• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ຢາລາຍ ກຽມພ້ອມໃຫ້ວັນເລືອກຕັ້ງ

ວຽກງານກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊຊຸດທີ XV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021 -2026 ຢູ່ ແຂວງ ຢາລາຍ ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນຮັບປະກັນຖືກກັບລະດັບຄວາມໄວການກຳນົດມາຮອດຈຸດເວລານີ້ ແຂວງ ຢາລາຍ ໄດ້ກຽມພອ້ມໃຫ້ແກ່ວັນທົ່ວປວງຊົນໄປປ່ອນບັດເລືອກຕັ້ງໃນວັນທີ 23 ພຶດສະພາ ປີ 2021.

ວຽກງານກະກຽມໃຫ້ການເລືອກຕັ້ງ ສສຊ ແລະສະມາຊິກສະພາປຊຊ ຢູ່ ແຂວງຢາລາຍໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ (ພາບປະກອບ:TTXVN)

ຄະນະກຳມະການປະຊາຊົນ ແຂວງ ຢາລາຍ ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ
(ສສຊ) ຊຸດທີ  XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ໂດຍໄວ ລວມມີ 31 ຄົນ. 
ຄະນະກຳມະການເລືອກຕັ້ງແຂວງ ກໍ່ສ້າງຕັ້ງ 3 ອະນຸກຳມະການ ຮັບໃຊ້ວຽກງານເລືອກຕັ້ງຄັ້ງນີ້. 17/17 ເມືອງ,
ເທດສະບານ, ນະຄອນ ແລະ 220/220 ຕາແສງ ກໍ່ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງຕາມການກຳນົດ ພ້ອມທັງສ້າງຕັ້ງບັນດາຫນ່ວຍຊ່ວຍວຽກງານການເລືອກຕັ້ງຢູ່ທ້ອງຖິ່ນ.

ບັນດາອົງການ ຫົວຫນ່ວຍ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງຢູ່ບ່ອນເຮັດວຽກ ແລະ ຜູ້ມີສິດເລືອກຕັ້ງຢູ່ຕາມບ່ອນຢູ່ອາໄສ ຖືກຕາມຂັ້ນຕອນ, ການກຳນົດ, ຮັບປະກັນລັກສະນະພາວະວິໄສ, ປະຊາທິປະໄຕ. ຜູ້ໄດ້ຮັບການສະເຫນີສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 -2026 ເກືອບທັງໝົດ ສ່ວນຫລາຍໄດ້ຮັບຄວາມໄວ້ວາງໃຈສູງ. ວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພກ່ອນ, ໃນ ແລະ ພາຍຫລັງການເລືອກຕັ້ງ ກໍ່ໄດ້ຮັບການວາງແຜນຢ່າງລະອຽດ. ແຂວງ ຢາລາຍ ໝູນໃຊ້ຄວາມມີໄຫວພິບ ມີວິທີການປະດິດຄິດສ້າງໃນວຽກງານເລືອກຕັ້ງ. ທ່ານນາງ ຫງວຽນທິແທງລິກ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ຢາລາຍ ໃຫ້ຮູ້ວ່າ:

 “ບົດບາດຂອງຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດ ໄດ້ປະກອບສ່ວນສຳຄັນເຂົ້າໃນລະບົບການເມືອງຂອງແຂວງໃນວຽກງານເລືອກຕັ້ງ ເຂົາເຈົ້າກໍ່ສວມບົດບາດອັນໃຫຍ່ຫລວງ, ແມ່ນຫນຶ່ງໃນບັນດາເສົາຄ້ຳ ສະນັ້ນ ແຂວງເສີມຂະຫຍາຍບົດບາດຂອງເຂົາເຈົ້າເພາະຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດ ໄດ້ເຜີຍແຜ່ບັນດາແຜນນະໂຍບາຍນະໂຍບາຍຂອງລັດມາຍັງວົງຄະນາຍາດ ບ່ອນທີີ່ເຂົາເຈົ້າດຳລົງຊີວິດ”.

ໂຄສະນາການເລືອກຕັ້ງເຖິງປະຊາຊົນຊົນເຜົ່າສ່ວນຫນ້ອຍ (ພາບ:TTXVN)

ແຂວງ ຢາລາຍ ແມ່ນສະຖານທີ່ມີຊາວຊົນເຜົ່າດຳລົງຊີວິດເປັນຈຳນວນຫລວງຫລາຍ, ປະຊາຊົນຖື 5 ສາສະຫນາ ລວມມີ: ກາໂຕລິກ, ສາສະຫນາພຸດ, ໂປແຕສະຕັງ, ກາວດ່າຍ ແລະ Bahai (ບາໄຮ), ໃນນັ້ນ ສາສະຫນາໂປແຕສະຕັງ ກວມຈຳນວນຫລາຍສຸດ. ສະນັ້ນ ວຽກງານໂຄສະນາການເລືອກຕັ້ງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ຄະນະສາສະຫນາແຂວງ.

ກ່ຽວກັບວຽກງານເລືອກຕັ້ງ  ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021  2026 ພວກຂ້າພະເຈົ້າໄດ້ເຜີແຜ່ບັນດາເນື້ອໃນໄປໃຫ້ຜູ້ມີຍົດຖາບັນດາສັກຜ່ານຜູ້ມີຍົດຖາບັນດາສັກກໍ່ໄດ້ເຜີຍແຜ່ເຖິງສາສະນິກະຊົນບັນດາສາສະນາຢູ່ທ້ອງຖິ່ນເພື່ອເຮັດແນວໃດໃຫ້ສາສະນິກະຊົນບັນດາສາສະນາທັງໝົດເວົ້າລວມ ໃນນັ້ນ ມີສາສະນິກະຊົນເຊື່ອຖືສາສະນາຂ່າວປະເສດເວົ້າສະເພາະ ໄປໃຊ້ສິດເລືອກຕັ້ງ ແລະ ພັນທະຂອງຕົນຢ່າງເຂັ້ມງວດ ຕາມການກຳນົດຂອງກົດໝາຍ

ເມືອງ ດັກດວາ ແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າກ່ຽວກັບການໂຄສະນາການເລືອກຕັ້ງຢູ່ ແຂວງ ຢາລາຍ. ທ່ານ ດີງເອີ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເມືອງດັກດວາ ໃຫ້ຮູ້ວ່າ:

“ທ້ອງຖິ່ນໄດ້ກຳນົດວຽກງານໂຄສະນາຕາມລະບົບຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ອີງຕາມແຕ່ລະເປົ້າໝາຍເພື່ອໂຄສະນາ. ສ້າງແຜນການໂຄສະນາເຖິງເຂດຊຸມຊົນ ຕາມສອງພາສາ: ພາສາຫວຽດ ແລະ ພາສາ ຢາຣາຍ. ໂຄສະນາການເລືອກຕັ້ງຜ່ານຄຳຂວັນ, ຮູບພາບ, ໂທລະໂຄ່ງ, ວິທະຍຸໂທລະພາບຂອງເມືອງມາເຖິງຄຸ້ມບ້ານໝູ່ບ້ານ.”

ຍ້ອນປະຕິບັດວຽກງານໂຄສະນາເປັນຢ່າງດີ, ສະນັ້ນ ຜູ້ມີສິດເລືອກຕັ້ງ ແຂວງ ຢາລາຍ ມີຄວາມເຂົ້າໃຈແຈ້ງຄວາມໝາຍ, ຈຸດປະສົງ, ຈຸດໃຫມ່ຂອງການເລືອກຕັ້ງ ກໍ່ຄືສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ. ທ່ານ ຊີວເມີ ຜູ້ມີສິດເລືອກຕັ້ງຊາວເຜົ່າ ຢາຣາຍ ຢູ່ ຕາແສງ ຈືອາ ນະຄອນ Pleiku ເວົ້າວ່າ:

ຮອດມື້ເລືອກຕັ້ງ, ຜູ້ມີສິດເລືອກຕັ້ງທຸກຄົນ ຈະປ່ອນບັດເລືອກຕັ້ງຜູ້ມີຄຸນສົມບັດຈັນຍາບັນ ມີຄວາມເກັ່ງກ້າສາມາດ ປະກອບສ່ວນໃຫ້ຕາແສງ ບ້ານເກີດເມືອງນອນ ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງຜູ້ສີມິດເລືອກຕັ້ງກໍ່ມີສິດຜົນປະໂຫຍດມີຄວາມຮັບຜິດຊອບຕໍ່ກັບລັດ.”

ບັນດາສະມາຊິກຄະນະກຳມະການເລືອກຕັ້ງແຂວງ ຢາລາຍ ກໍ່ຄືບັນດາອົງການຈັດຕັ້ງການເລືອກຕັ້ງອື່ນ ໄດ້ໄປກວດກາ, ຕິດຕາມເລັ່ງວຽກເປັນປະຈຳ ຮັບປະກັນສຳເລັດວຽກງານທີ່ໄດ້ຮັບການມອບໝາຍ. ພະແນກພາຍໃນສືບຕໍ່ເປັນເສນາທິການ ສົມທົບ ແນະນຳບັນດາອົງການ ຫົວຫນ່ວຍ ທ້ອງຖິ່ນ ສຸມໃສ່ກະກຽມບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານເລືອກຕັ້ງເປັນຢ່າງດີ, ໃນນັ້ນ ເປັນເຈົ້າການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນເຊິ່ງກ່ຽວຂ້ອງເຖິງວຽກງານເລືອກຕັ້ງ.

 

ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດຂອງທັງລະບົບການເມືອງ ແລະ ການຕອບສະຫນອງຢ່າງຕັ້ງຫນ້າຂອງຜູ້ມີສິດເລືອກຕັ້ງ, ຂອງປະຊາຊົນ, ການເລືອກຕັ້ງ ສສຊ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢູ່ ແຂວງ ຢາລາຍ ຈະປະສົບຜົນສຳເລັດຢ່າງຈົບງາມ. ນີ້ຈະແມ່ນການເລືອກຕັ້ງທີ່ມີປະຊາທິປະໄຕ, ປອດໄພ, ປະຢັດ, ແມ່ນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top