• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດເຮືອບິນຕົກ 2 ຄັ້ງຢູ່ ເອທີໂອປີ ແລະ ອິນໂດເນເຊຍ ມີຄວາມຄ້າຍຄືກັນ

      ວັນທີ 17 ມີນາ, ທ່ານ Dagmawit Moges ລັດຖະມົນຕີກະຊວງຄົມມະນາຄົມ ເອທີໂອປີ ໃຫ້ຮູ້ວ່າ:
            ບັນດາຂໍ້ມູນໃນກັບດຳໄດ້ສະແດງໃຫ້ເຫັນວ່າ ມີຄວາມຄ້າຍຄືກັນຢ່າງຈະແຈ້ງລະຫວ່າງເຫດເຮືອບິນຕົກຂອງບໍລິສັດການບິນ Ethiopian Airlines ໃນອາທິດກ່ອນກັບເຫດເຮືອບິນຕົກຢູ່ ອິນໂດເນເຊຍ ຂອງບໍລິສັດການບິນ Lion Air ເມື່ອເດືອນ ຕຸລາ 2018.

ເຫດເຮືອບິນຕົກ 2 ຄັ້ງຢູ່ ເອທີໂອປີ ແລະ ອິນໂດເນເຊຍ ມີຄວາມຄ້າຍຄືກັນ (ພາບປະກອບ/ AFP/TTXVN)
      ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານລັດຖະມົນຕີ Dagmawit Moges ຢືນຢັນວ່າ: ຄວາມຄ້າຍຄືກັນຢ່າງຈະແຈ້ງທີ່ໄດ້ບັນທຶກຈາກຖ້ຽວບິນ 302 ຂອງບໍລິສັດການບິນ Ethiopian Airlines ແລະ ຖ້ຽວບິນ 610 ຂອງບໍລິສັດການບິນ Lion Air, ນັ້ນຈະແມ່ນບັນຫາຈະຕ້ອງຄົ້ນຄວ້າຫລາຍກ່ວາອີກໃນການສືບສວນຫາສາເຫດ. ທ່ານລັດຖະມົນຕີ Dagmawit Moges ກໍ່ໃຫ້ຮູ້ວ່າ: ບົດລາຍງານເບື້ອງຕົ້ນກ່ຽວກັບເຫດເຮືອບິນຕົກຢູ່ ເອທີໂອປີ ໃນອາທິດກ່ອນ, ເຮັດໃຫ້ 157 ຄົນເສຍຊີວິດ, ຈະໄດ້ປະກາດພາຍໃນເວລາ 30 ວັນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top