ຂ່າວສານ

ໄຂການສອບເສັງ Olympic ຟີຊິກສາດອາຊີ ຄັ້ງທີ 19

ພິທີໄຂການສອບເສັງ Olympic ຟີຊິກສາດອາຊີ ຄັ້ງທີ 19 ( AphO 2018) ເຊິ່ງຖືກດໍາເນີນໃນຕອນເຊົ້າວັນທີ 06 ພຶດສະພາ 2018, ຢູ່ຮ່າໂນ້ຍ, ຫວຽດນາມ.
ເຂົ້າຮ່ວມພິທີໄຂການສອບເສັງ Olympic ມີທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຫຍ້າ; ປະທານ Olympic ຟີຊິກສາດອາຊີ Leong Chuan Kwek; ຜູ້ຕາງໜ້າ ຄະນະ, ຂະແໜງການຕ່າງໆ  ພ້ອມດ້ວຍຜູ້ສອບເສັງຈຳນວນ 188 ຄົນ, ການນຳຄະນະຕ່າງໆລວມ 50 ຄົນ ແລະ ຜູ້ສັງເກດການ 29 ຄົນມາຈາກ 25 ປະເທດ ແລະ ເຂດແຂ້ວນ. ໃນນັ້ນ, ທິມຊາດຫວຽດນາມມີ 08 ຄົນເຂົ້າຮ່ວມການສອບເສັງ.

ຜູ້ສອບເສັງ 08 ຄົນຂອງ
ທິມຊາດຫວຽດນາມ 

ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຫຍ້າ ໃຫ້ຮູ້ວ່າ:

        “ຫວຽດນາມຍາມໃດກໍກຳນົດວິທະຍາສາດພື້ນຖານເວົ້າລວມ, ວິທະຍາສາດຟີຊິກສາດເວົ້າສະເພາະ, ແມ່ນສວມບົດບາດສຳຄັນເປັນພິເສດ ເພື່ອຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຢີ ແລະ ເຕັກນິກ, ໂດຍສະເພາະແມ່ນໃນສະພາບການປະຕິວັດອຸດສາຫະກຳ ຄັ້ງທີ 4 ພວມດຳເນີນຢ່າງແຮງໃນທົ່ວໂລກ. ລັດຖະບານຫວຽດນາມໄດ້ ແລະ ກຳລັງເອົາໃຈໃສ່ລົງທຶນເຂົ້າໃນການພັດທະນາຂອງວິທະຍາສາດຟີຊິກສາດຢູ່ຫວຽດນາມໃຫ້ດີກວ່າອີກໃນໄລຍະຈະມາເຖິງ”.

(ແຫຼ່ງຄັດຈາກ VOV)



top