• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານວາງສະແດງຮູບພາບບຸນປີໃໝ່ປະຈຳຊາດ ຫວຽດນາມ - ຈີນ ຢູ່ປັກກິງ

      ໂດຍຮັບຄຳເຊີນຂອງກະຊວງວັດທະນະທຳ ຈີນ, ທ່ານ ຫງວຽນງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ຄະນະປະຕິບັດງານຂັ້ນສູງໄດ້ຢ້ຽມຢາມ ຈີນ ຢ່າງເປັນທາງການ ແຕ່ວັນທີ 7 – 9 ມັງກອນ.
      
ໄຂງານວາງສະແດງຮູບພາບບຸນປີໃໝ່ປະຈຳຊາດ ຫວຽດນາມ - ຈີນ ຢູ່ປັກກິງ
(ພາບ: TTXVN)
      ໃນຕອນບ່າຍວັນທີ 8 ມັງກອນ, ທ່ານ ລັດຖະມົນຕີ ຫງວຽນງອກທ້ຽນ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງຮູບພາບບຸນປີໃໝ່ປະຈຳຊາດ ຫວຽດນາມ - ຈີນ ຢູ່ສະມາຄົມມິດຕະພາບການຕ່າງປະເທດປະຊາຊົນນະຄອນ ປັກກິ່ງ.
        ທີ່ງານວາງສະແດງ, ສາທາລະນະຊົນ ແລະ ແຂກຢ້ຽມຊົມມີໂອກາດໄດ້ຮັບຊົມບັນດາຊຸດຮູບພາບພື້ນເມືອງ ຫວຽດນາມ ດ້ວຍປະເພດທີ່ເປັນເອກະລັກສະເພາະຕ່າງໆຄື: ພາບ ດົງໂຮ່, ພາບ ຮ່າງຈົ໋ງ… ບັນດາຮູບພາບທີ່ມີສີສັນ ຫວຽດນາມນີ້ປະກອບມີ 3 ຫົວຂໍ້: ພາບບຸນປີໃໝ່ປະຈຳຊາດ, ພາບບູຊາ ແລະ ພາບທີ່ມີຄວາມໝາຍກ່ຽວກັບ ຄອບຄົວ, ກ່ຽວກັບມູນເຊື້ອ ແລະ ກົກເຄົ້າ. ສ່ວນບັນດາຮູບພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງ ຈີນ ກໍ່ກວມເອົາຫຼາຍຄຸນຄ່າກ່ຽວກັບຄວາມງາມ, ຈິດໃຈ ແລະ ການເຫຼື້ອມໃສຂອງຄົນບູຮານ. ບັນດາຮູບພາບພື້ນເມືອງຂອງ ຈີນ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງຈຸດທີ່ຄ້າຍຄືກັນກັບ ຫວຽດນາມ ກ່ຽວກັບ ຮີດຄອງປະເພນີໃນການຊື້ຮູບພາບໃນໂອກາດບຸນປີໃໝ່, ສ້າງຄວາມອົບອຸ່ນ ແລະ ພາວະນາຂໍ້ໃຫ້ປີໃໝ່ປະສົບແຕ່ຄວາມໂຊກດີ ແລະ ຄວາມວັດທະນາຖາວອນ. ງານວາງສະແດງເປີດບໍລິການເຖິງວັນທີ 15 ມັງກອນ.
 (ແຫຼ່ງຄັດຈາກ VOV)
 

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top