; ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດ ລາວ; ການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງສອງປະເທດ; ການນຳບັນດາແຂວງຂອງ ສອງປະເທດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ເຊີນລາ.
ກ່າວປາໄສໃນພິທີ, ທ່ານ ຫງວຽນຫງອກທ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຍົກໃຫ້ເຫັນແຈ້ງວ່າ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ ເຕັມໄປ ດ້ວຍຄວາມສາມັກຄີ, ເປັນແບບຢ່າງ, ຊື່ສັດ, ຫາໄດ້ຍາກ, ແລະ ຄວາມຮັກໄຄ່ຢ່າງເລິກເຊິ່ງ.
ທ່ານ ຫງວຽນຫງອກທ້ຽນ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວໃນ ຂອບເຂດຂອງວັນບຸນ ໄດ້ຈັດຂຶ້ນຢ່າງຟົດຟື້ນດ້ວຍຫຼາຍເນື້ອໃນຄື: ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການ ທ່ອງທ່ຽວ; ງານວາງສະແດງ, ແນະນຳພາບຖ່າຍກ່ຽວກັບມະນຸດ ແລະ ທ່າແຮງປົ່ມຊ້ອນຂອງ 10 ແຂວງເຂດຊາຍແດນ ຫວຽດນາມ-ລາວ; ລາຍການສະແດງສິລະປະວັດທະນະທຳ ແລະ ສະແດງຊຸດອາພອນປະຈຳເຜົ່າຂອງສອງປະເທດ ແລະ ອື່ນໆ.
ວັບບຸນເປັນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຂອງສອງປະເທດ ຫວຽດນາມ-ລາວ ໄດ້ທົບທວນຄືນມູນເຊື້ອປະຕິວັດ, ນຳ້ໃຈສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ. ນີ້ຍັງເປັນໂອກາດເພື່ອແນະນຳ, ໂຄສະນາກ່ຽວກັບທ່າແຮງປົ່ມຊ້ອນ, ທ່າແຮງພັດທະນາ ວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ມໍລະດົກ ວັດທະນະທຳຂອງບັນດາເຜົ່າຢູ່ເຂດຊາຍແດນສອງປະເທດ ຫວຽດນາມ-ລາວ ໃນວິວັດການເຊື່ອມໂຍງ ແລະ ພັດທະນາ.

ປະຕິບັດ: ຫວຽດເກື່ອງ/VNP