• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຜູ້ແທນພັກກອມມູນິດຈີນ

ເມື່ອແລກປ່ຽນກັບທ່ານ ຖວາງທ໋ວນໝິນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ ເລື່ອງ 2 ພັກໄດ້ສະຫລຸບທິດສະດີ ແລະ ພຶດຕິກຳແຫ່ງການປ່ຽນໃໝ່

ຕອນບ່າຍວັນທີ 5 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານ ຖວາງທ໋ວນໝິນ , ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາສູນກາງ, ຫົວໜ້າຄະນະຜູ້ແທນພັກກອມມູນິດ ຈີນ, ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 14 ລະຫວ່າງ 2 ພັກ.

        ເມື່ອແລກປ່ຽນກັບທ່ານ ຖວາງທ໋ວນໝິນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ ເລື່ອງ 2 ພັກໄດ້ສະຫລຸບທິດສະດີ ແລະ ພຶດຕິກຳແຫ່ງການປ່ຽນໃໝ່, ປະຕິຮູບເປີດປະຕູ ແລະ ແລກປ່ຽນ, ຮ່ຳຮຽນເອົາບົດຮຽນເຊິ່ງກັນ ແລະ ກັນເປັນປະຈຳ ແມ່ນການເຄື່ອນໄຫວຈຳເປັນ ແລະ ມີຜົນປະໂຫຍດ. ທ່ານເລຂາທິການໃຫຍ່ ກໍ່ເນັ້ນໜັກບົດບາດສຳຄັນຂອງບັນດາອົງການໂຄສະນາສຶກສາ, ໂຄສະນາ ແລະ ສື່ມວນຊົນ 2 ປະເທດໃນການປະກອບສ່ວນນຳການພົວພັນ ຫວຽດນາມ - ຈີນ ພັດທະນາຢ່າງບໍ່ຢຸດຢັ້ງ.

        ສ່ວນທ່ານ ຖວາງທ໋ວນໝິນ ຢັ້ງຢືນວ່າ ພັກ, ລັດຖະບານ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ຫວຽດນາມ ຢືດໝັ້ນພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ນຳການພົວພັນລະຫວ່າງ 2 ປະເທດ ພັດທະນາປອດໄສ, ຕັ້ງໜ້າ, ສະຖຽນລະພາບຢ່າງບໍ່ຢຸດຢັ້ງ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສູນກາງພັກ ມີການເຈລະຈາກັບທ່ານ ຖວາງທ໋ວນໝິນ.

(ແຫຼ່ງຄັດຈາກ VOV)


UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top