• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນວຄິດຍິ່ງໃຫຍ່ຂອງ Karl Marx ກັບການປະຕິວັດຫວຽດນາມ

      ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ໄດ້ມີບົດຂຽນທີ່ພາດຫົວຂໍ້ “ ແນວຄິດຍິ່ງໃຫຍ່ຂອງ Karl Marx ກັບການປະຕິວັດຫວຽດນາມ ” ຊຶ່ງໄດ້ຢັ້ງຢືນບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງຂອງ Karl Marx 

Karl Marx ( ວັນທີ 5 ພຶດສະພາປີ 1818 - ວັນທີ 5 ພຶດສະພາປີ 2018) -ນັກແນວຄິດທີ່ປິຊາສາມາດ, ນັກປະຕິວັດທີ່ຍິ່ງໃຫຍ່
      ເນື່ອງໃນໂອກາດສະເຫຼີມສະຫຼອງ 200 ປີ ແຫ່ງວັນຄ້າຍວັນເກີດຂອງ Karl Marx ( ວັນທີ 5 ພຶດສະພາປີ 1818 - ວັນທີ 5 ພຶດສະພາປີ 2018) - ນັກແນວຄິດທີ່ປິຊາສາມາດ, ນັກປະຕິວັດທີ່ຍິ່ງໃຫຍ່, ຜູ້ນຳທີ່ດີເລີດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ບັນດາປະຊາຊາດຖືກກົດຂີ່ຂູດຮີດໃນທົ່ວໂລກ. ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ໄດ້ມີບົດຂຽນທີ່ພາດຫົວຂໍ້ “ ແນວຄິດຍິ່ງໃຫຍ່ຂອງ Karl Marx ກັບການປະຕິວັດຫວຽດນາມ ” ຊຶ່ງໄດ້ຢັ້ງຢືນບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງຂອງ Karl Marx ໃນພາລະກິດການປະຕິວັດຂອງ ຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານໃນທົ່ວໂລກໃນການຕໍ່ສູ້ເພື່ອລົບລ້າງແອບຄອບຄອງ, ກົດຂີ່ຂູດຮີດ. ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ເນັ້ນໜັກວ່າ ສຳລັບຫວຽດນາມແລ້ວ, ລັດທິ Marx - Lenin ໄດ້ກາຍເປັນກຳລັງແຮງທາງດ້ານວັດຖຸ ແລະ ເປັນມຸນມໍລະດົກທາງດ້ານຈິດໃຈອັນເລີດລ້ຳ, ຕິດພັນກັບມູນເຊື້ອຮັກຊາດຂອງຊາດຫວຽດນາມ.
     ໃນສະພາບການໂລກທີ່ມີການຫັນປ່ຽນຫຼາຍຢ່າງ, ພັກກອມມູນິດຫວຽດນາມ ຍາມໃດກໍຍຶດໝັ້ນທາດແທ້ປະຕິວັດຂອງ ຊົນຊັ້ນກຳມະກອນ, ຍຶດໝັ້ນລັດທິ Marx - Lenin, ແນວຄິດໂຮ່ຈິມິນ; ຍຶດໝັ້ນແນວທາງປ່ຽນແປງໃໝ່. ຕາມ ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ແລ້ວ, ພ້ອມກັບການພັດທະນາຂອງຍຸກສະໄໝ, ຄວນໝູນໃຊ້ ແລະ ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ, ຂະຫຍາຍ ລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນ.
     ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ຢືນຢັນວ່າ ຜ່ານກວ່າ 30 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມໄດ້ບັນລຸບັນດາຜົນງານທີ່ຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ, ຢັ້ງຢືນແນວທາງປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມແມ່ນຖືກຕ້ອງ, ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຂອງຫວຽດນາມແມ່ນສອດຄ່ອງກັບພຶດຕິກຳຕົວຈິງຂອງປະເທດຫວຽດນາມ ແລະ ທ່າອຽງພັດທະນາຂອງປະຫວັດສາດ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top