• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນໃນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 8

      ໃນລະຫວ່າງວັນທີ 21 – 22 ມິຖຸນາ, ນະຄອນ ໂຮ່ຈີມິນ ຈະເປັນເຈົ້າພາບຈັດຕັ້ງເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນໃນພາກພື້ນ ອາຊີ - ປາຊີຟິກ (TPO) ຄັ້ງທີ 8 ປີ 2018.

 ເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນໃນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 8 (ພາບ:http://kinhtedothi.vn)
      ເວທີປາໄສ TPO ດ້ວຍຫົວຂໍ້ວ່າ: “ການທ່ອງທ່ຽວສະຫລາດ” ມີການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 25 ນະຄອນຂອງ 6 ປະເທດ ແນໃສ່ຈຸດປະສົງປະກອບສ່ວນປັບປຸງກຳລັງຄວາມສາມາດດ້ານວິຊາສະເພາະຂອງບັນດານະຄອນເປັນສະມາຊິກ TPO, ພ້ອມທັງ ຊ່ວຍໃຫ້ບັນດາຜູ້ແທນເຂົ້າຮ່ວມເວທີປາໄສພັດທະນາບັນດາແນວຄວາມຄິດ, ຍຸດທະສາດ ແລະ ຈິນຕະນາການໃໝ່ ເພື່ອຮັບໃຊ້ໃຫ້ຂະແໜງການທ່ອງທ່ຽວໃນຍຸກສະໄໝການປະຕິວັດອຸດສາຫະກຳ 4.0.
        ໃນຂອບເຂດຂອງເວທີປາໄສ, ບັນດາການເຄື່ອນໄຫວຕົ້ນຕໍຈະດຳເນີນຄື: ລາຍການພົບປະການຄ້າການທ່ອງທ່ຽວ TPO (TPO Travel Trade) ເປີດກ້ວາງສົມທົບກັບງານວາງສະແດງການທ່ອງທ່ຽວສະຫລາດ; ເວທີປາໄສ TPO ຄັ້ງທີ 8 ວາລະ 1 ແລະ ວາລະ 2 ດ້ວຍການເຂົ້າຮ່ວມຂອງບັນດານັກປະຖາກະຖາ, ນັກຊ່ຽວຊານ, ແຂກຖືກເຊີນທີ່ມາຈາກບັນດາປະເທດແຖວໜ້າໃນຂົງເຂດການທ່ອງທ່ຽວ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top