• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ​ຫວຽດ​ນາມຫງວຽນ​ຝູ​ຈ້ອງພົບ​ປະ​ກັບຄະ​ນະຜູ້​ແທນແບບ​ຢ່າງ​ທີ່ກ້າວ​ໜ້າ​ທົ່ວ​ປະ​ເທດໃນ​ການ​ກໍ່​ສ້າງ​ພື້ນ​ຖານ​​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຊາດໃຫ້​​ເຂັ້ມ​ແຂງ

ການພົບປະຄະນະແບບຢ່າງທີ່ກ້າວໜ້າທົ່ວປະເທດໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 19 ທັນວາ, ທີ່ ສຳນັກງານສູນກາງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງໄດ້ຕີລາຄາສູງຕໍ່ຄວາມໝາຍການພົບປະຄັ້ງນີ້. 


ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ

(ພາບ: TTXVN)


ພິເສດແມ່ນໄດ້ດຳເນີນໃນສະພາບການທີ່ທົ່ວປະເທດພວມຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ30 ປີ ແຫ່ງວັນບຸນທົ່ວປະເທດປ້ອງກັນຊາດ, 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມແລະພວມຍູ້ແຮງວຽກງານການຮ່ຳຮຽນ,ປະຕິບັດຕາມແບບຢ່າງອັນໃສແຈ້ງ, ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດຫວຽດນາມເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາທີ່ເຂັ້ມແຂງຕື່ມອີກ, ສົມກັບຖານະບົດບາດທີ່ຕັ້ງໃນເວທີສາກົນ.

        ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງມີຄວາມປາດຖະໜາຢາກໃຫ້ບັນດາແບບຢ່າງກ້າວໜ້າອອກແຮງຮ່ຳຮຽນໃຫ້ມີຄວາມກ້າວໜ້າແລະມີຜົນສຳເລັດກວ່າອີກເພື່ອໃຫ້ຫຼາຍຄົນໄດ້ຮຽນຮູ້, ປະຕິບັດຕາມ ເຮັດໃຫ້ຂະບວນການແຂ່ງຂັນຂອງປະເທດຊາດຫວຽດນາມນັບມື້ນັບຮຸ່ງເຮືອງເຫຼືອງເຫຼື້ອມ; ເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈສູງ, ກອງທັບແລະປະຊາຊົນທົ່ວປະເທດຈະສືບຕໍ່ສ້າງຜົນງານໄດ້ຫຼາຍຢ່າງໃນພາລະກິດການປັບປຸງປົວແປງດ້ານປ້ອງກັນຊາດ, ປົກປັກຮັກສາແລະສ້າງສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top