• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດອາເມລິກາປະຈຳອາຊຽນ ສະແດງຄວາມວິຕົກກັງວົນຕໍ່ການກະທຳໃໝ່ຂອງຈີນ ຢູ່ທະເລຕາເວັນອອກ

ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ອາ​ເມ​ລິ​ກາ 
ປະ​ຈຳ​ອາ​ຊຽນ Nina Hachigian
(ພາບ: TTXVN)
      ວັນ​ທີ 24/02, ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸ​ມ​ຂ​່າວ​ໂດຍກ​ົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດຢ​ູ່ ຈາ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ອາ​ເມ​ລິ​ກາ ປະ​ຈຳ​ອາ​ຊຽນ Nina Hachigian ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ຈີນ ຈັດ​ສົ່ງ​ເຮືອ​ບິນ​ສູ້​ຮົບ​ເຖິງ​ເກາະ ຟຸ໋​ເລີມ, ຂຶ້ນ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ຂອງ​ຫວຽດ​ນາມ, ເຊິ່ງ​ແມ່ນ​ແຫ່ງ​ທີ່ຈີນ ຫາກ​ໍ​ຜັນ​ຂະ​ຫຍາຍການຕິດ​ຕັ້ງ​ລູກ​ສອນ​ໄ​ຟ​ໜ້າ​ດິນ​ຕ້ານ​ເ​ທິງ​​ອາ​ກາດ HQ – 9. ​ທ່ານ​ນາງ Nina Hachigian ຊີ້​ແຈ​້ງວ່າ “ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​​ວ່າແມ່ນ​ບັນ​ດາ​ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ​້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້​ນ​ເພີ່ມ​ຂຶ້​ນ ແລະ ກໍ່​ຜົນ​ສະ​ທ້​ອນ​ບໍ່​ດີ​ອີກ”.
      ກ່ອ​ນ​ໜ້ານັ້ນ, ​ຕອນ​ຄ່ຳ​ວັ​ນ​ທີ 23/02, ວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ຢູ່​ວໍ​ຊິງ​ຕັນ ໃຫ້​ຮູ້​ວ່່່າ, ​ເຮືອ​ບິນ​ສູ້​ຮົບ​​ຈຸ​ໜຶ່ງເກືອບ 10 ລຳ​ຂອງ​ຈີນ ໄດ້​ມີ​ໜ້າ​​ຢ​ູ່​ເກາະ ຟຸ໋​ເລີມ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ນັກ​ໄຈ້​ແຍກ​ກໍ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ຈ​ີນ ພວ​ມກໍ່​ສ້າງ​ຮາກ​ຖານ​ຣາ​ດາຄວາມ​​ຖີ່​ສູງ​ຢູ່​ເກາະ​ຟຸ໋​ເລີມ, ພ​້ອມ​ກັບ​​ບັນ​ດາລານ​ບິນ ແລະ ບັນ​ດາ​ຮາກ​ຖານ​ອື່ນໆ​ໃນ​ເກາະ​ແຫ່ງ​ຕ່າງໆ​ເຊິ່ງ​ຈີນ ກໍ່​ສ້າງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ໝ​ູ່​ເກ​າະ​ເຈື່ອງ​ຊາ ຂອງ​ຫວຽດ​ນາມ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top