• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນຳ້ປີ 2017

      ວັນທີ 5 ຕຸລາ, ຢູ່ ຮ່າໂນ້ຍ ໄດ້ໄຂ “ງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນຳ້ ຫວຽດນາມ“.

ໄຂງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນຳ້ປີ 2017
(ພາບ: nongnghiep.vn)
      ເຫດການນີ້ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຈັດຕັ້ງໃນ 3 ວັນ ແຕ່ວັນທີ 06-08 ຕຸລາ.
        ງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນຳ້ ຫວຽດນາມ ດ້ວຍ 100 ຮ້ານວາງສະແດງສິນຄ້າຂອງ 40 ວິສາຫະກິດ ທີ່ແນະນຳບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມຈາກປາຈາ, ບັນດາຜະລິດຕະພັນຈາກກຸ້ງ, ປາທູນາ ແລະ ຜະລິດຕະພັນຈາກສິນໃນນຳ້ຈຳນວນໜຶ່ງຢູ່ຕະຫຼາດພາຍໃນປະເທດເວົ້າລວມ, ຕະຫຼາດພາກເໜືອເວົ້າສະເພາະ, ມຸ່ງໄປເຖິງການເປີດກວ້າງອອກສູ່ຕະຫຼາດພາກພື້ນ ແລະ ສາກົນ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ, ໃຫ້ຮູ້ວ່າ:
        “ໃນຂະນະທີ່ເຂົ້າ, ໝາກໄມ້ ແລະ ຜະລິດຕະພັນກະເສດອື່ນໆຢູ່ເຂດທົ່ງພຽງແມ່ນຳ້ຂອງພວມຕ້ອງປະເຊີນໜ້າກັບການທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດນັ້ນ, ສິນໃນນຳ້ພັດມີທ່າໄດ້ປຽບ. ນີ້ແມ່ນໂອກາດເພື່ອໃຫ້ເຂດ ແລະ ບັນດາວິສາຫະກິດສິນໃນນຳ້ສຸມໃສ່ພັດທະນາທ່າໄດ້ປຽບ, ມຸ່ງໄປເຖິງການພັດທະນາຢ່າງໝັ້ນຄົງ “.
        ທີ່ງານຕະຫຼາດນັດນີ້ ມີບັນດາຮ້ານແນະນຳຜະລິດຕະພັນສິນໃນນ້ຳ ນຳ້ປາ, ນຳ້ມັນຈາກປາ, ຂອງແຫ້ງ…ບັນດາສິນຄ້າໜູນຊ່ວຍຂະແໜງລ້ຽງປູກສິນໃນນຳ້; ສ່ວນເຂດວາງສະແດງອາຫານຈາກປາຈາແມ່ນກວ້າງເກືອບ 300 ຕາແມດ.
 (ແຫຼ່ງຄັດຈາກ VOV)      

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top