ເຂົ້າຮ່ວມພິທີໄຂການສອບເສັງ Olympic ມີທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຫຍ້າ; ປະທານ Olympic ຟີຊິກສາດອາຊີ Leong Chuan Kwek; ຜູ້ຕາງໜ້າ ຄະນະ, ຂະແໜງການຕ່າງໆ ພ້ອມດ້ວຍຜູ້ສອບເສັງຈຳນວນ 188 ຄົນ, ການນຳຄະນະຕ່າງໆລວມ 50 ຄົນ ແລະ ຜູ້ສັງເກດການ 29 ຄົນມາຈາກ 25 ປະເທດ ແລະ ເຂດແຂ້ວນ. ໃນນັ້ນ, ທິມຊາດຫວຽດນາມມີ 08 ຄົນເຂົ້າຮ່ວມການສອບເສັງ.

ຜູ້ສອບເສັງ 08 ຄົນຂອງທິມຊາດຫວຽດນາມ
ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຫຍ້າ ໃຫ້ຮູ້ວ່າ:
“ຫວຽດນາມຍາມໃດກໍກຳນົດວິທະຍາສາດພື້ນຖານເວົ້າລວມ, ວິທະຍາສາດຟີຊິກສາດເວົ້າສະເພາະ, ແມ່ນສວມບົດບາດສຳຄັນເປັນພິເສດ ເພື່ອຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຢີ ແລະ ເຕັກນິກ, ໂດຍສະເພາະແມ່ນໃນສະພາບການປະຕິວັດອຸດສາຫະກຳ ຄັ້ງທີ 4 ພວມດຳເນີນຢ່າງແຮງໃນທົ່ວໂລກ. ລັດຖະບານຫວຽດນາມໄດ້ ແລະ ກຳລັງເອົາໃຈໃສ່ລົງທຶນເຂົ້າໃນການພັດທະນາຂອງວິທະຍາສາດຟີຊິກສາດຢູ່ຫວຽດນາມໃຫ້ດີກວ່າອີກໃນໄລຍະຈະມາເຖິງ”.
(ແຫຼ່ງຄັດຈາກ VOV)